News

ກະຕໍ້ລອດຮ່ວງ ຍິງ ທີມຊາດລາວ ກຽມເຂົ້າຊີງຫລຽນ ຄຳກັບ ເຈົ້າພາບໄທ

ກະຕໍ້ລອດຮ່ວງ ຍິງ ທີມຊາດລາວ ກຽມເຂົ້າຊີງຫລຽນ ຄຳກັບ ເຈົ້າພາບໄທ ເວລາ 9 ໂມງ!! ກະຕໍ້ຊີງແຊ້ມໂລກ ຄັ້ງທີ 35 ທີ່ ບາງກອກ ປະເທດ ໄທ (ຊີງຖ້ວຍພະລາດຊະທານ ຄິງຄັບ) ລະຫວ່າງວັນທີ 24-31 ກໍລະກົດ 2022 ເຊິ່ງມີ 25 ປະເທດ ທົ່ວໂລກເຂົ້າຮ່ວມ. ຮ່ວມສົ່ງແຮງໃຈເຊຍ ລາວ ( ນັກກິລາ ກະຕໍ້ລອດຮ່ວງ ທີມຍິງ) ສູ້ໆ! ຂໍ້ມູນຈາກ : sanamtakraw, Jai KeophaserdLao Youth Radio FM 90.0 Mhz

Read More »

ຕ້ອນຮັບການເຂົ້າພົບ ຂອງຜູ້ແທນຂັ້ນສູງ ສສ ຫວຽດນາມ ໂອກາດປີສາມັກຄີລາວ-ຫວຽດ

ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ສະຫາຍ ຫວໍ ວັນ ເຖື້ອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຊີ້ນໍາລະດັບຊາດ ໃນຕອນບ່າຍວັນທີ 17 ກໍລະກົດ 2022, ທີ່ສະພາແຫ່ງຊາດລາວ ເປັນການສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ. ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ ນະຄອນຫລວງວຽງຈັນ. ທ່ານ ຫວໍ ວັນ ເຖື້ອງ ໄດ້ດ້ເດີນທາງໄປ ທີ່ ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເຂົ້າຮ່ວມພິທີວາງກະຕ່າດອກໄມ້ ເພື່ອສະແດງເຖິງຄວາມຮູ້ບຸນຄຸນອັນໃຫຍ່ຫລວງ ແລະ ຈົດຈຳລຳລຶກເຖິງຄຸນງາມຄວາມດີ ຈາກນັ້ນ, ກໍໄດ້ສືບຕໍ່ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບການພົວພັນຮ່ວມມືສອງຊາດ ລາວ-ຫວຽດນາມ ແຕ່ອະດີດຈົນເຖິງປັດຈຸບັນ. ໃນວັນດຽວກັນນີ້, ສະຫາຍ ຫວໍ ວັນ ເຖື້ອງ ກໍໄດ້ເດີນທາງໄປຢ້ຽມຢາມ ສະຫາຍ ...

Read More »

7 ລ້ານດວງໃຈລາວ

7 ລ້ານດວງໃຈລາວ ສົ່ງກຳລັງໃຈເຊຍ ສາມາດລົ້ມທິມໃຫຍ່ 70 ລ້ານຄົນໄດ້ ນີ້ຄືຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ກ້າວຕໍ່ໄປເສັ້ນທາງສູ່ “ແຊ້ມ” ຢູ່ບໍ່ໄກເກີນເອື້ອມ!

Read More »

ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0

ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0 ກຽມເຂົ້າສູ່ຮອບຊີງ!!!ຄວາມພາກພູມໃຈຂອງຄົນລາວທົ່ວປະເທດAFF U19 BOY’S CHAMPIONSHIP 2022 | SEMI-FINALS #ລາວສູ້ໆ#ເຊຍລາວໝົດໃຈ

Read More »

Facebook ມາຮອດຈຸດນີ້ໄດ້ແນວໃດ?

