ສື່ມວນຊົນ ຮ່ວມກັນສົ່ງເສີມການທ່ອງທ່ຽວ ຊຸກຍູ້ເສດຖະກິດລາວ…

ສື່ມວນຊົນລາວຈາກ 7 ສໍານັກ ແລະ ສື່ມວນຊົນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ທີ່ມີສໍານັກງານປະຈໍາຢູ່ລາວ 3 ສໍານັກ ລວມທັງໝົດຫລາຍກ່ວາ 20 ຄົນ ເຂົ້າຮ່ວມກິດຈະກຳຢ້ຽມຢາມແຫລ່ງທ່ອງທ່ຽວໂດດເດັ່ນຢູ່ສອງແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ ທີ່ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ) ຈັດຂຶ້ນໃນລະຫວ່າງວັນທີ 8-13 ຕຸລາ 2020 ນີ້.

ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໃຫ້ສໍາພາດວ່າ: ຈຸດປະສົງການຈັດກິດຈະກໍາຢ້ຽມຢາມຄັ້ງນີ້ ເພື່ອຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ, ເປັນການຊຸກຍູ້ບັນດາຜູ້ປະ ກອບດ້ານທຸລະກິດການທ່ອງທ່ຽວ ເປັນຕົ້ນ: ໂຮງແຮມ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ບັນດາຫົວໜ່ວຍທຸລະກິດທີ່ປິ່ນອ້ອມການທ່ອງທ່ຽວ ໃຫ້ເຂົາເຈົ້າມີຄວາມພ້ອມໃນການເປີດບໍລິການລາວທ່ຽວລາວໃນມໍ່ໆ ນີ້ໂດຍສະເພາະພາຍຫລັງການລະບາດພະຍາດໂຄວິດ19.

ທັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນບັນດາແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໂດດເດັ່ນທີ່ມີໃນລາວ ໂດຍສະເພາະແມ່ນພາຍໃນສອງແຂວງດັ່ງກ່າວ ເພື່ອໂຄສະນາໃຫ້ ນັກທ່ອງ ທ່ຽວໄດ້ຮັບຮູ້ໃຫ້ກ້ວາງຂວາງກ່ວາເກົ່າໃນທົ່ວສັງຄົມ.

ພ້ອມນີ້ ຍັງເປັນການສ້າງຄວາມເຊື່ອໝັັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເດີນທາງໄປທ່ອງທ່ຽວ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດການທ່ອງທ່ຽວໄດ້ຮັບການຟື້ນຕົວນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

ສ່ວນກິດຈະກຳຕະຫລອດໄລຍະ 6 ວັນ ທີ່ສື່ມວນຊົນຈະໄດ້ຮ່ວມກັນໂຄສະນາ ແລະເຜີຍແຜ່ແຫລ່ງທ່ອງທ່ຽວທີ່ໂດດເດັ່ນຢູ່ພາຍໃນ 2 ແຂວງນີ້ ຊຶ່ງຢູ່ແຂວງ ອຸດົມໄຊ ປະກອບມີ: ນໍ້າກັດຢໍລະປາ ແລະ ທາດຈອມອອງ ພາຍໃນເມືອງໄຊ ແລະແຂວງຫລວງພະບາງມີ: ຫໍພິພິຕະພັນແຫ່ງຊາດ, ພະທາດພູສີ, ຕະຫລາດກາງຄືນ, ບ້ານຈ່ານເໜືອ, ບ້ານຊ່າງໄຫ, ຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽວແຫ່ງອື່ນໆ ຕື່ມອີກ.

ສໍາລັບການຈັດກິດຈະກຳຢ້ຽມຢາມແຫລ່ງທ່ອງທ່ຽວໂດດເດັ່ນຢູ່ສອງແຂວງພາກເຫນືອຂອງລາວໃນຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.

ແຫຼ່ງຂໍ້ມູນ: ວສລ

Comments