Author Archives: admin target

ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ກະຊວງໄປສະນີ, ໂທລະ ​ຄົມມະນາຄົມ ແລະ ການ​ສື່ ສານ (ປທສ) ຮ່ວມ​ກັບ​ ມະຫາ ວິທະຍາໄລ​ແຫ່ງ​ຊາດ, ຄະນະ​ກຳມາ​ທິ​ການ ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ ແລະ ແມ່​ -​ເດັກ (ຄກມດ) ໄດ້​ຈັດ​ຂະບວນ​ການສະເຫຼີມສະຫຼອງ​ວັນ​ສົນ ທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ 20 ພະຈິກ ແລະ ລະນຶກວັນ​ ສາກົນ​ ເພື່ອ​ຢຸດຕິ​ຄວາມ​ຮຸນ​ ແຮງ​ຕໍ່​ແມ່ຍິງ 25 ພະຈິກ ໂດຍ ​ການ​ຈັດ​ງານ​ຂຶ້ນ​ທະບຽນ​ເລກ ​ໝາຍ​ໂທລະສັບ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ​ຜ່ານ​ມາ ທີ່ ມະຫາວິທະຍາໄລ​ແຫ່ງ​ຊາດ ໃຫ້​ກຽດ​ເປັນ​ປະທານ​ຮ່ວມ ແລະ ກ່າວ​ເປີດ​ພິທີ​ໂດຍ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຮອງ​ລັດຖະມົນຕີ ປະທານຄະນະ​ກຳມາ​ທິ​ການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ ຍິງ ແລະ ແມ່​-​ເດັກ ກະຊວງ ປທສ ແລະ ທ່ານ ໂພ​ສີ ທິບ​ດາວັນ ຮອງ​ອະທິການບໍດີມະ ຫາວິທະຍາໄລ​ແຫ່ງ​ຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ທອງ​ໃສ ຊານ​ໄຊຍະ ໄດ້​ກ່າວວ່າ: ...

Read More »

ໄລຍະ 5 ປີຜ່ານມາ ແຂວງສາລະວັນ ມີຜົນງານອັນໂດດເດັ່ນຫຼາຍດ້ານ….

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ.ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ພ້ອມນີ້ ກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສາລະວັນຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ນອກຈາກນີ້ຍັງຈະໄດ້ຮັບຟັງການໂອ້ລົມ ເພື່ອເປັນການຊີ້ທິດເຍືອງທາງຈາກສະຫາຍ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.ໃນບົດລາຍງານການເມືອງ ເຊິ່ງສະເໜີໂດຍ: ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ໄດ້ຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ...

Read More »

ສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວໄດ້ຖືກຮັບຮອງ……..

ທ້າວ ວິສະນຸ ສະແຫວງຊົນ, ນາງ ສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນອາຍຸ 7 ຫາ 14 ປີ ແລະ ທ້າວ ສຸວັນ ໄຊພົງສີດາ ແລະ ນາງ ນູ່ນີ່ ຈັນທະວົງ ໄດ້ຮັບລາງ ວັນຊະນະເລີດໃນຮຸ່ນອາຍຸ 15 ຫາ 18 ປີ ໃນການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດ ຄັ້ງທີ 1 ທົ່ວນະຄອນ ຫລວງວຽງຈັນ ທີ່ຈັດຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 22 ພະຈິກ 2020 ໂດຍໄດ້ຮັບເງີນລາງວັນຜູ້ລະ 2 ລ້ານກີບ ພ້ອມຂອງຂວັນ ທີ່ລະນຶກຈໍານວນໜຶ່ງ ໂດຍໄດ້ຮັບການສະຫນັບສະໜູນຫຼັກ ຈາກບໍລິສັດ ປໍເຕໂຕໂກລາວ ປະກັນໄພ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານໃນສັງຄົມ. ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຕາງຫນ້າຄະນະຈັດງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວຖືກຮອງຮັບຈາກອົງການອຸຍເເນັດສໂກ ໃຫ້ເປັນມໍລະດົກໂລກ ...

Read More »

Elon Musk ກາຍເປັນບຸກຄົນທີ່ລວຍອັນດັບ 4 ຂອງໂລກ ແຊງໜ້າ…..

