ຊ໋ອກ!!! ແມ່ຍິງຈີນຄົນໜື່ງໃຊ້ລິຟພຽງ 1 ນາທີ ເເຜ່ເຊື້ອໂຄວິດໃຫ້ເພື່ອນບ້ານ ເຖິງ 71 ຄົນ

ເມື່ອວັນທີ 14 ກໍລະກົດ 2020 ທີ່ຜ່ານມາ ຈີນພົບຜູ້ປ່ວຍໂຄວິດ-19 ທີ່ບໍ່ສະແດງອາການຄົນຫນື່ງທີ່ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ຕິດລວມ 71 ຄົນ ເຊິ່ງອາດແຜ່ເຊື້ອຜ່ານລິຟພາຍໃນອາພາດເມັ້ນ.

ເວັບໄຊຂ່າວ stuff ຂອງນິວຊີແລນ ລາຍງານວັນທີ 13 ກໍລະກົດ ອ້າງການວິໄຈທີ່ເຜີຍແຜ່ໃນເວັບໄຊສຳນັກງານປ້ອງກັນ ແລະຄວບຄຸມພະຍາດອາເມຣິກາ (CDC) ທີ່ພົບວ່າ ມີຜູ້ປ່ວຍໂຄວິດ-19 ຊື່ງບໍ່ສະແດງອາການລາຍຫນື່ງ ໃນມົນທົນເຮຍຫລົງຈຽງ ທາງຕາເວັນອອກຂອງຈີນ ອາດເປັນຕົ້ນຕໍການລະບາດຈົນເຮັດໃຫ້ມີຜູ້ໂຄວິດ-19 ອີກລວມ 71 ລາຍ ຜ່ານການໃຊ້ລິຟພາຍໃນອາພາດເມັ້ນໂຕດຽວກັນງານວິໄຈລະບຸວ່າ ຜູ້ຕິດເຊື້ອທີ່ບໍ່ສະແດງອາການລາຍດັ່ງກ່າວເປັນເພດຍິງ ເດີນທາງກັບມາຈາກອາເມຣິກາ ຕັ້ງແຕ່ວັນທີ 19 ມີນາທີ່ຜ່ານມາ ຊື່ງຈາກການກວດພະຍາດເບື້ອງຕົ້ນບໍ່ພົບວ່າຕິດໂຄວິດ-19 ແຕ່ຕ້ອງດຳເນີນການກັກຕົວເປັນເວລາ14 ວັນຕາມມາດຕະການຂອງລັດ ຈື່ງເດີນທາງກັບໄປກັກໂຕທີ່ຫ້ອງພັກພາຍໃນອາພາດເມັ້ນ ໂດຍປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ບໍ່ພົບປະຜູ້ໃດ ລວມທັງເວລາຂຶ້ນຫ້ອງພັກກໍບໍ່ໄດ້ໃຊ້ລິຟຮ່ວມກັບຜູ້ອື່ນ.

