ຂຸມດຳ ເຈົ້າຂອງລາງ ວັນໂນເບວສາຂາຟິຊິກສາດປະຈຳປີ 2020…

ຂຸມດຳ ແລະ ຄວາມລັບທີ່ມືດມົນທີ່ສຸດຂອງທາງຊ້າງເຜືອກ

ຜູ້ທີ່ໄດ້ຮັບລາງວັນໂນເບວສາຂາຟີຊິກສາດປະຈຳປີນີ້ ມີ 3 ທ່ານ ຈາກການຄົ້ນພົບກ່ຽວກັບໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ

Royal Swedish Academy of Sciences ໄດ້ຕັດສິນໃຈມອບລາງວັນໂນເບວສາຂາຟີຊິກສາດປະຈຳປີ 2020 ເຄິ່ງໜຶ່ງໃຫ້ ມະຫາວິທະຍາໄລ Roger Penrose ສະຫະລາຊອານາຈັກອ໊ອກຟອດ “ສຳລັບການຄົ້ນພົບວ່າການກໍ່ຕົວຂອງຂຸມດຳ ເປັນການທຳນາຍທີ່ມີປະສິດທິພາບຂອງທິດສະດີສຳພັດທະພາບທົ່ວໄປ” ແລະ ອີກເຄິ່ງໜຶ່ງເປັນຂອງ Reinhard Genzel Max Planck Institute for Extraterrestrial Physics, Garching, Germany และ University of California, Berkeley, USA และ Andrea Ghez ຈາກມະຫາວິທະຍາໄລແຄຣິຟໍເນຍລອສແອງເຈີລິສ ສະຫະລັດອາເມລິການ “ສຳລັບການຄົ້ນພົບວັດຖຸຂະໜາດກະທັດຮັດມວນມະຫານສານທີ່ໃຈກາງກາແລກຊີຂອງເຮົາ”.


ການຄົ້ນພົບກ່ຽວກັບ ໜຶ່ງໃນປະກົດການທີ່ແປກໃໝ່ທີ່ສຸດໃນຈັກກະວານນັ້ນຄື ຂຸມດຳ Roger Penrose ສະແດງໃຫ້ເຫັນວ່າທິດສະດີສຳພັດທະພາບທົ່ວໄປ ນຳໄປສູ່ການກໍ່ຕົວຂອງຂຸມດຳ ທ່ານ Reinhard Genzel ແລະ Andrea Ghez ຄົ້ນພົບວ່າວັດຖຸທີ່ເບິ່ງບໍ່ເຫັນ ແລະ ມີນ້ຳໜັກຫຼາຍ ຄວບຄຸມການໂຄຈອນຂອງດວງດາວທີ່ໃຈກາງກາແລກຊີຂອງເຮົາ ຂຸມດຳມວນມະຫາສານເປັນພຽງຄຳອະທິບາຍທີ່ຮູ້ກັນດີໃນປັດຈຸບັນ

This image has an empty alt attribute; its file name is image-7.png

ສ່ວນ Roger Penrose ໃຊ້ວິທີການທາງຄະນິດສາດຢ່າງສະຫຼາດໃນການພິສູດວ່າ: ຂຸມດຳເປັນຜົນໂດຍກົງ ຈາກທິດສະດີສຳພັດທະພາບທົ່ວໄປຂອງ Albert Einstein ຊຶ່ງ Einstein ບໍ່ເຊື່ອວ່າຂຸມດຳມີຢູ່ຈິງ ມວນພະລັງງານເຫຼົ່ານີ້ ກໍ່ໃຫ້ເກີດແຮງດຶງດູດອັນມະຫາສານ ຕາມທິດສະດີດຶງດູດຂອງຈັກກະວານ ( ແຮງໂນ້ມຖ່ວງ) ບວກໃສ່ທິດສະດີ ເມັດແສງ ພາໃຫ້ບໍ່ມີການສະທ້ອນແສງມາຈາກຈຸດ ຂຸມດຳ ເພາະແສງໄດ້ຖືກດູດ ຫຼື ກືນກິນ 100%.
ໃນເດືອນມັງກອນ 1965,​ ສິບປີຫຼັງຈາກການຕາຍຂອງ Einstein ທ່ານ ໂຣເຈີເພນໂຣສ ພິສູດໃຫ້ເຫັນວ່າ ຂຸມດຳສາມາດກໍ່ຕົວ ແລະ ອະທິບາຍລາຍລະອຽດໄດ້ຈິງ ໃນຈິດໃຈຂອງພວກເຂົາ ຂຸມດຳ ເຊື່ອງຊ້ອນຄວາມເປັນເອກະຖານ ຊຶ່ງກົດແຫ່ງທຳມະຊາດທີ່ເປັນທີ່ຮູ້​ຈັກທັງໝົດໄດ້ຢຸດລົງ ບົດຄວາມທີ່ແປກໃໝ່ຂອງເຂົາຍັງຄົງໄດ້ຮັບການຍົກຍ້ອງວ່າເປັນສ່ວນສຳຄັນທີ່ສຸດໃນທິດສະດີສຳພັດທະພາບທົ່ວໄປ ຖັດຈາກ Einstein.

