ກຳປູເຈຍກະແສດີ 4 ເດືອນຕົ້ນປີ ດຶງດູດນັກທ່ອງທ່ຽວເຂົ້າປະເທດຫຼາຍກວ່າ2 ແສນຄົນ

ໄລຍະ 4 ເດືອນທຳອິດຂອງປີ 2022 ມີ ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 241.485 ຄົນ ເພີ່ມຂຶ້ນ 191% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍໃນປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ, ໄທ ແລະ ຈີນ ເຊິ່ງສ່ວນໃຫຍ່ເດີນທາງເຂົ້າມາທາງອາກາດ.

ສາເຫດທີ່ນັກທ່ອງທ່ຽວເຂົ້າປະເທດກຳປູເຈຍເພີ່ມຂຶ້ນ:

1. ກຳປູເຈຍເປີດປະເທດຢ່າງເຕັມຮູບແບບ ການສັກວັກຊີນໃຫ້ປະຊາຊົນກວມອັດຕາສູງ

2. ນະໂຍບາຍບໍ່ຕ້ອງກັກຕົວ ລວມທັງບໍ່ກວດຫາເຊື້ອໂຄວິດ – 19 ເມື່ອເດີນທາງເຖິງກຳປູເຈຍ

ໃນປີ 2022 ນີ້ ກຳປູເຈຍ ຕັ້ງເປົ້າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 8 ແສນ ຫາ 1 ລ້ານຄົນ.

ຂໍ້ມູນ: ເສດຖະກິດການຄ້າ

Comments