ວັນທີ 12 ມິຖຸນາ ຂອງທຸກໆປີ ແມ່ນວັນຕໍ່ຕ້ານການໃຊ້ແຮງງານເດັກສາກົນ. ເພື່ອຊ່ວຍເຫຼືອເດັກນ້ອຍທີ່ຖືກຂົ່ມເຫັງດ້ວຍການໃຊ້ແຮງງານ ແລະຢຸດຕິການກົດຂີ່ຂົ່ມເຫັງ ຫຼືການບັງຄັບໃຊ້ແຮງງານໃນກຸ່ມເດັກນ້ອຍ.
ແຮງງານເດັກແມ່ນໃຜ? ແຮງງານເດັກແມ່ນກຸ່ມຄົນອາຍຸນ້ອຍ ທີ່ຍັງບໍ່ທັນບັນລຸກົດໝາຍແຮງງານຂອງແຕ່ລະປະເທດກຳນົດໄວ້. ລວມເຖິງເດັກນ້ອຍທີ່ຖືກບັງຄັບໃຫ້ອອກຈາກໂຮງຮຽນເພື່ອມາເຮັດວຽກ ຫຼືເຮັດໃຫ້ບໍ່ໄດ້ຮັບສິດທີ່ເດັກສົມຄວນໄດ້ຮັບເຊັ່ນ ໃຊ້ໃຫ້ເຮັດວຽກທີ່ສ່ຽງອັນຕະລາຍ, ການຄ້າປະເວນີ, ການບັງຄັບເຮັດສິ່ງອະນາຈານ ແລະເຮັດສິ່ງທີ່ຜິດກົດໝາຍ.
ປັດຈຸບັນ ເດັກນ້ອຍທົ່ວໂລກ ປະມານ 215 ລ້ານຄົນຖືກໃຊ້ເປັນແຮງງານ. ຫຼາຍຄົນເຮັດວຽກເຕັມເວລາເຂົາເຈົ້າບໍ່ໄດ້ໄປໂຮງຮຽນ ແລະຫຼິ້ນຄືກັບເດັກນ້ອຍຄົນອື່ນໆ. ຫຼາຍຄົນບໍ່ໄດ້ຮັບການເບິ່ງແຍງ ແລະໃສ່ໃຈດ້ານໂພຊະນາການທີ່ເຫມາະສົມ.
ຂໍ້ມູນ: un.org, ilo.org/global, ilo.org/asia/