ໃນຕອນເຊົ້າຂອງວັນທີ 19 ພະຈິກ 2020 ນີ້, ທີ່ຫ້ອງປະຊຸມກະຊວງອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມທາງໄກ ຂອງຄະນະກຳມະການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງທີ X ໂດຍການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ປະທານຄະນະກຳມະການຮ່ວມມື ລາວ-ຈີນ ແລະ ທ່ານ Li Chenggang ຮອງລັດຖະມົນຕີກະຊວງການຄ້າ ສປ ຈີນ, ປະທານຄະນະກຳມະການຮ່ວມມື ຈີນ-ລາວ, ມີບັນດາຄະນະຜູ້ແທນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງ ໃນການຈັດກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນຜົນສຳເລັດການປະຕິບັດການຮ່ວມມືລາວ-ຈີນ ໃນຂົງເຂດເສດຖະກິດ-ການຄ້າ ແລະເຕັກນິກ ເຊິ່ງທັງສອງຝ່າຍສັງເກດເຫັນວ່າ ນັບແຕ່ກາງປີ 2018 ເຖິງປັດຈຸບັນ ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອລ້າແກ່ ສປປ ລາວ ລວມມູນຄ່າ 4 ຕື້ຢວນ; ໃນໄລຍະ 3 ປີ ແຕ່ປີ 2018 – 2020 ໂດຍໄດ້ໃຫ້ບູລິມະສິດເຂົ້າໃນ 8 ໂຄງການໃຫຍ່ທີ່ສຳຄັນຂອງ ສປປ ລາວ, ມາຮອດປັດຈຸບັນ ທັງສອງຝ່າຍໄດ້ສືບຕໍ່ດຳເນີນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ສອງລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອໃຫ້ມີຄວາມຄືບໜ້າເປັນຢ່າງດີ.

ສໍາລັບ ການຄ້າ ລາວ-ຈີນ ໃນໄລຍະປີ 2019 ຍອດມູນຄ່າການຄ້າສອງຝ່າຍບັນລຸເຖິງ 3,92 ຕື້ໂດລາສາຫະລັດ ເພີ່ມຂຶ້ນ 12,9%, ສໍາລັບປີ 2020 ນັບແຕ່ ເດືອນມັງກອນ ຫາ ເດືອນກັນຍາ ປີ 2020 ມູນຄ່າການຄ້າລະຫວ່າງ ສປປ ລາວ ແລະ ສປ ຈີນ ບັນລຸໄດ້ 2,48 ຕື້ໂດລາສະຫະລັດ ຫຼຸດລົງ 12,2% ເນື່ອງຈາກຜົນກະທົບ ຈາກພະຍາດໂຄວິດ-19 ຈຶ່ງສົ່ງຜົນໃຫ້ການແລກປ່ຽນສິນຄ້າ ຂອງທັງສອງຝ່າຍຫຼຸດລົງເປັນຈຳນວນຫຼວງຫຼາຍ, ພິເສດ ໃນປີ 2019 – 2020 ລັດຖະບານຈີນ ຍັງອະນຸມັດໂກຕ້າການສົ່ງອອກເຂົ້າສານຂອງ ສປປ ລາວ ໄປ ສປ ຈີນ ຈຳນວນ 50.000 ໂຕນ.

ນອກຈາກນັ້ນ, ຍັງພວມຕັ້ງໜ້າຊຸກຍູ້ການສົ່ງອອກ ງົວ, ຄວາຍ ແລະ ເຈລະຈາໂກຕ້າໃບຢາສູບ ແລະ ນ້ຳຕານຂອງລາວສົ່ງອອກໄປຈີນ. ດັ່ງນັ້ນ, ການລົງທຶນຂອງ ສປ ຈີນ ຢູ່ ສປປ ລາວ ມາຮອດເດືອນຕຸລາ 2020 ມີທັງໝົດ 793 ໂຄງການ ເຊິ່ງມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 12 ຕື້ໂດລາສະຫະລັດ ເປັນອັນດັບ 1 ໃນ 32 ປະເທດ ແລະ ເຂດແຄວ້ນທີ່ເຂົ້າມາລົງທຶນຢູ່ ສປປ ລາວ ແລະ ສປ ຈີນ ຍັງໄດ້ລົງທຶນໃນເຂດເສດຖະກິດພິເສດ ທີ່ໄດ້ຮັບການອະນຸມັດທັງໝົດ 463 ໂຄງການ ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 3,1 ຕື້ໂດລາສະຫະລັດ.

ທັງສອງຝ່າຍໄດ້ສັງເກດຕີລາຄາ ໂດຍລວມວ່າ ການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ ເຖິງຈະມີຄວາມຫຍຸ້ງຍາກທາງດ້ານພະຍາດໂຄວິດ-19 ແຕ່ກໍ່ມີຜົນສຳເລັດໃນຫຼາຍດ້ານ ດັ່ງໄດ້ກ່າວມາຂ້າງເທິງນັ້ນ ແລະກໍ່ເຫັນວ່າ ໃນໄລຍະທີ່ມີຄວາມຫຍຸ້ງຍາກ ລັດຖະບານສອງຝ່າຍກໍ່ໄດ້ວາງຫຼາຍໆມາດຕະການ ເພື່ອຊຸກຍູ້ການປະຕິບັດການຮ່ວມມືໃຫ້ໄດ້ຮັບຄວາມຄືບໜ້າດ້ວຍຜົນສຳເລັດອັນໃຫຍ່ຫຼວງ.
ແຫຼ່ງຂໍ້ມູນ: ຊີອາໄອ