Facebook ມາຮອດຈຸດນີ້ໄດ້ແນວໃດ? ຈຸດທີ່ມູນຄ່າລົງໜັກທີ່ສຸດຕັ້ງແຕ່ກໍ່ຕັ້ງບໍລິສັດມາ. 6 ເຫດຜົນ ມູນຄ່າ Facebook ຫຼຸດຕໍ່າສຸດ ເປັນປະຫວັດສາດ! 1. ຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! ຫຼາຍຄົນເອີ້ນ Facebook ວ່າເປັນ “ບ້ານພັກຄົນເຖົ້າ” ຄົນລຸ້ນໃໝ່ທົ່ວໂລກຫັນໄປໃຊ້ ໂຊຊ້ຽວມີເດຍອື່ນຫຼາຍຂຶ້ນ ຈົນຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! 2) Apple ສ້າງພິດ “Ask App Not to Track” Apple ເຈົ້າຂອງ iPhone ໄດ້ສ້າງທາງເລືອກໃຫ້ຜູ້ໃຊ້ງານວ່າ ຈະອະນຸຍາດໃຫ້ Facebook ຕິດຕາມຂໍ້ມູນລູກຄ້າໄດ້ຫຼືບໍ່? ແນ່ນອນວ່າສົ່ງຜົນດີຕໍ່ຄວາມເປັນສ່ວນໂຕຂອງຜູ້ໃຊ້ ແຕ່ສຳລັບ ທຸລະກິດ Meta ບໍ່ດີເທົ່າໃດ ເພາະຖ້າບໍ່ມີຂໍ້ມູນຂອງລູກຄ້າ ແລ້ວຈະເອົາຫຍັງໄປຍິງໂຄສະນາ. 3. ໂຄສະນາໜີໄປລົງ Googleຮັບຜົນກະທົບຕໍ່ເນື່ອງຈາກຈໍ້ 2 ຄົນໃນວົງໂຄສະນາທົ່ວໂລກ ເຊື່ອໝັ້ນໃນ Google Search ຫຼາຍກວ່າລົງໂຄສະນາໃນ Facebook. 4. ຄູ່ແຂ່ງໜ້າໃໝ່ TikTok ມາແຮງFacebook ມີຄົນໃຊ້ງານຫຼຸດລົງ ແຕ່ເມື່ອໄປເບິ່ງຄູ່ແຂ່ງ ...

Read More »

ທ່ານ ກິດສະໜາ ວົງໄຊ ຈະມອບເງິນຈຳນວນ 50 ລ້ານກີບໃຫ້ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ກິດສະໜາ ວົງໄຊ ທີ່ສະໜັບສະໜູນທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ ໃນການເຂົ້າຮ່ວມການແຂ່ງຂັນ AFF U19 Championship 2022. ທ່ານ ກິດສະໜາ ວົງໄຊ ຈະມອບເງິນຈຳນວນ 50 ລ້ານກີບໃຫ້ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ ທີ່ສ້າງຜົນງານເຂົ້າຮອບຮອງຊະນະເລີດ AFF U19 Championship 2022. ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Read More »

ສາຍການບິນຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່

ສາຍການບິນຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່”ວລາດິວັດສຕົກ ຣັດເຊຍ ສູ່ນະຄອນຫລວງວຽງຈັນ” 04 ຖ້ຽວ/ອາທິດ, ເລີ່ມສິງຫາ 2022 ສາມາດບິນຕົງ (ຜ່ານໜ່ານຟ້າ ສປຈີນ ແລະ ບໍ່ຜ່ານປະເທດທີ່ຂວໍ້າບາດຣັດເຊັຍ) ສໍາລັບພົນລະເມືອງລາວ ແມ່ນບໍ່ຕ້ອງຂໍວີຊາເຂົ້າຣັດເຊຍ (free visa) ມີໜັງສືຜ່ານແດນເຂົ້າໄປໄດ້ເລີຍ ເນື່ອງຈາກມີສັນຍາຍົກເວັ້ນວີຊາສຳລັບການທ່ອງທ່ຽວປະຊາຊົນສອງຊາດ! ຂໍ້ມູນ: Sourioudong Sundara

Read More »

ນໍາໂຕ ເຈ້ທິບ ມາດຳເນີນຄະດີ

ເວບໄຊປ້ອງກັນຄວາມສະຫງົບລາຍງານວ່າ: ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸ​ ພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກຳລັງຕ້ອງການຕົວມາດຳເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈຳນວນຫຼາຍພັນຄົນ ຫອບເງິນຈຳນວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022, ເຊິ່ງມາເຖິງປັດຈຸບັນນີ້ ຍັງບໍ່ມີພາກສ່ວນໃດຮູ້ວ່າ ເຈ້ທິບໜີໄປໃສ ແລະ ກໍຍັງຈັບຕົວບໍ່ໄດ້. ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື: ​ ເງິນກີບ 20 ຕື້ກີບ ​ ເງິນບາດ 4 ຮ້ອຍລ້ານບາດ ເງິນໂດລາ 4 ລ້ານໂດລາສະຫະລັດ ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍຈຳນວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5.000 ຄົນ ແລະ ຄາດວ່າຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29​ ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1; ປັດຈຸບັນ, ເຈົ້າໜ້າທີ່ກຳລັງເລັ່ງຕິດຕາມຕົວມາດຳເນີນຄະດີຕາມລະບຽບກົດໝາຍ. ຂໍ້ມູນ: ປ້ອງກັນຄວາມສະຫງົບ

Read More »

ການຄ້າລາວ-ຫວຽດ 5 ເດືອນຕົ້ນປີ ບັນລຸ 690 ລ້ານໂດລາ ເພີ່ມ20.2% ທຽບປີກາຍ!