Elon Musk ຜູ້ຮ່ວມກໍ່ຕັ້ງ ແລະ CEO ມະຫາເສດຖີຂອງ Tesla ແຊງໜ້າ Mark Zuckerberg ຊີອີໂອຂອງ Facebook FB ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດອັນດັນ 4 ຂອງໂລກໃນວັນທີ 18 ພະຈິກ ທີ່ຜ່ານມາ ເນື່ອງຈາກຮຸ້ນຂອງ Tesla ຍັງຄົງພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກມີຂ່າວວ່າຈະຖືກເພີ່ມເຂົ້າໃນດັດສະນີ S&P 500 ໃນທ້າຍເດືອນໜ້າ.​ ຮຸ້ນຂອງຜູ້ຜະລິດລົດຍົນໄຟຟ້າພຸ່ງຂຶ້ນເກືອບ 10% ໃນເວລາ 14:25 ນາທີ ໃນວັນທີ 18 ຍູ້ດັນໃຫ້ Musk ມີມູນຄ່າຊັບສິນສຸດທິເພີ່ມ 8,3 ພັນລ້ານໂດລາ ລວມເປັນ 105,4 ພັນລ້ານໂດລາ. ນັ້ນເຮັດໃຫ້ເຂົາກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດເປັນອັນດັບ 4 ຂອງໂລກ ຕາມການຄາດການຂອງ Forbes ຊຶ່ງສູງກວ່າ Zuckerberg ຊຶ່ງມີມູນຄ່າຊັບສິນສຸດທິ 100,6 ພັນລ້ານໂດລາ. Musk ເຕີບໂຕຂຶ້ນໃນອັດຕາທີ່ໜ້າຕົກໃຈໃນປີນີ້ ໂດຍ ຮຸ້ນຂອງ Tesla ເພີ່ມຂຶ້ນຫຼາຍກວ່າ 460% ໃນປີ 2020 ...

Read More »

ກຳນົດເອົາ ກາງ ເດືອນກຸມພາ ປີໜ້າ ເປັນວັນເລືອກຕັ້ງ ສສຊ ຊຸດທີ IX……..

ຄະນະປະຈຳສະພາແຫ່ງຊາດໄດ້ກຳນົດເອົາວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II , ໃນຂະນະທີ່ສະມາຊິກສະພາແຫ່ງຊາດ (ສສຊ) ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 224 ທ່ານ, ເລືອກເອົາ 164 ທ່ານ ແລະ ສະມາຊິກປະຊາຊົນແຂວງ ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 789 ທ່ານ, ເລືອກເອົາ 492 ທ່ານ. ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ ກໍາມະການອະນຸກໍາມະການເລຂານຸ ການ ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນໃນວັນທີ 20 ພະຈິກ ຜ່ານມາ ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ຮູ້ກ່າວວ່າ:ໂດຍປະຕິບັດຕາມ ມາດຕາ 32 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2015), ໄດ້ກໍານົດໃຫ້ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ມີສິດໃນການກໍານົດວັນເລືອກຕັ້ງ ແລ້ວນໍາສະເໜີໃຫ້ປະທານປະເທດ ແຫ່ງ ສປປ ລາວ ພິຈາລະນາອອກລັດຖະດໍາລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ 90 ...

Read More »

ທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ສາຍທໍາອິດ……..

ໃນວັນທີ 19 ພະຈິກ 2020, ເສັ້ນທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງ (overhead lines) ສາຍທໍາອິດ ທີ່ກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ກ້າວເຂົ້າສູ່ ຊ່ວງໄລຍະທີ່ຂຸ້ນຂ້ຽວ, ມີຄວາມຍາວທັງໝົດ 576 ກວ່າກິໂລແມັດ; ໃນນີ້ສາຍວົງຈອນຈ່າຍໄຟຟ້າແມ່ນ 92 ກິໂລແມັດ, ສາຍຊັກນໍາເສີມແມ່ນ 615 ກິໂລແມັດ. ເພື່ອເຮັດໃຫ້ວຽກງານກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ດໍາເນີນໄປຢ່າງມີປະສິດທິພາບດີ, ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ມີການປະສານງານກັບແຕ່ລະຝ່າຍ ແຕ່ຂັ້ນລຸ່ມຫາຂັ້ນເທິງ, ມີການປັບປຸງແຫຼ່ງການຕິດຕັ້ງ, ມີການເປີດກອງປະຊຸມ ໃນຫົວຂໍ້ສະເພາະ ເພື່ອປຶກສາຫາລືກ່ຽວກັບແຜນການກໍ່ສ້າງ, ມີການຈັດແຈງຂັ້ນຕອນການວາງສາຍ, ທັງກໍານົດມາດຕະການຄວາມປອດໄພ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການກໍ່ສ້າງສາຍຊັກນໍາດ້ານເທິງສາຍທໍາອິດ ຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ດໍາເນີນການໄປພ້ອມກັນ ແລະ ສາມາດເຊື່ອມຕໍ່ເຂົ້າກັນໄດ້. ກ່ອນວາງສາຍ, ກໍ່ມີການກວດສອບເຕັກນິກຄວາມປອດໄພພາກສະໜາມ, ກວດສອບຍານພາຫະນະ, ກວດສອບກໍ້ສາຍ ແລະ ກວດເບິ່ງຄວາມຍາວ ທີ່ຈົ່ງໄວ້ກ່ອນລ່ວງໜ້າ; ຫຼັງຈາກນັ້ນ ພະນັກງານທັງໝົດ ແລະ ຜູ້ຂັບຍານພາຫະນະເທິງລາງລົດໄຟ ກໍເລີ່ມດໍາເນີນວຽກງານຕິດຕັ້ງດັ່ງກ່າວ, ທຸກໆຄົນດໍາເນີນການປ້ອງກັນຮັກສາໃນຮູບແບບ 3 ດ້ານ ...