This image has an empty alt attribute; its file name is image-4.png

Reinhard Genzel แລະ Andrea Ghez ຕ່າງເປັນຜູ້ນຳກຸ່ມນັກດາຣາສາດ ຕັ້ງແຕ່ຕົ້ນສະຕະວັດ 1990 ໄດ້ມຸ່ງເນັ້ນໄປທີ່ບໍລິເວນທີ່ເອີ້ນວ່າ Sagittarius A * ທີ່ໃຈກາງກາແລກຊີຂອງເຮົາ ວົງໂຄຈອນຂອງດາວມະລຶກຕະຍູ ທີ່ແຈ້ງທີ່ສຸດໃກ້ກາງທາງຊ້າງເຜືອກ ໄດ້ຮັບການເຮັດແຜນທີ່ດ້ວຍຄວາມແນ່ນອນທີ່ເພີ່ມຂຶ້ນ ການວັດຂອງທັງສອງກຸ່ມນີ້ ເຫັນດ້ວຍກັບການຄົ້ນຫາວັດຖຸທີ່ໜັກຫຼາຍ ແລະ ເບິ່ງບໍ່ເຫັນ ຊຶ່ງດຶງຄວາມສັບສົນຂອງດວງດາວເຮັດໃຫ້ກຸ່ມດາວໝູນໄປຮອບໆ ດ້ວຍຄວາມໄວທີ່ສັບສົນ ມວນດວງອາທິດເກືອບ 4 ລ້ານກ້ອນ ລວມກັນຢູ່ໃນບໍລິເວນທີ່ບໍ່ໃຫຍ່ກວ່າລະບົບສຸລິຍະ

This image has an empty alt attribute; its file name is image-5.png

ດ້ວຍການໃຊ້ກ້ອງໂທລະທັດທີ່ໃຫຍ່ທີ່ສຸດໃນໂລກ Genzel แລະ Ghez ໄດ້ພັດທະນາວິທີການ ເພື່ອເບິ່ງຜ່ານກຸ່ມແກ໊ສ ແລະ ຝຸ່ນ ລະຫວ່າງດວງດາວຈຳນວນມະຫານສານ ໄປຍັງໃຈກາງທາງຊ້າງເຜືອກ ການຂະຫຍາຍຂີດຈຳກັດຂອງເຕັກໂນໂລຊີ ພວກເຂົາໄດ້ປັບແຕ່ງເຕັກນິກໃໝ່ໆ ເພື່ອຊົດເຊີຍຄວາມຜິດພ້ຽນ ທີ່ເກີດຈາກຊັ້ນບັນຍາກາດຂອງໂລກ ສ້າງເຄື່ອງມືທີ່ບໍ່ເໝືອນໃຜ ແລະ ມຸ່ງໝັ້ນໃນການຄົ້ນຄວ້າໄລຍະຍາວ ຜົນງານການບຸກເບີກຂອງພວກເຂົາ ເຮັດໃຫ້ພວກເຮົາມີຫຼັກຖານທີ່ໜ້າເຊື່ອຖືທີ່ສຸດເຖິງ ຂຸມດຳ ມວນມະຫານສານທີ່ໃຈກາງທາງຊ້າງເຜືອກ.​

This image has an empty alt attribute; its file name is image-6.png

ເດວິດຮາວິແລນ ປະທານຄະນະກຳມະການໂນເບວສາຂາຟີຊິກສາດກ່າວ “ການຄົ້ນພົບຂອງຜູ້ໄດ້ຮັບລາງວັນໃນປີນີ້ໄດ້ທຳລາຍຫຼັກຖານໃໝ່ໃນການສຶກສາວັດຖຸຂະໜາດກະທັດຮັດ ແລະ ມວນມະຫາສານ ແຕ່ວັດຖຸແປກໃໝ່ເຫຼົ່ານີ້ ຍັງຄົງມີຄຳຖາມຢ່າງຫຼວງຫຼາຍທີ່ຕ້ອງການຄຳຕອບ ແລະ ກະຕຸ້ນໃຫ້ເກີດການວິໄຈໃນອະນາຄົດ ບໍ່ພຽງແຕ່ຄຳຖາມກ່ຽວກັບໂຄງສ້າງພາຍໃນຂອງພວກມັນເທົ່ານັ້ນ ແຕ່ຍັງລວມເຖິງຄຳຖາມກ່ຽວກັບວິທີທົດສອບທິດສະດີແຮງຖ່ວງໜັກຂອງພວກເຮົາ ພາຍໃຕ້ສະພາວະສຸດຂົ້ວໃນບໍລິເວນໃກ້ຄຽງກັບຂຸມດຳອີກດ້ວຍ”

ຂໍ້ມູນເພີ່ມຕື່ມ: https://www.nobelprize.org/prizes/physics/2020/summary/

Comments