News

ຄາດວ່າແຮງງານລາວຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ

ແຮງງານລາວ ເກືອບເຄິ່ງເຮັດວຽກຢູ່ພາຍໃນ ແຕ່ຫຼາຍກວ່າເຄິ່ງຢູ່ຕ່າງປະເທດ ແລະ ຄາດວ່າຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ (ໃນຈຳນວນ 27.163 ຄົນ ທີ່ໄດ້ວຽກ ໄລຍະ 6 ເດືອນຜ່ານມາ) ທ້າຍປີ 2021 ອັດຕາການວ່າງງານ 5 ແສນຄົນ ຕໍ່ບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຸ້ນຂ້ຽວແກ້ໄຂ ເຮັດໃຫ້ແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ (ໃນ 6 ເດືອນຜ່ານມາ) ໃນນັ້ນ, ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້. ຕາມການຄາດຄະເນ ສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ. (ກ່າວໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ). ຂໍ້ມູນ: ຮສສ #TargetMagazine ...

Read More »

ເປີດຂົວຂ້າມຊາຍແດນ ຈີນ-ຣັດເຊຍ ເສີມຄວາມເຂັ້ມແຂງດ້ານການຄ້າ

ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວຂ້າມ​ຊາຍ​ແດນ​ແຫ່ງ​ໃໝ່ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ. ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ຫລຸດຜ່ອນໄລຍະ​ທາງໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າຂ້າມ​ຊາຍ​ແດນລະຫວ່າງ​ ຈີນກັບຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງສຳຄັນຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍກັບ​ຈີນ ​ແລະ ຈະ​ຊ່ວຍ​ເພີ່ມ​ມູນ​ຄ່າສິນຄ້າກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດໃນ​ອີກ 2ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນຖື​ເປັນ​ຜູ້​ຊື້​ສິນ ຂໍ້ມູນ: ປະເທດລາວ

Read More »

12 ມິຖຸນາ ວັນຕໍ່ຕ້ານການໃຊ້ແຮງງານເດັກສາກົນ

ວັນທີ 12 ມິຖຸນາ ຂອງທຸກໆປີ ແມ່ນວັນຕໍ່ຕ້ານການໃຊ້ແຮງງານເດັກສາກົນ. ເພື່ອຊ່ວຍເຫຼືອເດັກນ້ອຍທີ່ຖືກຂົ່ມເຫັງດ້ວຍການໃຊ້ແຮງງານ ແລະຢຸດຕິການກົດຂີ່ຂົ່ມເຫັງ ຫຼືການບັງຄັບໃຊ້ແຮງງານໃນກຸ່ມເດັກນ້ອຍ. ແຮງງານເດັກແມ່ນໃຜ? ແຮງງານເດັກແມ່ນກຸ່ມຄົນອາຍຸນ້ອຍ ທີ່ຍັງບໍ່ທັນບັນລຸກົດໝາຍແຮງງານຂອງແຕ່ລະປະເທດກຳນົດໄວ້. ລວມເຖິງເດັກນ້ອຍທີ່ຖືກບັງຄັບໃຫ້ອອກຈາກໂຮງຮຽນເພື່ອມາເຮັດວຽກ ຫຼືເຮັດໃຫ້ບໍ່ໄດ້ຮັບສິດທີ່ເດັກສົມຄວນໄດ້ຮັບເຊັ່ນ ໃຊ້ໃຫ້ເຮັດວຽກທີ່ສ່ຽງອັນຕະລາຍ, ການຄ້າປະເວນີ, ການ​ບັງ​ຄັບ​ເຮັດສິ່ງອະນາຈານ​ ແລະ​ເຮັດ​ສິ່ງ​ທີ່​ຜິດ​ກົດໝາຍ. ປັດຈຸບັນ ເດັກນ້ອຍທົ່ວໂລກ ປະມານ 215 ລ້ານຄົນຖືກໃຊ້ເປັນແຮງງານ. ຫຼາຍຄົນເຮັດວຽກເຕັມເວລາເຂົາເຈົ້າບໍ່ໄດ້ໄປໂຮງຮຽນ ແລະຫຼິ້ນຄືກັບເດັກນ້ອຍຄົນອື່ນໆ. ຫຼາຍຄົນບໍ່ໄດ້ຮັບການເບິ່ງແຍງ ແລະໃສ່ໃຈດ້ານໂພຊະນາການທີ່ເຫມາະສົມ. ຂໍ້ມູນ: un.org, ilo.org/global, ilo.org/asia/