Read More »

ແຂວງວຽງຈັນ ກໍານົດເອົາຕົ້ນໄມ້ແຕ້ ເປັນສະຖານທີ່ຈາລຶກຄວາມແຄ້ນ ຂອງນັກປະຕິວັດ….

ແຂວງວຽງຈັນ ພວມກະກຽມ ຈັດໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຕິດພັນກັບມູນເຊື້ອວັນຊາດທີ 2 ທັນວາ , ວັນເກີດຂອງປະທານໄກສອນ ພົມວິຫານ ເພື່ອເຜີຍແຜ່ ໃຫ້ການນໍາຫຼັກແຫຼ່ງ, ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຮັບຮູ້ ,ເຂົ້າໃຈ ໂດຍຈະນໍາເອົາເນື້ອໃນຂອງກອງປະຊຸມ ແລະ ປະຫວັດສາດຂອງຊາດ ສ້າງເປັນຄໍາຖາມ, ຄໍາຕອບ ລົງສູ່ແຕ່ລະເມືອງ, ກຸ່ມບ້ານ, ບ້ານຈຸດສຸມ ພາຍໃນແຂວງ ໃຫ້ເປັນຂະບວນກວ້າງຂວາງ. ທ່ານຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ສໍາພາດວ່າ: ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ແລະວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແຂວງວຽງຈັນ ຈະຈັດຫຼາຍກິດຈະກໍາ ເປັນຕົ້ນ: ປະຖາກະຖາ ເລົ່າຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດປະທານ ໄກສອນ ພົມວິຫານ ແລະ ຈັດພິທີຮັບສະມາຊິກອານຸຊົນ, ເຍົາວະຊົນ ຢູ່ຕໍ່ໜ້າອານຸສອນສະຖານ ໄກສອນ ພົມວິຫານ ຢູ່ແຂວງ ແລະ ...

Read More »

