Tiktok!! App ທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນທົ່ວໂລກຕອນນີ້ ແລະ ມີມູນຄ່າສູງກວ່າ ປຕທ 4 ເທົ່າ…

ປັດຈຸບັນການພັດທະນາດ້ານ Technology ນັ້ນໄປໄວຫຼາຍ ມີການພັດທະນາແບບກ້າວກະໂດດຂັ້ນ ບໍ່ພໍເທົ່າໃດປີທີ່ມັນເກີດຂຶ້ນມາ ແຕ່ເຮົາປະຕິເສດບໍ່ໄດ້ເລີຍວ່າມັນມີອິດທິພົນຫຼາຍທີ່ສຸດຕໍ່ທຸກຊັ້ນຄົນ ທຸກປະເທດທົ່ວໂລກ ລວມທັງປະເທດລາວເຮົາ ທີ່ໄດ້ນໍາເອົາ Technology ເຂົ້າມາເປັນສ່ວນໜຶ່ງໃນການດໍາເນີນທຸລະກິດ ແລະ ການໃຊ້ຊີວິດປະຈໍາວັນເປັນຕົ້ນແມ່ນບັນດາ Application ທີ່ທຸກຄົນຮູ້ຈັກກັນດີເຊັ່ນ: Facebook, Instagram, Twitter, YouTube

ນອກຈາກນັ້ນ ຍັງມີ Application Platform ທີ່ກໍາລັງມາແຮງທີ່ສຸດໃນປັດຈຸບັນຄື “TikTok” ເຊິ່ງເປັນກະແສທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນປັດຈຸບັນຈົນເຮັດໃຫ້ມີຜົນການສໍາຫຼວດອອກມາວ່າ ບໍລິສັດແມ່ຂອງ “TikTok” ທີ່ຊື່ວ່າ ByteDance ນັ້ນ ມີມູນຄ່າສູງກວ່າ ປຕທ ບໍລິສັດຍັກໃຫຍ່ເຖິງ 4 ເທົ່າ!!!

ແລ້ວມັນເກີດຂຶ້ນໄດ້ແນວໃດ? ມີນີ້  Target ໄດ້ນໍາເອົາບົດວິເຄາະຈາກເພຈ ລົງທຸນແມນ (ປະເທດໄທ) ມາເລົ່າໃຫ້ທຸກຄົນໄດ້ຟັງ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບ Application Platform ທີ່ຊື່ວ່າ “TikTok”
“ByteDance” ເປັນບໍລິສັດ Startup ສັນຊາດຈີນທີ່ກໍ່ຕັ້ງຂຶ້ນໃນປີ 2012 ທີ່ເປັນເຈົ້າຂອງ Platform Social media ຫຼາຍ Application ຕົວຢ່າງເຊັ່ນ: Toutiao Application ອ່ານຂ່າວ ແລະ ຄອນເທັ້ນໃນປະເທດຈີນ; Helo Application Social media ທີ່ໄດ້ຮັບຄວາມນິຍົມຫຼາຍໃນ ປະເທດ ອິນເດຍ ແລະ App ຍອດນິຍົມທີ່ຮູ້ຈັກຢ່າງກວ້າງຂວາງຫຼາຍທີ່ສຸດໃນຄອນນີ້ຄື TikTok

 TikTok ແມ່ນຫຍັງ?

TikTok ຄື Platform ທີ່ໃຫ້ຜູ້ໃຊ້ງານມາຢ້ຽມຊົມ ແລະ ເຜີຍແຜ່ VDO ເທິງມືຖື ໂດຍເປັນ VDO ສັ້ນໆ ທີ່ສ້າງສັນຈາກໃຜກໍໄດ້ ແລະ ຈາກໃສກໍໄດ້ເທິງໂລກນີ້ ແລະ ມີຟີເຈີແປກໃໝ່ໃຫ້ໃຊ້ສ້າງສັນຜົນງານເຊັ່ນ ມີເພງໃຫ້ຮອງ Lip sing ຟີເຕີເອຟເຟັກຕ່າງໆ

ຈຸດເລີ່ມຕົ້ນຂອງ TikTok ແມ່ນເລີ່ມຕັ້ງແຕ່ປີ 2016 ByteDance ໄດ້ເປີດຕົວ Application ສໍາລັບເຜີຍແຜ່ VDO ສັ້ນໆ ເທີງມືຖືໃນປະເທດຈີນ ຊື່ວ່າ Douyin. Douyin ໄດ້ຮັບການຕອບຮັບເປັນຢ່າງດີໃນປະເທດຈີນ ພາຍໃນບໍ່ເທົ່າໃດເດືອນ ຍອດ Download App ກໍຂຶ້ນສູງກວ່າ 100 ລ້ານຄັ້ງ ແລະ ມີຍອດການຮັບຊົມ VDO ຫຼາຍຫວ່າ 1.000 ລ້ານຄັ້ງຕໍ່ມື້. ເມື່ອເປັນແບບນີ້ Zhang Yiming ຜູ້ກໍ່ຕັ້ງ ByteDance ກໍເກີດມີຄວາມຄິດທີ່ຈະເຮັດໃຫ້ Application ນີ້ເປັນທີ່ຮູ້ຈັກ ແລະ ໂດ່ງດັງໃນລະດັບໂລກ…

Tiktok Icon Black Vector Logo - Download Free SVG Icon ...

