ເມືອງໄຊເສດຖາ ກຽມຈັດສັນຄວາມເປັນລະບຽບຮຽບຮ້ອຍ…

ອຳນາດການປົກຄອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ລົງກວດກາ ແລະ ສຳຫຼວດຕາມເສັ້ນທາງເຂດຕົວເມືອງ ເມື່ອບໍ່ດົນມານີ້ ໂດຍໃຫ້ເວລາໃນການມ້າງ ແລະ ຍົກຍ້າຍ 15 ວັນ ນັບແຕ່ມື້ລົງສຳຫຼວດ ຫຼືນັບແຕ່ມື້ເຮັດບົດບັນທຶກເປັນຕົ້ນໄປ.

ທາງການສັ່ງຫ້າມຂາຍເຄື່ອງ ແຄມທາງ

ປະຊາຊົນຢູ່ແຄມທາງເຫັນດີມ້າງ ແລະ ຍົກຍ້າຍເຮືອນ, ເທີບ, ເງີບ, ຕູບ, ເຕັ້ນ, ໂຕະ, ຮົ້ວ, ກຳແພງ, ປ້າຍໂຄສະນາ, ສານພະພູມ, ໂຖດອກໄມ້, ຕູ້ເອທີເອັມ ແລະ ອື່ນໆ ຖ້າສິ່ງເຫຼົ່ານັ້ນກວມເອົາເຂດທາງຍ່າງແຄມທາງ ແລະ ກາຍຫຼັກໄຟເຍືອງທາງແຄມທາງ ອອກຈາກເຂດສະຫງວນທາງຕາມແຈ້ງການ ຫຼື ຕາມການສຳຫຼວດຂອງຄະນະຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍຕົວເມືອງ.

ກຳນົດຮື້ຖອນປ້າຍໂຄສະນາຕາມແຄມທາງທີ່ບໍ່ຖືກຕ້ອງໃຫ້ສຳເລັດໃນເດືອນພຶດສະພາ 2018 ນີ້

ແຕ່ພວກເຂົາບໍ່ເຫັນດີມ້າງ ແລະ ຍົກຍ້າຍສິ່ງດັ່ງກ່າວ ຖ້າບໍ່ກວມ-ກາຍເຂດທາງຍ່າງ ແລະ ບໍ່ກາຍໄຟເຍືອງທາງ ດັ່ງນັ້ນ, ພວກເຂົາຈຶ່ງຢາກຮຽກຮ້ອງໃຫ້ອຳນາດການປົກຄອງເມືອງໄຊເສດຖາ ຫຼືຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈົ່ງທົບທວນຄືນໃນການອອກມາດຕະການໃຫ້ມ້າງ ແລະ ຍົກຍ້າຍສິ່ງກີດຂວາງດັ່ງກ່າວ ເຂົ້າມາຈາກທາງຍ່າງ 5 ແມັດ ເຊິ່ງເຫັນວ່າບໍ່ເໝາະສົມ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments