ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ ກີບ-ບາດ ເພື່ອຊໍາລະສະສາງລະຫວ່າງກັນ ພ້ອມຍົກສູງການຄ້າຜ່ານຊາຍແດນ.

ໃນໂອກາດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ລະຫວ່າງວັນທີ 1-2 ມິຖຸນາ 2022ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ. ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ເປັນຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ.

ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ.ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ.

ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະ ການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ແລະ ກັນ, ຕະຫຼອດເຖິງການສຶກສາຄວາມເປັນໄປໄດ້ໃນການນໍາໃຊ້ເງິນຕາຂອງສອງປະເທດ (ກີບ-ບາດ) ເພື່ອຊໍາລະສະສາງລະຫວ່າງກັນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການຮ່ວມມືໃນຂົງເຂດພະລັງງານໄຟຟ້າ ໂດຍລັດຖະບານໄທ ໄດ້ເພີ່ມໂຄຕ້ານໍາເຂົ້າໄຟຟ້າຈາກລາວ ບັນລຸເປັນ 10,500 ເມັດກາວັດ.

ຂໍ້ມູນ: ກົມການຂ່າວ ກະຊວງການຕ່າງປະເທດ

Comments