WTO ຄາດການ-ການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020…

ລາຍງານຄາດການ-ການຄ້າ ສະບັບປັບປຸງຂອງອົງການການຄ້າໂລກ (WTO) ໃນວັນອັງຄານ 6 ຕຸລາ 2020 ລະບຸວ່າ: ປະລິມານການຄ້າໂລກມີແນວໂນ້ມຫຼຸດລົງ 9,2% ໃນປີ 2020 ກ່ອນຈະເພີ່ມຂຶ້ນ 7.2% ໃນປີ 2021.

ການຄ້າໂລກ ຂະຫຍາຍຕົວຫລຸດລງ 2,6% | ຂ່າວຫຼ້າສຸດ

ໃນເດືອນເມສາ ຜ່ານມາ ອົງການໆການຄ້າ ຄາດວ່າປະລິມານການຄ້າໂລກ 2020 ອາດຈະຫຼດລົງລະຫວ່າງ 13-32% ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ກິດຈະກຳທາງເສດຖະກິດ ແລະ ຊີວິດປະຈຳວັນປົກກະຕິທົ່ວໂລກຢຸດຕິລົງ

Which Country Makes The Best Films? | The Mad Movie Man

“ການຄ້າໂລກສະແດງສັນຍານການຟື້ນຕົວ ຫຼັງຈາກຫຼຸດລົງແຮງເພາະພະຍາດໂຄວິດ-19” ຄະນະນັກເສດຖະສາດຂອງອົງການໆໂລກ ອະທິບາຍ “ຜົນການດຳເນີນງານທາງການຄ້າທີ່ເຂັ້ມແຂງໃນເດືອນມິຖຸນາ ແລະ ກໍລະກົດ ຜ່ານມາ ສົ່ງສັນຍານດ້ານບວກຕໍ່ການຂະຫຍາຍໂຕຂອງການຄ້າໂດຍລວມໃນປີ 2020 ຢ່າງໃດກໍ່ຕາມ,

Skyline Tour of New York City - New York | FREETOUR.com

ການຄາດຄະເນສຳລັບປີ 2021 ຄັ້ງລ່າສຸດ ຂອງອົງການການຄ້າ ຊີ້ແນວໂນ້ມດ້ານລົບຫຼາຍກວ່າ ການຄາດຄະເນ ການຄັ້ງກ່ອນ ຊຶ່ງປະເມີນການຂະຫຍາຍໂຕໄວ້ທີ່ 21.3% ເຮັດໃຫ້ປະລິມານການຄ້າໃນປີ 2021 ຕ່ຳກວ່າແນວໂນ້ມກ່ອນເກີດໂຣກລະບາດໃຫຍ່ ເຊິ່ງອົງການການຄ້າເຕືອນວ່າ “ການຟື້ນຕົວອາດຈະຢຸດຊະງັດ ດ້ວຍຜົນກະທົບຈາກໂຣກລະບາດໃຫຍ່ທີ່ກຳລັງທີ່ກຳລັງເກີດຂຶ້ນ

ແຫຼ່ງຂໍ້ມູນ: Lao youth radio

Comments