Read More »

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ. ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000 ກີບ (ຫ້າພັນຕື້ກີບ) ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້ ອັດຕາດອກເບ້ຍ 20%ຕໍ່ປີ (ຊຳລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ) ເລີ່ມອອກຈຳໜ່າຍແຕ່ກາງເດືອນມິຖຸນາ 2022 ເປັນຕົ້ນໄປ. ເປັນພັນທະບັດຮູບແບບບໍ່ມີໃບພັນທະບັດເປັນເຈ້ຍ (Scripless) ແຕ່ມີການອອກໃບຢັ້ງຢືນການຖືຄອງພັນທະບັດໃຫ້ແກ່ເຈົ້າຂອງພັນທະບັດ ພັນທະບັດທີ່ຈະອອກຈຳໜ່າຍນີ້ສາມາດຖືຄອງໄດ້ໂດຍບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກເງິນສຳລັບທະນາຄານທີ່ມີຄວາມສົນໃຈເປັນຕົວແທນໃນການຈໍາໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ໃນຄັ້ງນີ້ ...

Read More »

ອີກໜຶ່ງບາດກ້າວ! ສົ່ງເຂົ້າໜຽວລາວ ໄປຈີນ100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ

ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ ປະເທດໄທ ແລະ ຫວຽດນາມ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015 ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ. ແລະ IDP ຍັງສົ່ງເສີມການປູກເຂົ້າອິນຊີ ໃຫ້ກັບ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕາ. ຂໍ້ມູນ: ວຽງຈັນທາຍ

Read More »

5 ເດືອນຕົ້ນປີ ກຳປູເຈຍ ສົ່ງອອກ “ເຂົ້າ” ເພີ່ມຂຶ້ນ 22% ຜູ້ຊື້ລາຍໃຫຍ່ແມ່ນຈີນ ແລະ ເອີຣົບ

ສະຫະພັນ​ເຂົ້າ ກຳປູ​ເຈຍ(CRF) ​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ​ ໄປ​​ຈີນ 149.447​ໂຕນ ​ໃນ​ໄລຍະ 5​ເດືອນ ທຳ​ອິດ ​ຂອງ​ປີ​ນີ້ ​ເພີ່ມ​ຂຶ້ນ 23,6%ຈາກ​ໄລຍະ​ ດຽວ​ກັນ​ ໃນ​ປີ​ກາຍ.ຈີນ ຍັງຄົງ​ເປັນ​ ຜູ້​ຊື້ເຂົ້າ ແຫ່ງໃຫຍ່ ທີ່ສຸດ ຂອງກຳປູເຈຍ ກວມເອົາ 53,6% ຂອງປະລິມານ ສົ່ງອອກເຂົ້າ ທັງໝົດ ຂອງປະເທດ. ໃນໄລຍະ ເດືອນມັງກອນ ຫາເດືອນ ພຶດສະພານີ້ ຮອງມາແມ່ນສະຫະພາບ ເອີຮົບ(EU) ທີ່​ຊື້​ເຂົ້າ ຈາກ​ກຳປູ​ເຈຍ 88.167​ໂຕນ ​ເພີ່ມ​ຂຶ້ນ 49% ກວມ​ເອົາ31%. ປັດຈຸບັນ ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ ທຸກ​ຊະນິດສູ່​ຕະຫລາດຕ່າງປະ​ເທດ​ຜ່ານ ບໍລິສັດ 53​ແຫ່ງ ​ໃນ​ໄລຍະ ​ເວລາ ​ດັ່ງກ່າວ ຄິດ​ເປັນປະລິມານ 283.675​ໂຕນ ​ເພີ່ມ​ຂຶ້ນ​ເກືອບ 22% ສ້າງ​ລາຍ​ໄດ້​ ລວມທັງ​ໝົດ 173 ລ້ານ​ກວ່າ​ ໂດ​ລາ ​ສະຫະລັດ. ຂໍ້ມູນ: ຂປລ

Read More »

