ໃນວັນທີ 19 ພະຈິກ 2020, ເສັ້ນທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງ (overhead lines) ສາຍທໍາອິດ ທີ່ກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ກ້າວເຂົ້າສູ່ ຊ່ວງໄລຍະທີ່ຂຸ້ນຂ້ຽວ, ມີຄວາມຍາວທັງໝົດ 576 ກວ່າກິໂລແມັດ; ໃນນີ້ສາຍວົງຈອນຈ່າຍໄຟຟ້າແມ່ນ 92 ກິໂລແມັດ, ສາຍຊັກນໍາເສີມແມ່ນ 615 ກິໂລແມັດ.

ເພື່ອເຮັດໃຫ້ວຽກງານກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ດໍາເນີນໄປຢ່າງມີປະສິດທິພາບດີ, ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ມີການປະສານງານກັບແຕ່ລະຝ່າຍ ແຕ່ຂັ້ນລຸ່ມຫາຂັ້ນເທິງ, ມີການປັບປຸງແຫຼ່ງການຕິດຕັ້ງ, ມີການເປີດກອງປະຊຸມ ໃນຫົວຂໍ້ສະເພາະ ເພື່ອປຶກສາຫາລືກ່ຽວກັບແຜນການກໍ່ສ້າງ, ມີການຈັດແຈງຂັ້ນຕອນການວາງສາຍ, ທັງກໍານົດມາດຕະການຄວາມປອດໄພ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການກໍ່ສ້າງສາຍຊັກນໍາດ້ານເທິງສາຍທໍາອິດ ຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ດໍາເນີນການໄປພ້ອມກັນ ແລະ ສາມາດເຊື່ອມຕໍ່ເຂົ້າກັນໄດ້.

ກ່ອນວາງສາຍ, ກໍ່ມີການກວດສອບເຕັກນິກຄວາມປອດໄພພາກສະໜາມ, ກວດສອບຍານພາຫະນະ, ກວດສອບກໍ້ສາຍ ແລະ ກວດເບິ່ງຄວາມຍາວ ທີ່ຈົ່ງໄວ້ກ່ອນລ່ວງໜ້າ; ຫຼັງຈາກນັ້ນ ພະນັກງານທັງໝົດ ແລະ ຜູ້ຂັບຍານພາຫະນະເທິງລາງລົດໄຟ ກໍເລີ່ມດໍາເນີນວຽກງານຕິດຕັ້ງດັ່ງກ່າວ, ທຸກໆຄົນດໍາເນີນການປ້ອງກັນຮັກສາໃນຮູບແບບ 3 ດ້ານ 1 ລະບົບ ໂດຍຜ່ານການປະສານສົມທົບຈາກແຕ່ລະຝ່າຍ, ການຖອນສະໝໍ, ວາງສາຍ ແລະ ລົງສະໝໍ ກໍເລີ່ມປະຕິບັດຂຶ້ນ, ຈົນເຮັດໃຫ້ການວາງສາຍຊັກນໍາເຊື່ອມຕໍ່ສາຍທໍາອິດສໍາເລັດໄປພ້ອມກັບ ຊ່ວງຂອງພາຍໃນປະເທດ, ອັນເປັນການເປີດສາກທີ່ດີ ແລະ ຍິ່ງໃຫຍ່ ໃຫ້ແກ່ເສັ້ນທາງລົດໄຟລາວ-ຈີນ.

ເສັ້ນທາງລົດໄຟລາວ-ຈີນ ແມ່ນໂຄງການເຊື່ອມຕໍ່ ລະຫວ່າງຍຸດທະສາດ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ແລະ ຍຸດທະສາດ “ການປ່ຽນແປງຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ມາເປັນປະເທດເຊື່ອມຕໍ່ (land lock to land link)” ຂອງລາວ, ພາກເໜືອແມ່ນເລີ່ມຈາກຈຸດຊາຍແດນລາວ-ຈີນ ບໍ່ເຕັນ ຫາ ນະຄອນຫຼວງວຽງຈັນ, ມີຄວາມຍາວທັງໝົດ 422,4 ກິໂລແມັດ. ເສັ້ນທາງລົດໄຟນີ້ ແມ່ນກໍ່ສ້າງຕາມມາດຕະຖານ ແລະ ເຕັກນິກ ຂອງສປ ຈີນ, ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນເສັ້ນທາງລົດໄຟຂັບເຄື່ອນໂດຍໄຟຟ້າທີ່ໃຊ້ສໍາລັບການຂົນສົ່ງສິນຄ້າ ແລະ ຜູ້ໂດຍສາຍ. ເລີ່ມການກໍ່ສ້າງໃນເດືອນ 12 ປີ 2016, ຕາມແຜນແມ່ນ ເດືອນ 12 ປີ 2021 ສໍາເລັດການກໍ່ສ້າງ ແລະ ລົດໄຟສາມາດຂັບເຄື່ອນໄດ້ເທິງລາງຢ່າງເປັນທາງການ.
ແຫຼ່ງຂໍ້ມູນ: ຂປລ