ທະນາຄານກາງຟີລີປິນ ປັບຫຼຸດອັດຕາດອກເບ້ຍ ເນື່ອງຈາກເສດຖະກິດມີຄວາມຫຍຸ້ງຍາກ……

ສຳນັກຂ່າວ ຣອຍເຕີ​້ ລາຍງານໃນວັນທີ 19 ພະຈິກ 2020 ໂດຍໃຫ້ຮູ້ວ່າ: ທະນາຄານກາງຂອງຟີລິປິນ ປັບຫຼຸດອັດຕາດອກເບ້ຍ ໃນວັນທີ 18 ພະຈິກ ທີ່ຜ່ານມາ ຊຶ່ງເປັນການຫຼຸດລົງຄັ້ງທີ 5 ໃນປີນີ້ ເນື່ອງຈາກ ຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ຫຼາຍລູກ ແລະ ການແຜ່ລະບາດຂອງ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ເກີດແຮງກົດດັນຕໍ່ເສດຖະກິດຢ່າງໜັກ. Bangko Sentral ng Pilipinas (BSP) ໄດ້ຫຼຸດອັດຕາການຊື້ຄືນ ສິນຄ້າກາງຄືນລົງທີ 0,25% ສູ່ລະດັບຕໍ່າສຸດເຖິງ 2,​0%. ນອກຈາກນີ້, ຍັງຫຼຸດອັດຕາດອກເບ້ຍເງິນຝາກຂ້າມຄືນ ແລະ ສິ່ງອຳນວຍຄວາມສະດວກໃຫ້ກູ້ຍືມເຫຼືອ 1,​5% ແລະ 2,​5% ຕາມລຳດັບ.​ ນັກເສດຖະສາດພຽງ 2 ໃນ 11 ຄົນ ຂອງຣອຍເຕີ້ ທີ່ສຳຫຼວດການທົບທວນນະໂຍບາຍຂອງ BSP ທີ່ໄດ້ໃຫ້ທັດສະນະວ່າຈະຫຼຸດອັດຕາດອກເບ້ຍລົງ 0,25%,​ ພວກເຂົາສ່ວນໃຫຍ່ໄດ້ຄາດການວ່າ ທະນາຄານກາງຍັງຄົງຖືກລະງັບ ເນືື່ອງຈາກປະເມີນຜົນກະທົບຂອງການຜ່ອນຜັນກ່ອນໜ້ານີ້.BSP ກ່າວວ່າ: ນະໂຍບາຍຜ່ອນຜັນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້ ແລະ ໄລຍະເວລາ ໃນການອອກຈາກມາດຕະການຜ່ອນຜັນຢ່າງບໍ່ເຄີຍມີມາກ່ອນ ...

Read More »

5 ປີຜ່ານມາ ການປະຕິຮູບຂະແໜງການເງິນ ໄດ້ຮັບຜົນສຳເລັດ ແລະ ລາຍຮັບພາຍໃນໄດ້ເພີ່ມຂຶ້ນແຕ່ລະປີ……..

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນຄັ້ງທີ III ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2020   ທີ່ກະຊວງການເງິນ, ນະຄອນຫຼວງວຽງຈັນ ເພື່ອຕີລາຄາຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ ພ້ອມກຳນົດທິດທາງລວມ ແລະ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແລະ ເລືອກຕັ້ງເອົາຄະນະພັກກະຊວງຊຸດໃໝ່ ເພື່ອຊີ້ນຳ-ນຳພາວຽກງານຂະແໜງການເງິນ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້. ກອງປະຊຸມພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ; ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ສະມາຊິກພັກອາວຸໂສ ບຳນານ ແລະ ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ສະຫາຍ ສົມດີ ດວງດີ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ...

Read More »

9 ເດືອນ ​ການ​ຄ້າ​ລະຫວ່າງ ລາວ-ຈີນ ບັນລຸ​ໄດ້ 2,48 ຕື້​ໂດ​ລາສະຫະລັດ……….

ໃນຕອນເຊົ້າຂອງ​ວັນ​ທີ 19 ພະຈິກ 2020 ນີ້, ທີ່​ຫ້ອງ​ປະຊຸມ​​ກະຊວງ​ອຸດສາຫະກຳ ແລະການ​ຄ້າ ນະຄອນຫຼວງວຽງຈັນ ໄດ້ມີກອງ​ປະຊຸມ​ທາງໄກ ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງ​ທີ X ໂດຍການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະການ​ຄ້າ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຈີນ ແລະ ທ່ານ Li Chenggang ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສປ ຈີນ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຈີນ-ລາວ, ​ມີບັນດາ​ຄະນະ​ຜູ້​ແທນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ຈຸດປະສົງ ໃນການຈັດກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ທົບ​ທວນຄືນ​ຜົນສຳເລັດ​ການ​ປະຕິບັດ​ການ​ຮ່ວມ​ມື​ລາວ-ຈີນ ໃນ​ຂົງເຂດ​ເສດ​ຖະກິດ-ການ​ຄ້າ ແລະເຕັກນິກ ເຊິ່ງ​ທັງ​ສອງ​ຝ່າຍ​ສັງເກດ​ເຫັນ​ວ່າ ນັບແຕ່​ກາງ​ປີ 2018 ເຖິງ​ປັດຈຸບັນ ລັດຖະບານ ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ​ແກ່ ສປປ ລາວ ລວມມູນ​ຄ່າ 4 ຕື້​ຢວນ; ໃນ​ໄລຍະ 3 ປີ ແຕ່​ປີ 2018 – 2020 ໂດຍ​ໄດ້​ໃຫ້​ບູ​ລິ​ມະ​ສິດ​ເຂົ້າ​ໃນ 8 ໂຄງການ​ໃຫຍ່​ທີ່​ສຳຄັນ​ຂອງ ...

Read More »