ຫາລືເລັ່ງແກ້ໄຂການບໍລິການ ລົດໄຟລາວ-ຈີນ ທັງຂະບວນໂດຍສານ ແລະ ສົ່ງສິນຄ້າ

ວັນທີ 31 ສິງຫາ 2022 ນີ້ 3 ພາກສ່ວນຄື: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດລາວ ໃນນັ້ນໄດ້ມີສຳມະນາກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ.

ທ່ານ ວັນທອງ ສິດທິກຸນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກປະເດັ່ນເລື່ອງການຊື້ປີ້ໂດຍສານລົດໄຟຂອງບໍລິສັດທ່ອງທ່ຽວ ແລະ ບຸກຄົນທົ່ວໄປມີຄວາມຫຍຸ້ງຍາກ, ບັນຫານາຍໜ້າຂາຍປີ້ຕໍ່, ການຂໍຕູ້ຂົນສົ່ງສິນຄ້າ ແລະ ສະເໜີໃຫ້ເພີ່ມບ່ອນບໍລິການຂາຍປີ້ໃນຕົນເມືອງ, ຈັດການຂາຍຜ່ານທາງອອນລາຍ ເພື່ອໃຫ້ສະດວກ ແລະ ວ່ອງໄວແກ່ການບໍລິການ.

ທີ່ມາ: ເສດຖະກິດການຄ້າ

#targetmagazine

Comments