ພື້ນມະຫາສະມຸດ ເຕັມໄປດ້ວຍຖົງຢາງຂະໜາດນ້ອຍ 14 ລ້ານໂຕນ
ຕາມຂ່າວຈາກ ຊິດນີ ສຳນັກງານ ວິທະຍາສາດ ແຫ່ງຊາດ ຂອງອົດສະຕຣາລີ ເປີດເຜີຍວ່າ: ພື້ນມະຫາສະມຸດຂອງໂລກ ເຕັມໄປດ້ວຍຖົງຢາງ ຂະໜາດນ້ອຍ (Micro plastic) ປະມານ 14 ລ້ານໂຕນ

ທີ່ແຕກເປັນຊິ້ນສ່ວນນ້ອຍໆຈາກຂີ້ເຫຍື້ອ ປະເພດຢາງ ຂະໜາດໃຫຍ່ ທີ່ຖືກຖີ້ມລົງສູ່ທະເລ ທີ່ເພີ່ມຂຶ້ນກວ່າ 25 ເທົ່າ ຈາກການສຶກສາຄັ້ງກ່ອນ ໂດຍຄະນະນັກວິໄຈ ຈາກອົງການວິໄຈ ວິທະຍາສາດ ແລະ ອຸດສາຫະກຳລວມ ຂອງອົດສະຕຣາລີ (CSIRO)

ໄດ້ໃຊ້ເຮືອດຳນ້ຳ ຫຸ່ນຍົນ ເກັບຕົວຢ່າງຂີ້ເຫຍື້ອຈາກພື້ນມະຫາສະມຸດ ທີ່ເລິກກວ່າ 3.000 ເມັດ ຕາມແຄມຝັ່ງ ລັດເຊົາ ອົດສະຕຣາລີ.
ແຫຼ່ງຂໍ້ມູນ: ຂປລ