ການລົງທຶນໃນ 5 ເດືອນຕົ້ນປີ 2022, ເຖິງວ່າສືບຕໍ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດໂຄວິດ-19, ແຕ່ບັນດາວິສາຫະກິດໄດ້ພະຍາຍາມ, ຕັດສິນໃຈສູງເຂົ້າມາລົງທຶນຢູ່ລາວ ໂດຍ ໄດ້ອະນຸມັດໃຫມ່ 1 ໂຄງການ ແລະ ດັດແກ້ເພີ່ມທຶນຈົດທະບຽນ 3 ໂຄງການມູນຄ່າ 64,5 ລ້ານໂດລາ ສົ່ງຜົນເຮັດ ໃຫ້ປັດຈຸບັນ ມີໂຄງການທີ່ໄດ້ຮັບອະນຸຍາດ 214 ໂຄງການ ມູນຄ່າ 5,38 ຕື້ໂດລາ ຈັດຢູ່ອັນດັບທີ 3 ຂອງບັນດາ ປະເທດທີ່ມາລົງມຶນຢູ່ລາວ (ຕໍ່ຈາກຈີນ ແລະ ໄທ), ຂະນະດຽວກັນກໍ່ໄດ້ປະສານສົມທົບຍູ້ແຮງການດຶງດູດບັນດາ ນັກລົງທຶນຍຸດທະສາດເຂົ້າມາລາວໃນບັນດາໂຄງການຍຸດທະສາດສໍາຄັນຕ່າງໆ, ສ່ວນການຄ້າ 5 ເດືອນຕົ້ນປີ 2022 ບັນລຸມູນຄ່າ 690 ລ້ານໂດລາເພີ່ມຂຶ້ນ 20,2% ທຽບໃສ່ໄລຍະດຽວກັນປີ 2021. ໂຄງການຮ່ວມມືຂະຫນາດໃຫຍ່ຈໍານວນຫນຶ່ງ ການນໍາຂັ້ນສູງສອງປະເທດໄດ້ໃຫ້ຄວາມສໍາຄັນ ມີບາດກ້າວຫັນ ປ່ຽນຢ່າງຈະແຈ້ງ ພິເສດແມ່ນໂຄງການເຂື່ອນໄຟຟ້າເຊຂະຫມານ ໄດ້ກັບມາຜະລິດໄຟຟ້າໃນເດືອນພຶດສະພາ 2022. ນອກນີ້ ຍັງໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະ ນຸດ ຊຶ່ງປັດຈຸບັນ, ມີພະນັກງານ, ນັກສຶກສາລາວ ໄປສຶກສາຢູ່ຫວຽດນາມ 14.000 ...

Read More »

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ

ພົບກັບການເປີດໂຕລົດ The New RANGE ROVER ຮູບໂສມໃໝ່ແບບສຸດພິເສດ The New Range Rover ຕົ້ນແບບຂອງຄວາມເປັນຜູ້ນຳຢ່າງແທ້ຈິງ. ຫຼາຍກວ່າ 50 ປີ ທີ່ນະວັດຕະກຳການບຸກເບີກລົດ SUV ໄດ້ຮັບການອອກແບບຢ່າງຫຼູຫຼາ, ປະສົມປະສານກັບເຕັກໂນໂລຊີ ແລະ ຄວາມທັນສະໄໝແບບທີ່ບໍ່ເຄີຍມີມາກ່ອນ, ພ້ອມສະມັດທະນະການຂັບຂີ່ໃນທຸກເສັ້ນທາງທີ່ທ້າທາຍ ແຕ່ຍັງຄົງຄວາມເປັນເອກະລັກສະເພາະຂອງແລນໂຣເວີໄວ້. The New Range Rover ຮູບໂສມໃຫມ່ໃກ້ຈະເປີດໂຕຢ່າງເປັນທາງການໃນລາວ ເພື່ອໃຫ້ທ່ານໄດ້ພົບກັບທີ່ສຸດຂອງນະວັດຕະກຳ ແລະ ຄວາມຫຼູຫຼາຮູບແບບໃຫມ່ໄປພ້ອມໆກັນໃນເດືອນ ກໍລະກົດ 2022 ນີ້. ເຂົ້າເບິ່ງຄວາມສາມາດຂອງ Range Rover ຮູບໂສມໃຫມ່ໄດ້ທີ່: https://www.landroverlaos.com/vehicles-new-range-rover ຫຼື ທ່ານສາມາດສັ່ງຈອງເປັນເຈົ້າຂອງ The New Range Rover ໄດ້ແລ້ວມື້ນີ້ທີ່ຫ້ອງຂາຍ ຈາກົວ ແລນໂຣເວີ ລາວ. ສະຖານທີ່ຕັ້ງຢູ່: ຖະໜົນກຳແພງເມືອງ, ບ້ານ ໂພນທັນ, ເມືອງ ໄຊເຊດຖາ, ນະຄອນຫຼວງວຽງຈັນ.ສອບຖາມຂໍ້ມູນເພີ່ມເຕີມໂທ: +85620 58888197.Facebook: https://www.facebook.com/LandRoverLaosເວັບໄຊ້: https://www.landroverlaos.com/vehicles-new-range-rover

Read More »