ສະຫະພັນເຂົ້າ ກຳປູເຈຍ(CRF) ເປີດເຜີຍວ່າ: ກຳປູເຈຍ ສົ່ງອອກເຂົ້າ ໄປຈີນ 149.447ໂຕນ ໃນໄລຍະ 5ເດືອນ ທຳອິດ ຂອງປີນີ້ ເພີ່ມຂຶ້ນ 23,6%ຈາກໄລຍະ ດຽວກັນ ໃນປີກາຍ.ຈີນ ຍັງຄົງເປັນ ຜູ້ຊື້ເຂົ້າ ແຫ່ງໃຫຍ່ ທີ່ສຸດ ຂອງກຳປູເຈຍ ກວມເອົາ 53,6% ຂອງປະລິມານ ສົ່ງອອກເຂົ້າ ທັງໝົດ ຂອງປະເທດ. ໃນໄລຍະ ເດືອນມັງກອນ ຫາເດືອນ ພຶດສະພານີ້ ຮອງມາແມ່ນສະຫະພາບ ເອີຮົບ(EU) ທີ່ຊື້ເຂົ້າ ຈາກກຳປູເຈຍ 88.167ໂຕນ ເພີ່ມຂຶ້ນ 49% ກວມເອົາ31%.
ປັດຈຸບັນ ກຳປູເຈຍ ສົ່ງອອກເຂົ້າ ທຸກຊະນິດສູ່ຕະຫລາດຕ່າງປະເທດຜ່ານ ບໍລິສັດ 53ແຫ່ງ ໃນໄລຍະ ເວລາ ດັ່ງກ່າວ ຄິດເປັນປະລິມານ 283.675ໂຕນ ເພີ່ມຂຶ້ນເກືອບ 22% ສ້າງລາຍໄດ້ ລວມທັງໝົດ 173 ລ້ານກວ່າ ໂດລາ ສະຫະລັດ.
ຂໍ້ມູນ: ຂປລ