ສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວໄດ້ຖືກຮັບຮອງ……..

ທ້າວ ວິສະນຸ ສະແຫວງຊົນ, ນາງ ສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນອາຍຸ 7 ຫາ 14 ປີ ແລະ ທ້າວ ສຸວັນ ໄຊພົງສີດາ ແລະ ນາງ ນູ່ນີ່ ຈັນທະວົງ ໄດ້ຮັບລາງ ວັນຊະນະເລີດໃນຮຸ່ນອາຍຸ 15 ຫາ 18 ປີ ໃນການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດ ຄັ້ງທີ 1 ທົ່ວນະຄອນ ຫລວງວຽງຈັນ ທີ່ຈັດຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 22 ພະຈິກ 2020 ໂດຍໄດ້ຮັບເງີນລາງວັນຜູ້ລະ 2 ລ້ານກີບ ພ້ອມຂອງຂວັນ ທີ່ລະນຶກຈໍານວນໜຶ່ງ ໂດຍໄດ້ຮັບການສະຫນັບສະໜູນຫຼັກ ຈາກບໍລິສັດ ປໍເຕໂຕໂກລາວ ປະກັນໄພ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານໃນສັງຄົມ.

ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຕາງຫນ້າຄະນະຈັດງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວຖືກຮອງຮັບຈາກອົງການອຸຍເເນັດສໂກ ໃຫ້ເປັນມໍລະດົກໂລກ ທາງວັດທະນະທໍາ-ນາມມະທໍາ, ເປັນການປຸກລະດົມໃຫ້ຄົນຮຸ່ນໃຫມ່ຮູ້ຈັກປົກປັກຮັກສິລະປະວັດທະນະທໍາແຄນລາວໃຫ້ຄົງຢູ່ກັບຊາດລາວຄົນລາວ,

ພ້ອມທັງເປັນການສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດຂອງພັກທີ່ຈະມາເຖິງເປັນຕົ້ນ: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັບຂອງປວງຊົນລາວທັງຊາດ ຄົບຮອບ 100 ປີ ແລະ ວັນສໍາຄັນ ອື່ນໆ.

ການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດຄັ້ງທີ 1 ທົ່ວນະຄອນຫຼວງວຽງຈັນ ແມ່ນດໍາເນີນການຄັດເລືອກເປັນ 3 ຮອບນັບແຕ່ເດືອນມີນາຜ່ານມາ ເພື່ອຄັດເອົາຜູ້ທີ່ມີຄະແນນດີທີ່ສຸດໃນແຕ່ລະຮອບເຂົ້າມາແຂ່ງຂັນໃນຮອບຊິງຊະນະເລີດ, ສະເພາະຮອບຊິງຊະນະເລີດມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 16 ຄົນ ໃນນີ້ແບ່ງອອກເປັນ 4 ປະເພດແຂ່ງຂັນຄື: ປະເພດອາຍຸ 7 ຫາ 14 ປີຍິງ-ຊາຍ ແລະ ປະເພດອາຍຸ 15 ຫາ 18 ປີ ຍິງ-ຊາຍ ຊຶ່ງກະຕິກາການແຂ່ງຂັນຜູ້ເຂົ້າຮ່ວມແຂ່ງຂັນຕ້ອງເປົ່າໃຫ້ຄົບຖ້ວນຕາມລາຍແຄນທີ່ທາງຄະນະກໍາມະການກໍານົດໃຫ້ເຊັ່ນ: ເປົ່າໃຫ້ຖືກລາຍເດີມ, ລາຍແຄນຕ້ອງຈະແຈ້ງ ແລະ ຊັດເຈນ, ມ່ວນ ແລະ ຖືກຈັງຫວະ.

ສໍາລັບການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດຄັ້ງທີ 1 ທົ່ວນະຄອນຫຼວງວຽງຈັນ ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ໂດຍມີ ທ່ານ ສະຫວັນຄອນ ຣາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດລາວ, ທ່ານ ຄໍາພັນ ເໝືອນສິດທິດາ ປະທານສະມາຄົມແຄນລາວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫຼາຍ.

ແຫຼ່ງຂໍ້ມູນ: ວສລ

Comments