ການນໍາຂັ້ນສູງແຫ່ງ ສປປ ລາວ ອວຍພອນວັນຊາດຫວຽດນາມຄົບຮອບ 77 ປີ

ໂທລະເລກອວຍພອນ ຈາກ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ, ປະທານປະເທດທ່ານ ພັນຄໍາ ວິພາ ວັນ ນາຍົກລັດຖະ ມົນຕີທ່ານ ໄຊສົມ ພອນ ພົມວິຫານ ປະທານສະພາ ແຫ່ງຊາດທ່ານ ສະເຫຼີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ຄູ່ຮ່ວມຕໍາແຫນ່ງ ທີ່ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດ, ແຫ່ງ ສສ ຫວຽດນາມ ຄົບຮອບ 77 ປີ

ຂໍອວຍພອນໃຫ້ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ໂດຍມີ ສະຫາຍ ຫງວຽນ ຝູ ຈ້ອງ ເປັນຜູ້ນໍາພານັ້ນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດອັນ ໃຫມ່ໃຫຍ່ຫຼວງກວ່າເກົ່າ. ໃຫ້ເປັນປະເທດອຸດສາຫະກໍາຕາມທິດ ທັນສະໄຫມໃຫ້ສໍາເລັດ ເພື່ອເຮັດໃຫ້ປະຊາຊົນຫວຽດນາມ ມີຄວາມຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສິວິໄລ.

ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງຫມັ້ນຄົງຂະຫນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ.ນະຄອນຫຼວງວຽງຈັນ,

ວັນທີ 1 ກັນຍາ 2022

ທີ່ມາ: ລາວພັດທະນາ

Comments