ເປີດສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ ແຫ່ງທີ 5

ພິທີເປີດ ສູນບໍລິການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ແຂວງ ອຸດົມໄຊ (ສບວ.ອຊ) ແຫ່ງທີ 5 ຈັດຂຶ້ນ ວັນທີ 02 ກັນຍາ 2022 ທີ່ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນຄົງ ຫ້ຼາຈຽມພອນ.

ສູນດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ພ້ອມທີ່ຈະໃຫ້ບໍລິການແກ່ຜູ້ປະກອບກິດຈະການ ໃນການຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານການຄຸ້ມຄອງບໍລິຫານທຸລະກິດໃຫ້ມີຄວາມເຂັ້ມແຂງ, ພ້ອມໃນການແຂ່ງຂັນ ແລະ ປະກອບສ່ວນເຂົ້າ ໃນການສ້າງສາພັດທະນາເສດຖະກິດ.ພາຍໃຕ້ການສະໜັບສະໜູນໂຄງການສົ່ງເສີມການຮ່ວມມືທາງດ້ານເສດຖະກິດພາກພື້ນອາຊີ (SRECA)ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ໂຄງສ້າງພາກພື້ນສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງໃນພາກພື້ນອາຊຽນ (ASEAN SME), ອົງການ GIZ. ແລະ ການປະກອບສ່ວນຈາກພາກທຸລະກິດອີກດ້ວຍ.​

ທີ່ມາ: Laos SME Service Center

#TargetMagazine

Comments