5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ

5 ບັນຫາ ສໍາຄັນທີ່ຫາລືໃນກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ
1. ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2022 ຂອງລັດຖະບານ

2. ພິຈາລະນາປັບປຸງ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025)

3. ພິຈາລະນາອະນຸມັດຮັບຮອງເອົາໂຄງການບຸລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024

4. ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

5. ບົດລາຍງານ ກ່ຽວກັບການປັບປຸງບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ.
ຂ່າວ: ສນຍ

Comments