จีนพบผู้ป่วยโควิดไม่แสดงอาการ แพร่เชื้อผ่านลิฟต์ ทำป่วย 71 ราย

ຢ່າງໃດກໍ່ຕາມ, ໃນເວລາຕໍ່ມາ ມີການພົບຜູ້ຕິດໂຄວິດ-19 ພາຍໃນອາພາດເມັ້ນທີ່ນາງອາໄສຢູ່ ຜູ້ຕິດເຊື້ອລາຍນີ້ຢູ່ຊັ້ນລຸ່ມຈາກຫ້ອງຂອງຍິງຄົນດັ່ງກ່າວ ມີປະຫວັດໃຊ້ລິຟໃນອາຄານ ແຕ່ບໍ່ໄດ້ໃຊ້ໃນເວລາດຽວກັບຜູ້ປ່ວຍຍິງຄົນແລກທີ່ບໍ່ສະແດງອາການ ຜູ້ຕິດເຊື້ອຄົນນີ້ໄດ້ແຜ່ເຊື້ອໄປຍັງແມ່ ແລະແຟນຂອງແມ່ ຊື່ງແມ່ ແລະແຟນຂອງແມ່ໄດ້ເຂົ້າຮ່ວມງານປາຕີ້ ເຮັດໃຫ້ເຊື້ອໂຄວິດ-19 ໄປຕິດຊາຍອີກຄົນ ແລະລູກຊາຍ 2 ຄົນຂອງເຂົາຕໍ່ມາຊາຍຄົນດັງກ່າວທີ່ຕິດໂຄວິດ-19 ຈາກງານປາຕີ້ເຂົ້າໂຮງຫມໍດ້ວຍໂລກຫລອດເລືອດສະຫມອງ (stroke) ໂດຍມີລູກ 2 ຄົນມາເຝົ້າ ຊື່ງໃນຕອນນີ້ເຊື້ອໄວຣັດໂຄວິດ-19 ໄດ້ແຜ່ໄປຍັງແພດ ພະຍາບານ ແລະ ຄົນເຈັບໃນໂຮງຫມໍແຫ່ງນີ້ອີກ 28 ຄົນ ແລະ ແຜ່ເຊື້ອເພີ່ມອີກ 20 ຄົນ ເມື່ອຜູ້ກ່ຽວຍ້າຍໄປຮັກສາຕົວທີ່ໂຮງຫມໍອີກແຫ່ງ ລວມເຖິງຄົນອື່ນໆເຮັດໃຫ້ກໍລະນີນີ້ມີຜູ້ຕິດໂຄວິດ-19 ທີ່ເຊື່ອມໂຍງກັນ 71 ຄົນທີມວິໄຈເລີ່ມດຳເນີນການສອບປະຫວັດຫາຕົ້ນຕໍລະບາດປະມານຕົ້ນເດືອນເມສາ ແລະ ພົບຄວາມເຊື່ອມໂຍງໄປເຖິງຜູ້ປ່ວຍຍິງທີ່ບໍ່ສະແດງອາການຊື່ງຫາກໍເດີນທາງກັບຈາກອາເມຣິກາຊື່ງແມ່ນວ່າໃນຕອນທຳອິດຈະກວດບໍ່ພົບເຊື້ອໂຄວິດ-19 ແຕ່ເມື່ອມີການກວດແອນຕິບໍດີ ພົບຫລັກຖານບົ່ງຊີ້ວ່າຜູ້ກ່ຽວເຄີຍຕິດເຊື້ອໂຄວິດ-19 ມາກ່ອນ ຈື່ງເຊື່ອໄດ້ວ່າ ຜູ້ກ່ຽວອາດຕິດໂຄວິດ-19 ແບບບໍ່ສະແດງອາການງານ.

Chinese province forces residents to stand back to back in the ...

ວິໄຈນີ້ເຮັດໃຫ້ສະຫຼຸບໄດ້ວ່າ ການລະບາດເປັນກຸ່ມກ້ອນຈາກຜູ້ປ່ວຍຍິງບໍ່ສະແດງອາການທີ່ເດີນທາງກັບຈາກອາເມຣິກາ ເຮັດໃຫ້ເກີດການແຜ່ເຊື້ອໂຄວິດ-19 ໄປຍັງຜູ້ປ່ວຍລວມ 71 ຄົນ ແລະຈຸດເລີ່ມຕົ້ນການແຜ່ລະບາດໄປຍັງຄົນອື່ນຫນ້າຈະມາຈາກການໃຊ້ລິຟໂຕດຽວກັນ ແມ່ນວ່າຈະເປັນຄົນລະຊ່ວງເວລານອກຈາກນີ້ ທີມວິໄຈຍັງຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການສອບສວນພະຍາດ ລວມທັງມາດຕະການປ້ອງກັນ ກວດເຊື້ອ ແລະກັກໂຕຜູ້ປ່ວຍໂຄວິດ-19 ທີ່ມີຄວາມຈຳເປັນໃນການຄວບຄຸມການລະບາດຂອງໂລກໂຄວິດ-19.

Comments