ເຫດທໍ່ສົ່ງນໍ້າມັນແຕກ!!! ໄຟໄໝ້ລາມລົດໃນຖະໜົນຈຳນວນຫຼາຍ ໃນອີຢິບ…

ຄຣິກເບິ່ງວີດີໂອຕາມ Link ລຸ່ມນີ້:

ໃນວັນທີ 15 ກໍລະກົດ ສຳນັກຂ່າວ GULF NEWS ລາຍງານເຖິງເຫດການທໍ່ສົ່ງນໍ້າມັນດິບແຕກໃນໄຄໂຣ ເມືອງຫຼວງຂອງປະເທດອີຢີບ ເຮັດໃຫ້ເກີດໄຟໄໝ້ລົດໃນຖະໜົນ. ຈາກເຫດການທີ່ເກີດຂຶ້ນມີຜູ້ບາດເຈັບທັງໝົດ ຈຳນວນ 12 ຄົນ.​ ການສອບສວນເບື້ອງຕົ້ນພົບວ່າ ທໍ່ນ້ຳມັນເກີດຮອຍແຕກບໍລິເວນໃກ້ທາງຫຼວງ, ເສັ້ນທາງ ໄຄໂຣ-ອິສມາອີເລຍ. ຈາກນັ້ນ, ເກີດປະກາຍໄຟຈົນລະເບີດ ແລະ ໄໝ້ລົດໃຫຍ່ຫຼາຍຄັນທີ່ກຳລັງສັນຈອນຢູ່ຕາມທ້ອງຖະໜົນທີ່ແອອັດ.

ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 14 ກໍລະກົດ ເຮັດໃຫ້ທາງການຕ້ອງປິດນຳໃຊ້ຖະໜົນເຊື່ອມຕໍ່່ Hi-way ທີ່ເກີດເຫດ, ເນື່ອງຈາກມີລົດຫຼາຍຄັນທີ່ລະເບີດ ແລະ ຖືກໄຟໄໝ້.

ທາງສຳນັກຂ່າວ Xinhua ລາຍງານຖະແຫຼງການກະຊວງສາທາລະນະສຸກອີຢິບວ່າ ບໍ່ມີຜູ້ເສຍຊີວິດໃນເຫດການຄັ້ງນີ້, ສຳຫຼັບຜູ້ບາດເຈັບແມ່ນໄດ້ຖືກສົ່ງໄປປິ່ນປົວຢູ່ໂຮງໝໍໃນໄຄໂຣແລ້ວ , ສ່ວນອາການຜູ້ທີ່ຖືກບາດເຈັບຈາກໄຟໄໝ້ແມ່ນມີອາການແຕກຕ່າງກັນໄປ. ພ້ອມກັນນັ້ນ, ເຈົ້າໜ້າທີ່ເຜີຍວ່າ ໄດ້ຈັດຕັ້ງກຳມະການດ້ານເຕັກນິກ ຊອກຫາສາເຫດຂອງອຸບັດຕິເຫດຄັ້ງນີ້, ພ້ອມສົ່ງເສີມວ່າຜົນການກວດສອບຈະຖືກສົ່ງຕໍ່ໄປໜ່ວຍງານດ້ານຄວາມປອດໄພ.

ແຫຼ່ງຂໍ້ມູນ: Xinhua & Early Footage Massive Oil Pipeline Explosion in Cairo, Egypt

Comments