ກຳນົດເອົາ ກາງ ເດືອນກຸມພາ ປີໜ້າ ເປັນວັນເລືອກຕັ້ງ ສສຊ ຊຸດທີ IX……..

ຄະນະປະຈຳສະພາແຫ່ງຊາດໄດ້ກຳນົດເອົາວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II , ໃນຂະນະທີ່ສະມາຊິກສະພາແຫ່ງຊາດ (ສສຊ) ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 224 ທ່ານ, ເລືອກເອົາ 164 ທ່ານ ແລະ ສະມາຊິກປະຊາຊົນແຂວງ ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 789 ທ່ານ, ເລືອກເອົາ 492 ທ່ານ.

ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ ກໍາມະການອະນຸກໍາມະການເລຂານຸ ການ ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນໃນວັນທີ 20 ພະຈິກ ຜ່ານມາ ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ຮູ້ກ່າວວ່າ:ໂດຍປະຕິບັດຕາມ ມາດຕາ 32 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2015), ໄດ້ກໍານົດໃຫ້ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ມີສິດໃນການກໍານົດວັນເລືອກຕັ້ງ ແລ້ວນໍາສະເໜີໃຫ້ປະທານປະເທດ ແຫ່ງ ສປປ ລາວ ພິຈາລະນາອອກລັດຖະດໍາລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ 90 ວັນ.

ມາຮອດປັດຈຸບັນ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ສະບັບ ເລກທີ 187/ປປທ, ວ່າດ້ວຍການປະກາດເອົາ ວັນອາທິດ ກົງກັບວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ໃນທົ່ວປະເທດ ຕາມການສະ ເໜີຂອງຄະນະປະຈໍາສະພາແຫ່ງຊາດ, ຈຶ່ງຂໍແຈ້ງມາໃຫ້ບັນດາທ່ານຊາບວ່າ: “ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2021”.

ທ່ານ ສົມພູ ດວງສະຫວັນ ຍັງໄດ້ກ່າວອີກວ່າ: ການເລືອກຕັ້ງຄັ້ງນີ້ ມີຜູ້ລົງສະຫມັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດຊຸດທີ IX ມີຈໍານວນ 224, ເລືອກເອົາ 164 ທ່ານ, ສ່ວນຜູ້ລົງສະຫມັກຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ມີຈໍານວນ 789 ທານ ເລືອກເອົາ 492 ທ່ານ.ລາຍລະອຽດມີດັ່ງນີ້:

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ມີຈໍານວນ 23 ທ່ານ, ເລືອກເອົາ 18 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີຈໍານວນ 49 ທ່ານ, ເລືອກເອົາ 31 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ. ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 38 ທ່ານ, ເລືອກເອົາ 24 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງ ຫຼວງນໍ້າທາ ມີ 9 ທ່ານ, ເລືອກເອົາ 6 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

– ຜູ້ສະຫມັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

– ຜູ້ສະຫມັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ. ຜູ້ສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

– ຜູ້ສະຫມັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ. ຜູ້ສະໝັກເປັນ ສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 57 ທ່ານ, ເລືອກເອົາ 33 ທ່ານ.

– ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 7 ແຂງໄຊຍະບູລີ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ. ຈໍານວນຜູ້ສະໝັກກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 54 ທ່ານ, ເລືອກເອົາ 32 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 49 ທ່ານ, ເລືອກເອົາ 29 ທ່ານ.

– ຜູ້ສະຫມັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 9 ແຂວງ ຊຽງຂວາງ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 10 ແຂວງ ວຽງຈັນ ມີຈໍານວນ 13 ທ່ານ, ເລືອກເອົາ 10 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 53 ທ່ານ, ເລືອກເອົາ 31 ທ່ານ.

– ຈໍານວນຜູ້ສະຫມັກຮັບເລືອກຕັ້ງ ສສຊ ປະຈໍາເຂດເລືອກຕັ້ງທີ 11 ແຂວງ ບໍລິຄໍາໄຊ ມີຈໍານວນ 10 ທ່ານ, ເລືອກເອົາ 7 ທ່ານ. ຈໍານວນຜູ້ສະຫມັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 39 ທ່ານ, ເລືອກເອົາ 25 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 50 ທ່ານ, ເລືອກເອົາ 30 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ມີຈໍານວນ 25 ທ່ານ, ເລືອກເອົາ 20 ທ່ານ. ຈໍານວນຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 69 ທ່ານ, ເລືອກເອົາ 39 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຈໍານວນ 12 ທ່ານ, ເລືອກເອົາ 9 ທ່ານ. ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 44 ທ່ານ, ເລືອກເອົາ 23 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຈໍານວນ 20 ທ່ານ, ເລືອກເອົາ 15 ທ່ານ. ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 55 ທ່ານ, ເລືອກເອົາ 35 ທ່ານ.

– ຈໍານວນຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ. ຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 30 ທ່ານ, ເລືອກເອົາ 21 ທ່ານ.

– ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ປະຈໍາເຂດເລືອກຕັ້ງທີ 17 ແຂວງ ອັດຕະປື ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ. ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

– ຜູ້ສະຫມັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ແຂວງ ໄຊສົມບູນ ມີຈໍານວນ 9 ທ່ານ, ເລືອກເອົາ 6 ທ່ານ. ຜູ້ສະຫມັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ມີຈໍານວນ 31 ທ່ານ, ເລືອກເອົາ 21 ທ່ານ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments