Author Archives: admin target

ຊ໋ອກ!!! ແມ່ຍິງຈີນຄົນໜື່ງໃຊ້ລິຟພຽງ 1 ນາທີ ເເຜ່ເຊື້ອໂຄວິດໃຫ້ເພື່ອນບ້ານ ເຖິງ 71 ຄົນ

ເມື່ອວັນທີ 14 ກໍລະກົດ 2020 ທີ່ຜ່ານມາ ຈີນພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການຄົນຫນື່ງທີ່ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ຕິດລວມ 71 ຄົນ ເຊິ່ງອາດແຜ່ເຊື້ອຜ່ານລິຟພາຍໃນອາພາດເມັ້ນ. ເວັບໄຊຂ່າວ stuff ຂອງນິວຊີແລນ ລາຍງານວັນທີ 13 ກໍລະກົດ ອ້າງການວິໄຈທີ່ເຜີຍແຜ່ໃນເວັບໄຊສຳນັກງານປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ (CDC) ທີ່ພົບວ່າ ມີຜູ້ປ່ວຍໂຄວິດ-19 ຊື່ງບໍ່ສະແດງອາການລາຍຫນື່ງ ໃນມົນທົນເຮຍຫລົງຈຽງ ທາງຕາເວັນອອກຂອງຈີນ ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ໂຄວິດ-19 ອີກລວມ 71 ລາຍ ຜ່ານການໃຊ້ລິຟພາຍໃນອາພາດເມັ້ນໂຕດຽວກັນງານວິໄຈລະບຸວ່າ ຜູ້ຕິດເຊື້ອທີ່ບໍ່ສະແດງອາການລາຍດັ່ງກ່າວເປັນເພດຍິງ ເດີນທາງກັບມາຈາກອາເມຣິກາ ຕັ້ງແຕ່ວັນທີ 19 ມີນາທີ່ຜ່ານມາ ຊື່ງຈາກການກວດພະຍາດເບື້ອງຕົ້ນບໍ່ພົບວ່າຕິດໂຄວິດ-19 ແຕ່ຕ້ອງດຳເນີນການກັກຕົວເປັນເວລາ14 ວັນຕາມມາດຕະການຂອງລັດ ຈື່ງເດີນທາງກັບໄປກັກໂຕທີ່ຫ້ອງພັກພາຍໃນອາພາດເມັ້ນ ໂດຍປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ບໍ່ພົບປະຜູ້ໃດ ລວມທັງເວລາຂຶ້ນຫ້ອງພັກກໍບໍ່ໄດ້ໃຊ້ລິຟຮ່ວມກັບຜູ້ອື່ນ. ຢ່າງໃດກໍ່ຕາມ, ໃນເວລາຕໍ່ມາ ມີການພົບຜູ້ຕິດໂຄວິດ-19 ພາຍໃນອາພາດເມັ້ນທີ່ນາງອາໄສຢູ່ ຜູ້ຕິດເຊື້ອລາຍນີ້ຢູ່ຊັ້ນລຸ່ມຈາກຫ້ອງຂອງຍິງຄົນດັ່ງກ່າວ ມີປະຫວັດໃຊ້ລິຟໃນອາຄານ ແຕ່ບໍ່ໄດ້ໃຊ້ໃນເວລາດຽວກັບຜູ້ປ່ວຍຍິງຄົນແລກທີ່ບໍ່ສະແດງອາການ ຜູ້ຕິດເຊື້ອຄົນນີ້ໄດ້ແຜ່ເຊື້ອໄປຍັງແມ່ ແລະແຟນຂອງແມ່ ຊື່ງແມ່ ແລະແຟນຂອງແມ່ໄດ້ເຂົ້າຮ່ວມງານປາຕີ້ ເຮັດໃຫ້ເຊື້ອໂຄວິດ-19 ໄປຕິດຊາຍອີກຄົນ ແລະລູກຊາຍ 2 ຄົນຂອງເຂົາຕໍ່ມາຊາຍຄົນດັງກ່າວທີ່ຕິດໂຄວິດ-19 ຈາກງານປາຕີ້ເຂົ້າໂຮງຫມໍດ້ວຍໂລກຫລອດເລືອດສະຫມອງ (stroke) ໂດຍມີລູກ ...

Read More »

ເຫດທໍ່ສົ່ງນໍ້າມັນແຕກ!!! ໄຟໄໝ້ລາມລົດໃນຖະໜົນຈຳນວນຫຼາຍ ໃນອີຢິບ…

ຄຣິກເບິ່ງວີດີໂອຕາມ Link ລຸ່ມນີ້: ໃນວັນທີ 15 ກໍລະກົດ ສຳນັກຂ່າວ GULF NEWS ລາຍງານເຖິງເຫດການທໍ່ສົ່ງນໍ້າມັນດິບແຕກໃນໄຄໂຣ ເມືອງຫຼວງຂອງປະເທດອີຢີບ ເຮັດໃຫ້ເກີດໄຟໄໝ້ລົດໃນຖະໜົນ. ຈາກເຫດການທີ່ເກີດຂຶ້ນມີຜູ້ບາດເຈັບທັງໝົດ ຈຳນວນ 12 ຄົນ.​ ການສອບສວນເບື້ອງຕົ້ນພົບວ່າ ທໍ່ນ້ຳມັນເກີດຮອຍແຕກບໍລິເວນໃກ້ທາງຫຼວງ, ເສັ້ນທາງ ໄຄໂຣ-ອິສມາອີເລຍ. ຈາກນັ້ນ, ເກີດປະກາຍໄຟຈົນລະເບີດ ແລະ ໄໝ້ລົດໃຫຍ່ຫຼາຍຄັນທີ່ກຳລັງສັນຈອນຢູ່ຕາມທ້ອງຖະໜົນທີ່ແອອັດ. ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 14 ກໍລະກົດ ເຮັດໃຫ້ທາງການຕ້ອງປິດນຳໃຊ້ຖະໜົນເຊື່ອມຕໍ່່ Hi-way ທີ່ເກີດເຫດ, ເນື່ອງຈາກມີລົດຫຼາຍຄັນທີ່ລະເບີດ ແລະ ຖືກໄຟໄໝ້. ທາງສຳນັກຂ່າວ Xinhua ລາຍງານຖະແຫຼງການກະຊວງສາທາລະນະສຸກອີຢິບວ່າ ບໍ່ມີຜູ້ເສຍຊີວິດໃນເຫດການຄັ້ງນີ້, ສຳຫຼັບຜູ້ບາດເຈັບແມ່ນໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍໃນໄຄໂຣແລ້ວ , ສ່ວນອາການຜູ້ທີ່ຖືກບາດເຈັບຈາກໄຟໄໝ້ແມ່ນມີອາການແຕກຕ່າງກັນໄປ. ພ້ອມກັນນັ້ນ, ເຈົ້າໜ້າທີ່ເຜີຍວ່າ ໄດ້ຈັດຕັ້ງກຳມະການດ້ານເຕັກນິກ ຊອກຫາສາເຫດຂອງອຸບັດຕິເຫດຄັ້ງນີ້, ພ້ອມສົ່ງເສີມວ່າຜົນການກວດສອບຈະຖືກສົ່ງຕໍ່ໄປໜ່ວຍງານດ້ານຄວາມປອດໄພ. ແຫຼ່ງຂໍ້ມູນ: Xinhua & Early Footage Massive Oil Pipeline Explosion in Cairo, Egypt

Read More »

ສປປ ລາວ ທົບທວນເປົ້າໝາຍການພັດທະນາແບບຍືນຍົງ ຄົບຮອບ 3 ປີ

ຄະນະຊີ້ນຳລະດັບຊາດ ເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຈັດກອງປະຊຸມທົບທວນປະຈຳຮອບວຽນ 3 ປີ ໃນວັນທີ 15 ກໍລະກົດ 2020 ທີ່ ສູນການຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທັງເປັນປະທານຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຢູ່ ສປປ ລາວ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຜູ້ຕາງໜ້າຈາກບັນ ດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວເປີດກອງປະຊຸມ ໂດຍໄດ້ເນັ້ນເຖິງຄວາມສຳຄັນໃນການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຂອງວົງຄະນາຍາດສາກົນ ເພື່ອພ້ອມກັນສູ້ຊົນແກ້ໄຂບັນຫາ ທີ່ເປັນສິ່ງທ້າທາຍອັນສຳຄັນຂອງໂລກໃນປັດຈຸບັນ, ເຊິ່ງປະກອບຢູ່ໃນ 17 ເປົ້າໝາຍ. ພິເສດສໍາລັບ ສປປ ລາວ ແມ່ນໄດ້ມີອີກໜຶ່ງເປົ້າໝາຍແຫ່ງຊາດນັ້ນ ກໍຄື ເປົ້າໝາຍທີ 18 ...

Read More »

ແຮງງານຫວຽດນາມ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ – 19

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກສຳນັກງານສະຖິຕິແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ແຮງງານ ປະມານ 31 ລ້ານຄົນ ໃນຫວຽດນາມ ໄດ້ຮັບຜົນກະທົບທາງເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ – 19, ໃນຈຳນວນນີ້ມີຜູ້ວ່າງງານ 900.000 ຄົນ ແລະ ເກືອບ 18 ລ້ານຄົນ ມີລາຍໄດ້ຫຼຸດລົງ, ຫາກຍັງບໍ່ມີມາດຕະການເພື່ອກະຕຸ້ນເສດຖະກິດ ອາດສົ່ງຜົນໃຫ້ມີຜູ້ວ່າງງານເພີ່ມຂຶ້ນອີກ 5 ລ້ານຄົນ ພາຍໃນທ້າຍປີນີ້. ມາຮອດປັດຈຸບັນ ຫວຽດນາມ ມີຍອດຜູ້ຕິດເຊື້ອໂຄວິດ – 19 ສະສົມ 369 ຄົນ, ບໍ່ມີຜູ້ເສຍຊີວິດ ແລະ ຍັງບໍ່ພົບຜູ້ຕິດເຊື້ອລາຍໃໝ່ພາຍໃນປະເທດຕິດຕໍ່ກັນ 80 ກວ່າວັນ ເນື່ອງຈາກສາມາດຄວບຄຸມການແຜ່ລະບາດໂຄວິດ – 19 ໄດ້ເປັນຢ່າງດີ. ແນວໃດກໍຕາມ, ຫວຽດນາມ ຍັງຕ້ອງປະເຊີນກັບບັນຫາດ້ານເສດຖະກິດ ເນື່ອງຈາກອັດຕາການເຕີບໂຕທາງເສດຖະກິດໃນໄຕມາດ 2 ຂະຫຍາຍຕົວຕ່ຳສຸດໃນຮອບ 30 ປີ ເຊິ່ງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົ່ງຜົນໃຫ້ເສດຖະກິດພາຍໃນປະເທດຂະຫຍາຍຕົວຕໍ່າກວ່າເປົ້າໝາຍທີ່ລັດຖະບານຫວຽດນາມ ກຳນົດໄວ້. ຂໍ້ມູນ: ເສດຖະກິດການຄ້າ

Read More »

ອາເມລິກາ ພົບຍອດຜູ້ເສຍຊີວິດຈາກ Covid-19 ລາຍວັນ ໃນ 3 ລັດ ທຳລາຍສະຖິຕິສູງສຸດຕັ້ງແຕ່ລະບາດມາ…

ລາຍງານຜູ້ເສຍຊີວິດຈາກ Covid-19 ລາຍວັນ ທຳລາຍສະຖິຕິສູງສຸດນັບຕັ້ງແຕ່ມີການແຜ່ລະບາດໃນວັນທີ 14 ກໍລະກົດ 2020 ທັງ 3 ລັດ ພົບຜູ້ຕິດເຊື້ອເພີ່ມຂຶ້ນເປັນຄັ້ງທຳອິດ ນັບຕັ້ງແຕ່ເດືອນເມສາ ຕໍ່ເນື່ອງຈາກລັດຖະບານຂອງອາເມລິກາດ່ວນກັບມາເປີດເສດຖະກິດໄວເກີນໄປ. ສຳນັກຂ່າວຣອຍເຕີ ໄດ້ເຮັດການວິເຄາະຂໍ້ມູນຈາກ The COVID Tracking Project ພົບວ່າ ເມື່ອອາທິດທີ່ຜ່ານມາ ມີ 46 ຈາກທັງໝົດ 50 ລັດ ພົບເຫັນຈຳນວນຜູ້ຕິດເຊື້ອກໍລະນີໃໝ່ເພີ່ມຂຶ້ນຈາກອາທິດກ່ອນໜ້ານັ້ນ ແລະ ຕັ້ງແຕ່ເຂົ້າສູ່ ເດືອນ ກໍລະກົດ ຈົນເຖິງຕອນນີ້ ພົບວ່າມີຢູ່ 28 ລັດ ທີ່ທຳລາຍສະຖິຕິພົບຜູ້ຕິດເຊື້ອກໍລະນີໃໝ່ລາຍວັນສູງສຸດ. ໂດຍມີຜູ້ຕິດເຊື້ອແລ້ວຫຼາຍກວ່າ 3,3 ລ້ານຄົນ ສະຫະລັດຈຶ່ງເປັນປະເທດອັນດັບ 1 ຂອງໂລກ ທີ່ມີອັດຕາຜູ້ຕິດເຊື້ອສູງສຸດເມື່ອທຽບກັບຈຳນວນປະຊາກອນ ແລະ ຈຳນວນຜູ້ເສຍຊີວິດຫຼາຍກ່ວາ 135,000 ຄົນ ອາເມລິກາຈຶ່ງເປັນອັນດັບທີ 7 ຂອງໂລກ ໃນອັດຕາຜູ້ເສຍຊີວິດສູງສຸດ ຫາກທຽບກັບຈຳນວນປະຊາກອນ. ຟຣໍລິດາ ລະບຸໃນວັນທີ 7 ກໍລະກົດ ຜ່ານມາ ພົບວ່າມີຜູ້ເສຍຊີວິດຈາກພະຍາດ Covid-19 ເພີ່ມອີກ ...

Read More »

ສາທາ ເປັນຫ່ວງພຶດຕິກຳການໃຊ້ຊີວິດ ຂອງປະຊາຊົນ ຫວັ່ນໂຄວິດ-19 ກັບມາລະບາດຮອບສອງ

ການທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ຕິດຕໍ່ກັນເປັນເວລາ 93 ວັນ ປະຊາຊົນໃນຂອບເຂດທົ່ວປະເທດ ຈຳນວນບໍ່ໜ້ອຍເຫັນວ່າປ່ອຍປະລະເລີຍ ກັບບາງມາດຕະການ ທີ່ຄະ ນະສະເພາະກິດວາງອອກ ເຊັ່ນ: ການປະຕິບັດຫລັກການອະນາໄມ, ການທຳຄວາມສະອາດຂ້າເຊື້ອພະຍາດ ຢູ່ສະຖານທີ່ບໍລິການ, ເວລາອອກໄປທີ່ຊຸມຊົນຍັງບໍ່ໃສ່ຜ້າປິດປາກ-ດັງ, ບໍ່ປະຕິບັດຮັກສາໄລຍະຫ່າງ ແລະ ອື່ນໆ ຫາກປະຊາຊົນຍັງບໍ່ປ່ຽນພຶດຕິກຳການໃຊ້ຊີວິດ ລາວອາດເກີດການລະບາດຮອບໃໝ່. ທ່ານ ນາງ ຣັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ໃນວັນທີ 14 ກໍລະກົດ 2020 ນີ້ວ່າ: ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 93 ວັນຕິດຕໍ່ກັນ, ເຊິ່ງມື້ວານນີ້ ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 315 ຕົວຢ່າງ ໃນນັ້ນແຮງງານລາວ ທີ່ກັບມາແຕ່ໄທ 293 ຄົນ ແລະ ກໍລະນີສົງໄສ 22 ຄົນ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ. ສັງລວມຜົນການວິເຄາະ ນັບແຕ່ເດືອນມັງກອນ ມາເຖິງ ວັນທີ 13 ກໍລະກົດ ...

Read More »

ມາຮູ້ຈັກ ເຕັກໂນໂລຊີ Visualizing ຂອງ Amazon ຮ້ານຂາຍຍ່ອຍທີ່ມີມູນຄ່າທີ່ສຸດໃນໂລກ…

ຜົນກະທົບຈາກ COVID-19 ເຮັດໃຫ້ເກີດການປ່ຽນແປງຢ່າງກະທັນຫັນ ເຊິ່ງໄດ້ເຮັດໃຫ້ຮ້ານຂາຍເຄື່ອງຍ່ອຍ ຈໍານວນຫລາຍເຊັ່ນ: Neiman Marcus, JCPenney, ແລະ J.Crew ຕົກຢູ່ໃນວິກິດລົ້ມລະລາຍ ຍ້ອນວ່າການໃຊ້ຈ່າຍຂອງຜູ້ບໍລິໂພກໄດ້ຜັນປ່ຽນມາທາງ online ຫຼາຍຂຶ້ນ. ໃນຄວາມເປັນຈິງ, ມີໂຄງການຄາດຄະເນວ່າ ຢ່າງໜ້ອຍ 25,000 ຮ້ານຂອງສະຫະລັດອາເມລິກາຈະດີຂື້ນໃນປີໜ້າ. ເຖິງຢ່າງໃດກໍ່ຕາມ, ຍ້ອນວ່າຄວາມທ້າທາຍຂອງລະບົບຕ່ອງໂສ້ຄວາມປອດໄພ ແລະ ການສະ ໜອງທີ່ເພີ່ມຂື້ນ ດ້ວຍຄ່າໃຊ້ຈ່າຍທີ່ກ່ຽວຂ້ອງກັບການປ້ອງກັນ ການແຜ່ລະບາດຂອງ Covid-19 ໃນຫຼາຍພັນຕື້ໂດລາສະຫະລັດ ຈຶ່ງເຮັດໃຫ້ເກີດຂໍ້ຫຍຸ້ງຍາກ. ເກືອບ 39% ສ່ວນແບ່ງຂອງການຂາຍຍ່ອຍດ້ານການຄ້າເອເລັກໂທຣນິກຂອງສະຫະລັດອາເມລິກາ, ຕະຫຼາດຂອງ Amazon ໄດ້ເພີ່ມຂຶ້ນ 2.830% ໃນທົດສະວັດທີ່ຜ່ານມາ. ຮູບແບບທຸລະກິດ ເປັນການເລັ່ງໃສ່ການຄອບຄອງຕະຫຼາດແທນທີ່ຈະສຸມໃສ່ ຜົນກຳໄລໃນໄລຍະສັ້ນ ສິ່ງເຫຼົ່ານີ້ເປັນປັດໃຈໜຶ່ງ ທີ່ເຮັດໃຫ້ Amazon ມີການຂະຫຍາຍຕົວໄວຂື້ນ. ການຄາດຄະເນໃນປີທີ່ຜ່ານມາ ໂດຍ The Economist ໄດ້ຕັດການປະຕິບັດການຂາຍຍ່ອຍຂອງ Amazon ຢູ່ທີ່ -1%. ນັກວິເຄາະອີກຄົນໜຶ່ງ ໄດ້ແນະນຳວ່າບໍລິສັດມີຈຸດປະສົງຂາຍສິນຄ້າຂາຍຍ່ອຍໂດຍຂາດທຶນ. ວິທີທີ່ Amazon ປະຕິບັດໄດ້ ສຳຫຼັບການດຳເນີນງານນີ້ແມ່ນຜ່ານການບໍລິການທີ່ສ້າງລາຍໄດ້ຈາກ Amazon Web ...

Read More »

ຜູ້ຜະລິດຢາປິ່ນປົວໂຄວິດ-19 ຂອງຈີນ ເຜີຍກຳໄລເຄີ່ງປີທໍາອິດເພີ່ມຂຶ້ນ 50 ສ່ວນຮ້ອຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 14 ກໍລະກົດ 2020 ວ່າ ບໍລິສັດ ສືເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຈຳກັດ ຜູ້ຜະລິດຢາແຄັບຊູນຫຼຽນຮວາຊິງເວິນ ຊື່ງເປັນຢາທີ່ຄະນະກຳມະການສຸຂະພາບແຫ່ງຊາດຈີນ ແນະນຳວ່າມີປະສິດທິພາບໃນການປິ່ນປົວພະຍາດໂຄວິດ-19 ລາຍງານການເຕີບໂຕຂອງຜົນກຳໄລທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນໃນຊ່ວງເຄີ່ງປີ 2020. ການປະເມີນການລາຍໄດ້ເບື້ອງຕົ້ນຂອງບໍລິສັດ ທີ່ຍື່ນຕໍ່ຕະຫລາດຫລັກຊັບເຊິນເຈິ້ນ ລະບຸວ່າກຳໄລສຸດທິຂອງກຸ່ມຜູ້ຖືຫຸ້ນໄດ້ເພີ່ມຂື້ນລະຫວ່າງ 50-60 ສ່ວນຮ້ອຍ ເມື່ອທຽບປີຕໍ່ປີ ຢູ່ທີ່ລະຫວ່າງ 682-728 ລ້ານຢວນ (ປະມານ 100 ລ້ານໂດລາ). ໃນຊ່ວງເຄີ່ງປີທຳອິດ ບໍລິສັດເຜີຍວ່າຍອດຈຳຫນ່າຍຢາແຄັບຊູນຫຼຽນຮວາຊິງເວິນເຕີບໂຕຢ່າງວ່ອງໄວໃນຊ່ວງເຄີ່ງປີທຳອິດ ໂດຍສະເພາະຢ່າງຍິ່ງໃນໄຕມາດ 2 ເນື່ອງຈາກແພດແຜນຈີນ ໄດ້ຮັບການຍອມຮັບຫລາຍຂື້ນທັງໃນແລະຕ່າງປະເທດ ຊື່ງຊ່ວຍກະຕຸ້ນຍອດຈຳຫນ່າຍເພີ່ມສູງຕາມໄປ. ທັງນີ້ ຢາແຄັບຊູນຫຼຽນຮວາຊິງເວິນໄດ້ຮັບການອະນຸມັດໃຫ້ວາງຈຳຫນ່າຍໃນສິງກະໂປ ຫລັງຂື້ນທະບຽນເປັນຢາຈີນທີ່ມີສິດທິບັດ ໂດຍສຳນັກງານວິທະຍາສາດສຸຂະພາບ ຂອງສິງກະໂປຢ່າງເປັນທາງການ ເມື່ອເດືອນພຶດສະພາທີ່ຜ່ານມາ. ຂະນະດຽວກັນມູນຄ່າຫຸ້ນຂອງສື່ເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຊື່ງເປັນບໍລິສັດຜູ້ຜະລິດຢາທີ່ຈົດທະບຽນໃນຕະຫລາດຫລັກຊັບເຊິນເຈິ້ນເພີ່ມຂື້ນ 4.49 ສ່ວນຮ້ອຍ ປິດທີ່ 35.89 ຢວນ (ປະມານ 50,000 ກີບ) ຕໍ່ຫນ່ວຍເມື່ອວັນສຸກ (10 ກໍລະກົດ) ທີ່ຜ່ານມາ.

Read More »

ສ່ວນແບ່ງຕະຫລາດອຸປະກອນ 5G ຂອງ Huawei ມີອັດຕາສ່ວນເຖິງ 35.7%, ການຄາດຄະເນຂອງ Dell’Oro

ສຳນັກຂ່າວເຕັກໂນໂລຊີຂອງເກົາຫຼີລາຍງານກ່ຽວກັບການຄາດຄະເນຂອງບໍລິສັດ Dell’Oro ຄົ້ນຄ້ວາໂຄງປະກອບຂອງຕະຫຼາດອຸປະກອນ 5G ໃນໄຕມາດທຳອິດຂອງ ປີ 2020. ບໍລິສັດ Huawei ຂອງຈີນ ໄດ້ຮັບສ່ວນແບ່ງຍອດລາຍຮັບທົ່ວໂລກໃນຂະແໜງນີ້ 35,7%, ກ່ອນໜ້າ Ericsson (24.6%), Nokia (15,8%) ແລະ Samsung (13,2%). ບໍລິສັດ Huawei ໄດ້ພັດທະນາເຕັກໂນໂລຊີໃນຂົງເຂດເຄືອຂ່າຍໂທລະຄົມມະນາຄົມທົ່ວໂລກ ນັບແຕ່ປີ 2016 ເປັນຕົ້ນມາ ແລະ ໄດ້ຮັບຜົນປະໂຫຍດທີ່ໝັ້ນຄົງໃນຂະແໜງການນີ້. ແຫຼ່ງຂໍ້ມູນ: https://equalocean.com/briefing/20200705230002319

Read More »

Elon Musk ແຈ້ງລົດບໍ່ຕ້ອງໃຊ້ຄົນຂັບ ມີໂອກາດພັດທະນາສົມບູນແບບໃນທ້າຍປີນີ້…

ລົດທີ່ບໍ່ຕ້ອງມີຄົນຂັບ ກາຍເປັນເຕັກໂນໂລຊີ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະເມື່ອເຕັກໂນໂລຊີ AI ຮວມເຂົ້າກັບການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G ຊ່ວຍໃຫ້ລົດທີ່ບໍ່ຕ້ອງມີຄົນຂັບມີປະສິດທິພາບຫຼາຍຂຶ້ນ ສິ່ງທີ່ສຳຄັນມີຄວາມຖືກຕ້ອງສູງໃນການກວດຈັບສະພາບການຈະລາຈອນໃນຖະໜົນໄດ້ແບບ Real Time ເຊິ່ງຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບການເດີນທາງໃນທ້ອງຖະໜົນ. ເປັນທີຮູ້ກັນດີຢູ່ແລ້ວວ່າ Tesla ຄ່າຍລົດໄຟຟ້າທີ່ສ້າງຂຶ້ນມາຫຼັງປີ 2000 ເປັນຄ່າຍທຳອິດທີ່ໃຫ້ຄວາມສຳຄັນກັບການໃຊ້ເຕັກໂນໂລຊີລົດໃຫຍ່ທີ່ບໍ່ຕ້ອງມີຄົນຂັບ ໂດຍສະເພາະ Fuction Autopilot ທີ່ຊ່ວຍໃຫ້ລົດຢູ່ໃນເລນ ໂດຍໃນປະເທດທີ່ Tesla ເຂົ້າໄປເຮັດການຕະຫຼາດຢ່າງຈິງຈັງ Fuction Autopilot ຈະເຮັດວຽກກ່ຽວກັບລະບົບ  GPS ໃນການຄົ້ນຫາເສັ້ນທາງ ແລະ ເຮັດການເດີນທາງໄປຕາມເສັ້ນທາງທີ່ GPS ກຳນົດໂດຍອັດຕະໂນມັດ. ໂດຍກ່ອນໜ່ານີ້ Tesla ຫາກໍເປີດໂຕ Fuction ໃໝ່ ຄື: “Smart Summon” ໃນການສັ່ງໃຫ້ລົດ Tesla ອອກຈາກບ່ອນຈອດລົດມາຫາເຈົ້າຂອງລົດແບບບໍ່ຕ້ອງມີຄົນຂັບ ເປັນສິ່ງທີ່ຊ່ວຍຢືນຢັນໃນການພັດທະນາເຕັກໂນໂລຊີຂອງ Tesla ສົ່ງຜົນໃຫ້ເມື່ອບໍ່ດົນມານີ້ຄ່າຍລົດ Tesla ມີມູນຄ່າສູງກວ່າຄ່າຍລົດຍົນໃຫຍ່ຍີ່ປຸ່ນເຊັ່ນ TOYOTA ແລະ ສົ່ງຜົນໃຫ້ Elon Musk ມີສັບສິນຫຼາຍກ່ວາ Warren Buffett  ແລ້ວເຮັດໃຫ້ Elon Musk ກາຍເປັນເສດຖີອັບດັບທີ 7 ຂອງໂລກ. ນອກຈາກນີ້, Elon Musk  ຍັງຊີ້ໃຫ້ເຫັນວ່າ ລົດທີ່ມີເຕັກໂນໂລຊີໃນລະດັບ 5​G ເຊິ່ງໝາຍເຖິງລົດທີ່ຂັບໄດ້ເອງ ໂດຍບໍ່ຕ້ອງມີການແຊກແຊງຂອງມະນຸດ 100% ຫຼື ...

Read More »