ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນ

ວັນທີ 2 ມິຖຸນາ 2022, ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ.


ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື:
1) ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

2) ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລາວ-ໄທ.


3) ເລັ່ງ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ່ ຮ່ວມກັນແບບ Win-Win.


4) ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານ ແລະ ລະບຽບການສອດຄ່ອງກັນ


5) ເພີ່ມທະວີການຮ່ວມມືດ້ານເສດຖະກິດດີຈີຕອລ, ເປັນສໍາຄັນການພັດທະນາເສດຖະກິດຍຸກສະໄຫມ ເຊິ່ງ ປະເທດໄທ ພ້ອມແລ້ວທີ່ຈະສະຫນັບສະຫນູນ ສປປ ລາວ ໃນການພັດທະນາທັກສະ ແລະ ຄວາມສາມາດຂອງ ບຸກຄະລາກອນໃນຂົງເຂດດີຈີຕອລ ແລະ ພັດທະນາລະບົບການຊໍາລະເງິນລະຫວ່າງປະເທດໃຫ້ມີປະສິດທິພາບຫຼາຍຂຶ້ນ ພ້ອມທັງເພີ່ມທະວີການຮ່ວມມືດ້ານພະລັງງານສະອາດ.


6. ດ້ານຄວາມຫມັ້ນຄົງ ໄທ ແລະ ສປປ ລາວ ໄດ້ເຫັນດີເພີ່ມທະວີການລາດຕະເວນຕາມຊາຍແດນ, ເພື່ອສະກັດກັ້ນການລັກລອບຂ້າມແດນຢ່າງຜິດກົດຫມາຍ ແລະເພີ່ມທະວີການຮ່ວມມືໃນການສະກັດກັ້ນ ແລະ ປາບປາມຢາ ເສບຕິດ ໄທພ້ອມແລ້ວທີ່ຈະສະຫນັບສະຫນູນ ສປປ ລາວ ໃນການຂະຫຍາຍຜົນການຈັບກຸມ ແລະ ສະຫນອງ ອຸປະກອນການສືບສວນທີ່ທັນສະໄຫມ, ນອກຈາກນີ້ທັງສອງຝ່າຍະຮ່ວມມືກັນແກ້ໄຂກຸ່ມແກັ໋ງຫລອກລວງທາງອອນລາຍ ແລະ ບັນຫາການຄ້າມະນຸດ ຢ່າງເຕັມຮູບແບບ ເພື່ອປ້ອງກັນບໍ່ໃຫ້ປະຊາຊົນທັງສອງຝ່າຍປະສົບກັບໄພການຄ້າມະນຸດ.


ຂໍ້ມູນ: workpoint Today

Comments