ຈຶ່ງເກີດມີ Application ແບບດຽວກັນກັບ Douyin ທີ່ເປີດໃຫ້ຄົນນອກປະເທດຈີນໄດ້ໃຊ້ ໂດຍ App ດັ່ງກ່າວມີຊື່ວ່າ “TikTok” ຫຼັງຈາກເປີດຕົວໄປໄດ້ພຽງ 2 ປີ ຄືໃນປີ 2018 TikTok ກໍມີຍອດການ Download ຫຼາຍເຖິງ 800 ລ້ານຄັ້ງ; ດ້ວຍຟີເຈີມ່ວນໆ ສໍາລັບການສ້າງສັນ VDO ສັ້ນຫຼາກຫຼາຍ ເຮັດໃຫ້ບໍ່ມີພຽງແຕ່ຄົນທົ່ວໄປເທົ່ານັ້ນທີ່ເຂົ້າໄປໃຊ້ງານ TikTok ຍັງໄດ້ຮັບຄວາມສົນໃຈຫຼາຍຈາກບັນດາບຸກຄົນທີ່ມີຊື່ສຽງ ເປັນຕົ້ນແມ່ນ ດາຣາ-ນັກສະແດງ-ນັກຮ້ອງ… ປາກົດການດັ່ງກ່າວນີ້ ຍິ່ງເຮັດເປັນແມ່ເຫຼັກດຶງດູດໃຫ້ຄົນເຂົ້າມາໃຊ້ງານ TikTok ຫຼາຍຂຶ້ນ.

ຍິ່ງໄປກວ່ານັ້ນ ການລະບາດຂອງໂຄວິດ-19 ຕັ້ງແຕ່ໄລຍະຕົ້ນປີ 2020 ຍິ່ງເປັນປັດໃຈທີ່ເພີ່ມຍອດການໃຊ້ງານ TikTok ເພີ່ມຫຼາຍຂຶ້ນ. ພຽງແຕ່ 3 ເດືອນທໍາອິດຂອງປີ ກໍມີຍອດຜູ້ Download ຫຼາຍເຖິງ 315 ລ້ານຄັ້ງ ຈົນປັດຈຸບັນ TikTok ມີຍອດ Download ຫຼາຍກວ່າ 2.000 ລ້ານຄັ້ງແລ້ວ.

ສິ່ງໜຶ່ງທີ່ສໍາຄັນ ແລະ ໜ້າສົນໃຈຄື TikTok ໃຫ້ຄວາມສໍາຄັນກັບການພັດທະນາລະບົບ AI ໃນການຄັດເລືອກຄອນເທັ້ນໃຫ້ກົງຕາມຄວາມມັກຂອງຜູ້ໃຊ້ງານ ເພື່ອດຶງດູດຜູ້ໃຊ້ງານໃຫ້ຢູ່ໃນ Application ໄດ້ດົນທີ່ສຸດ.

ປັດຈຸບັນ TikTok ມີຍອດຜູ້ໃຊ້ງານຕໍ່ເດືອນຫຼາຍເຖິງ 800 ລ້ານຄົນ ແລະ ມີໄລຍະເວລາໃນການໃຊ້ງານ App ສະເລ່ຍຫຼາຍເຖິງ 52 ນາທີຕໍ່ຄົນ ຕໍ່ມື້. ເມື່ອທຽບກັບ Application Social media ອື່ນແລ້ວ ກໍຕ້ອງບອກເລີຍວ່າ TikTok ກໍາລັງກ້າວຂຶ້ນມາທ້າທາຍ Platform ອື່ນໆຢ່າງດຸເດືອດກັນເລີຍ.

ຈາກການສໍາຫຼວດໃຫ້ຮູ້ວ່າ:

Facebook ມີຍອດຜູ້ໃຊ້ງານປະມານ 2.500 ລ້ານຄົນຕໍ່ເດືອນ
YouTube ມີຍອດຜູ້ໃຊ້ງານປະມານ 2.000 ລ້ານຄົນຕໍ່ເດືອນ
Instagram ມີຍອດຜູ້ໃຊ້ງານປະມານ 1.000 ລ້ານຄົນຕໍ່ເດືອນ
TikTok ມີຍອດຜູ້ໃຊ້ງານປະມານ 800 ລ້ານຄົນຕໍ່ເດືອນ

ກະແສຄວາມນິຍົມ ແລະ ຖານຜູ້ໃຊ້ງານທີ່ເພີ່ມຂຶ້ນຢ່າງໄວວາຂອງ TikTok ສ້າງລາຍໄດ້ຈາກຄ່າໂຄສະນາ ແລະ ການຂາຍສິນຄ້າພາຍໃນ Application ເຊັ່ນ ຫຼຽນ ຫຼືຂອງຂວັນ ເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍສະເລ່ຍລາຍໄດ້ຂອງບໍລິສັດ ByteDance ເຈົ້າຂອງ TikTok ແມ່ນ:รายได้ของบริษัท ByteDance เจ้าของ TikTok

ປີ 2018 ByteDance ມີລາຍໄດ້ 229.000 ລ້ານບາດ
ປີ 2019 ByteDance ມີລາຍໄດ້ 527.000 ລ້ານບາດ

ລາຍໄດ້ຂອງ ByteDance ໃຫຍ່ຂຶ້ນເຖິງ 130% ໃນໜຶ່ງປີ… ໃນໄລຍະ 3 ເດືອນທໍາອິດຂອງປີ 2020 ByteDance ສ້າງລາຍໄດ້ໄປແລ້ວປະມານ 173.600 ລ້ານບາດ. ຖ້າເປັນໄປຕາມເປົ້າຂອງ ByteDance ຈະມີລາຍໄດ້ໃນປີ 2020 ທັງໝົດ 874.000 ລ້ານບາດ. ເມື່ອເປັນແບບນີ້ ຈຶ່ງເຮັດໃຫ້ ByteDance ບໍລິສັດແມ່ນຂອງ TikTok ຖືກປະເມີນມູນຄ່າວ້ສູງເຖິງປະມານ 4,6 ລ້ານລ້ານບາດ.

ມູນຄ່າທີ່ກ່າວມາຫຼາຍຂະໜາດໃດ?

ລອງມາທຽບກັບ ປຕທ ບໍລິສັດທີ່ໃຫຍ່ທີ່ສຸດໃນຕະຫຼາດຫຼັກຊັບແຫ່ງປະເທດໄທ ມູນຄ່າຕະຫຼາດຂອງ ບໍລິສັດ ປຕທ. ຈໍາກັດ (ມະຫາຊົນ) (Petroluem Trade Thailand)  ເທົ່າກັບ 1,1 ລ້ານລ້ານບາກ ແຕ່ມູນຄ່າຂອງ ByteDance ເທົ່າກັບ 4,6 ລ້ານລ້ານບາດ. ຈະເຫັນໄດ້ວ່າ ນັກລົງທຶນໃຫ້ລາຄາ ByteDance ສູງກວ່າ ປຕທ ເຖິງ 4 ເທົ່າ

ເລື່ອງນີ້ກໍາລັງບອກຫຍັງກັບທ່ານ?

ເລື່ອງນີ້ໃຫ້ຄວາມເຫັນວ່າ ການສ້າງມູນຄ່າໃຫ້ກັບບໍລິສັດ ຫຼືສິ່ງທີ່ເຮັດບໍ່ຈໍາເປັນຕ້ອງອາໄສການມີຊັບພະຍາກອນຫຼວງຫຼາຍ ຫຼືໃຊ້ເວລາດົນສະເໝີໄປ ສິ່ງສໍາຄັນຄື ເຮົາຕ້ອງຊອກຫາມູນຄ່າທີ່ຊ່ອນຢູ່ໃນເລື່ອງງ່າຍໆ ໃນຊີວິດປະຈໍາວັນຂອງທຸກຄົນໃຫ້ພົບ ຄືກັບ TikTok ຮູ້ວ່າຄົນມັກ VDO ສັ້ນໆ ແລະ ຢາກໄດ້ພື້ນທີ່ໃຫ້ເຜີຍແຜ່ຄອນເທັ້ນຂອງຕົວເອງເທົ່ານັ້ນ.

ກໍບໍ່ໜ້າເຊື່ອວ່າແນວຄວາມຄິດງ່າຍໆພຽງເທົ່ານັ້ນ ຈະກັບໄປຕອບໂຈດຄວາມຕ້ອງການຂອງຄົນທົ່ວໂລກ ແລະ ເກີດເປັນມູນຄ່າຂຶ້ນໄດ້ຫຼວງຫຼາຍ ຈົນເຮົາຄິດບໍ່ເຖິງວ່າ Application ແບບນີ້ຈະມີມູນຄ່າບໍ່ໜ້ອຍໄປກວ່າ ບໍລິສັດໃຫຍ່ໆ ໃນອຸດສາຫະກໍາອື່ນ…

ໝາຍເຫດ: ເນື່ອງຈາກບົດຄວາມນີ້ວິເຄາະມາຈາກປະເທດໄທ ການຍົກຕົວຢ່າງ ແລະ ສະກຸນເງິນແມ່ນນໍາໃຊ້ເປັນຂອງໄທທັງໝົດ ແຕ່ TikTok ກໍຖືວ່າໄດ້ຮັບຄວາມນິຍົມຫຼາຍໃນປະເທດລາວເຮົາເອງ ສະນັ້ນ, Target  ຈຶ່ງໄດ້ນໍາມາເລົ່າຕໍ່ເພື່ອເປັນຄວາມຮູ້ ໃຫ້ກັບຫຼາຍໆຄົນ.

Cr: ลงทุนแมน

Comments