ກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ ສານ (ປທສ) ຮ່ວມກັບ ມະຫາ ວິທະຍາໄລແຫ່ງຊາດ, ຄະນະກຳມາທິການ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ ແລະ ແມ່ -ເດັກ (ຄກມດ) ໄດ້ຈັດຂະບວນການສະເຫຼີມສະຫຼອງວັນສົນ ທິສັນຍາວ່າດ້ວຍສິດທິເດັກ 20 ພະຈິກ ແລະ ລະນຶກວັນ ສາກົນ ເພື່ອຢຸດຕິຄວາມຮຸນ ແຮງຕໍ່ແມ່ຍິງ 25 ພະຈິກ ໂດຍ ການຈັດງານຂຶ້ນທະບຽນເລກ ໝາຍໂທລະສັບ ຊຶ່ງຈັດຂຶ້ນໃນວັນທີ 18 ພະຈິກຜ່ານມາ ທີ່ ມະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ ຍິງ ແລະ ແມ່-ເດັກ ກະຊວງ ປທສ ແລະ ທ່ານ ໂພສີ ທິບດາວັນ ຮອງອະທິການບໍດີມະ ຫາວິທະຍາໄລແຫ່ງຊາດ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ທອງໃສ ຊານໄຊຍະ ໄດ້ກ່າວວ່າ: ການສະເຫຼີມສະ ຫຼອງວັນດັ່ງກ່າວນີ້ ທົ່ວໂລກກໍໄດ້ມີການສະຫຼີມສະຫຼອງ ກໍຄື ສປປ ລາວ ເວົ້າລວມ, ເວົ້າສະ ເພາະກໍຄືຂະແໜງ ປທສ ທີ່ແຕ່ລະປີຜ່ານມາກໍໄດ້ຮ່ວມກັບຫຼາຍພາກສ່ວນຈັດຂະບວນການນີ້ຂຶ້ນດ້ວຍຫຼາຍຮູບການ, ແຕ່ໃນປີນີ້ ກະຊວງ ປທສ ໄດ້ຈັດຮ່ວມກັບມະຫາວິທະຍາໄລແຫ່ງຊາດຈັດຂະບວນການສະເຫຼີມສະຫຼອງສອງວັນດັ່ງກ່າວນີ້ຂຶ້ນດ້ວຍຮູບແບບການຂຶ້ນທະບຽນເລກໝາຍໂທລະສັບໃຫ້ກັບນັກຮຽນນັກສຶກສາ ຂອງມະຫາວິທະຍາໄລແຫ່ງຊາດ.
ກ່ຽວກັບວັນສົນທິສັນຍາວ່າດ້ວຍສິດທິເດັກ ສປປ ລາວ ໄດ້ລົງນາມ ແລະ ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທິເດັກ ໃນປີ 1991 ຊຶ່ງນັບແຕ່ນັ້ນມາພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ເພື່ອຮັບປະກັນຄວາມເປັນຢູ່ທີ່ດີ, ການເບິ່ງແຍງດູແລ ແລະ ການປະຕິບັດສິດທິ ແລະ ຜົນປະໂຫຍດຂອງເດັກ ໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ.ການສະເຫຼີມສະຫຼອງ ວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ກໍເຊັ່ນດຽວກັນຊຶ່ງປະຊາຄົມໂລກ ກໍໄດ້ໃຫ້ຄວາມສຳຄັນ ແລະ ໄດ້ເລີ່ມມີການສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ;

ເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບການຕໍ່ແມ່ຍິງ. ສຳລັບ ສປປ ລາວ ຂອງ ພວກເຮົາແລ້ວ, ພັກ ແລະ ລັດຖະບານຍາມໃດກໍໃຫ້ຄວາມສຳຄັນຕໍ່ກັບບັນຫາດັ່ງກ່າວ ໂດຍໄດ້ເອົາໃຈໃສ່ໃນການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ລຶບລ້າງທຸກຮູບການ ໃນການຈຳແນກຕໍ່ແມ່ຍິງ ຕະຫຼອດມາ.ດັ່ງນັ້ນ, ເພື່ອເປັນການສະເຫຼີມສະຫຼອງ ເນື່ອງໃນໂອກາດ ສອງວັນດັ່ງກ່າວຂ້າງເທິງນີ້ໃຫ້ເປັນຂະບວນການທີ່ຟົດຟື້ນ ແລະ ໃຫ້ມີເນື້ອໃນ ຈຶ່ງໄດ້ຈັດຕັ້ງຂະບວນການ ການຂຶ້ນທະບຽນໝາຍເລກໂທລະສັບນີ້ຂຶ້ນ ຊຶ່ງເປັນວຽກທີ່ສຳຄັນຂອງສັງຄົມ ກໍຄື ເຮັດໃຫ້ວຽກງານຂອງພັກ – ລັດຖະບານສາມາດຄຸ້ມຄອງ ແລະ ກວດສອບຜູ້ນຳໃຊ້ສື່ສັງຄົມອອນລາຍໃນ ສປປ ລາວ ໄດ້.
ແຫຼ່ງຂໍ້ມູນ: ປະຊາຊົນ