ກຳປູເຈຍກະແສດີ 4 ເດືອນຕົ້ນປີ ດຶງດູດນັກທ່ອງທ່ຽວເຂົ້າປະເທດຫຼາຍກວ່າ2 ແສນຄົນ

ໄລຍະ 4 ເດືອນທຳອິດຂອງປີ 2022 ມີ ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 241.485 ຄົນ ເພີ່ມຂຶ້ນ 191% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍໃນປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ, ໄທ ແລະ ຈີນ ເຊິ່ງສ່ວນໃຫຍ່ເດີນທາງເຂົ້າມາທາງອາກາດ. ສາເຫດທີ່ນັກທ່ອງທ່ຽວເຂົ້າປະເທດກຳປູເຈຍເພີ່ມຂຶ້ນ: 1. ກຳປູເຈຍເປີດປະເທດຢ່າງເຕັມຮູບແບບ ການສັກວັກຊີນໃຫ້ປະຊາຊົນກວມອັດຕາສູງ 2. ນະໂຍບາຍບໍ່ຕ້ອງກັກຕົວ ລວມທັງບໍ່ກວດຫາເຊື້ອໂຄວິດ – 19 ເມື່ອເດີນທາງເຖິງກຳປູເຈຍ ໃນປີ 2022 ນີ້ ກຳປູເຈຍ ຕັ້ງເປົ້າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 8 ແສນ ຫາ 1 ລ້ານຄົນ. ຂໍ້ມູນ: ເສດຖະກິດການຄ້າ

Read More »

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ ກີບ-ບາດ ເພື່ອຊໍາລະສະສາງລະຫວ່າງກັນ ພ້ອມຍົກສູງການຄ້າຜ່ານຊາຍແດນ. ໃນໂອກາດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ລະຫວ່າງວັນທີ 1-2 ມິຖຸນາ 2022ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ. ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ເປັນຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ. ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ.ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ. ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະ ການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ...

Read More »

ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນ

ວັນທີ 2 ມິຖຸນາ 2022, ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ. ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື:1) ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. 2) ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລາວ-ໄທ. 3) ເລັ່ງ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ່ ຮ່ວມກັນແບບ Win-Win. 4) ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານ ແລະ ລະບຽບການສອດຄ່ອງກັນ 5) ...

Read More »

4 ວິກິດ ເຮັດໃຫ້ເສດຖະກິດທົ່ວໂລກຖົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ

.ຂະນະນີ້ໂລກກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່: 1. ອັດຕາເງິນເຟີ້ສູງສຸດໃນຮອບຫຼາຍສິບປີ 2. ລາຄາພະລັງງານແພງ 3. ບັນຫາຕ່ອງໂສ້ການສະໜອງ ເຮັດໃຫ້ອາຫານຂາດແຄນ ດຶງລາຄາສູງຂຶ້ນນັບມື້ 4. ພາວະໂລກຮ້ອນເຊິ່ງທັງ ບັນຫາທີ່ກ່າວມານັ້ນຕ້ອງໄດ້ແກ້ໄຂໄປພ້ອມໆກັນ, ບໍ່ສາມາດມຸ່ງເນັ້ນແກ້ບັນຫາໃດໜຶ່ງກ່ອນໄດ້ ແລະ ຖ້າວ່າໂລກບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ ຈະປະເຊີນກັບເສດຖະກິດທົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ. (ຄຳເຫັນຂອງ ທ່ານ ໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີເຢຍລະມັນ) ໃນກອງປະຊຸມ World Economic Forum: WEF ທີ່ສະວິດເຊີແລນ ບັນດາຜູ້ຕາງໜ້າລັດຖະບານຈາກປະເທດຕ່າງໆ ແລະ ພາກທຸລະກິດຕ່າງກໍຄາດການວ່າ ການເຕີບໂຕຂອງເສດຖະກິດໂລກປີນີ້ຍັງມືດມົນ ເນື່ອງຈາກມີຄວາມສ່ຽງຫຼາຍປັດໄຈທີ່ກີດຂວາງການຟື້ນຕົວຂອງເສດຖະກິດ ບໍ່ວ່າຈະເປັນແຮງກົດດັນ ຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ຂອງຈີນ.ນອກຈາກນີ້, ບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ກຳລັງປະເຊີນກັບອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ໄດ້ດຶງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງ ...

Read More »