genome ມີດຕັດພັນທຸກຳ ຮັບລາງວັນໂນເບວ ສາຂາເຄມີສາດ ປະຈຳປີ 2020…

Royal Swedish Academy of Sciences ໄດ້ຕັດສິນມອບລາງວັນ ໂນເບວ ສາຂາເຄມີສາດ ປະຈຳປີ 2020 ໃຫ້ແກ່ ນັກວິທະຍາສາດຜູ້ຍິງ 2 ຄົນຄື: Emmanuelle Charpentier Max Planck Unit for the Science of Pathogens, Berlin, Germany ແລະ Jennifer A. Doudna ມະຫາວິທະຍາໄລ California, Berkeley, USA

“ສຳລັບການພັດທະນາວິທີແກ້ໄຂ genome”

genome ແມ່ນ ມີດຕັດພັນທຸກຳ ຫຼື ເຄື່ອງມືສຳລັບຂຽນລະຫັດແຫ່ງຊີວິດໃໝ່

Emmanuelle Charpentier ແລະ Jennifer A. Doudna ໄດ້ຄົ້ນພົບໜຶ່ງໃນເຄື່ອງມືທີ່ແຫຼມຄົມທີ່ສຸດຂອງເຕັກໂນໂລຊີທາງຈຸລັງ ນັ້ນຄື: ມີດຕັດພັນທຸກຳ CRISPR / Cas9 ດ້ວຍການນຳໃຊ້ສິ່ງເຫຼົ່ານີ້ ນັກວິໄຈສາມາດປ່ຽນ DNA ຂອງສັດ, ພືດ, ແລະ ຈຸລິນຊີ ດ້ວຍຄວາມຖືກຕ້ອງສູງສຸດ , ເຕັກໂນໂລຊີນີ້ ມີຜົນຕໍ່ການປະຕິບັດວຽກງານໃນວົງການວິທະຍາສາດເພື່ອຊີວິດ ມີສ່ວນຊ່ວຍໃນການຮັກສາໂລກມະເຮັງແບບໃໝ່ ແລະ ອາດເຮັດໃຫ້ຄວາມຝັນໃນການຮັກສາໂລກທີ່ສືບທອດມາເປັນຈິງ
ນັກວິໄຈຈຳເປັນຕ້ອງປັບປ່ຽນຈຸລັງໃນເຊວ ຫາກຕ້ອງການຮູ້ຂໍ້ມູນກ່ຽວກັບການເຮັດວຽກພາຍໃນຂອງຊີວິດ ສິ່ງນີ້ເຄີຍເປັນງານທີ່ໃຊ້ເວລາຫຼາຍ, ຫຍຸ້ງຍາກ ແລະ ເປັນໄປບໍ່ໄດ້ໃນບາງຄັ້ງ, ການໃຊ້ມີດຕັດພັນທຸກຳ CRISPR / Cas9 ຕອນນີ້ສາມາດປ່ຽນລະຫັດຊີວິດໄດ້ໃນຊ່ວງ 2-3 ອາທິດ

ໃນຫຼາຍຄັ້ງໃນທາງວິທະຍາສາດການຄົ້ນພົບມີດຕັດພັນທຸກຳເຫຼົ່ານີ້ ເປັນສິ່ງທີ່ບໍ່ຄາດຄິດ ໃນລະຫວ່າງການສຶກສາຂອງ Emmanuelle Charpentier ກ່ຽວກັບ Streptococcus pyogenes ຊຶ່ງເປັນໜຶ່ງໃນແບັກທີເຣຍທີ່ກໍ່ໃຫ້ເກີດອັນຕະລາຍຕໍ່ມະນຸດຊາດຫຼາຍທີ່ສຸດ ພວກເຂົາໄດ້ຄົ້ນພົບໂມເລກຸນ ທີ່ບໍ່ຮູ້ຈັກກ່ອນໜ້ານີ້ຄື tracrRNA ຜົນງານຂອງເຂົາສະແດງໃຫ້ເຫັນວ່າ tracrRNA ເປັນສ່ວນໜຶ່ງຂອງລະບົບພູມຄຸ້ມກັນຂອງແບັກທີເຣຍ ໃນສະໄໝບູຮານ CRISPR / Cas ຊຶ່ງກຳຈັດໄວຣັດໂດຍການທຳລາຍ DNA


Charpentier ເຜີຍແຜ່ການຄົ້ນພົບຂອງເຂົາໃນປີ 2011 ແລະ ໃນປີດຽວກັນ ເຂົາໄດ້ລິເລີ່ມການຮ່ວມມືກັບ Jennifer Doudna ນັກຊີວະເຄມີທີ່ມີປະສົບການ ແລະ ມີຄວາມຮູ້ຫຼາກຫຼາຍກ່ຽວກັບ RNA ພວກເຂົາປະສົບຄວາມສຳເລັດໃນການສ້າງມີຕັດພັນທຸກຳຂອງແບັກທີເຣຍຂືຶ້ນມາໃໝ່ ໃນຫຼອດທົດລອງ ແລະ ເຮັດໃຫ້ສ່ວນປະກອບໂມເລກຸນຂອງມີດຕັດງ່າຍຂຶ້ນ ເພື່ອໃຊ້ງານໄດ້ງ່າຍຂຶ້ນ.

ໃນການທົດລອງສ້າງ ຈາກນັ້ນ ພວກເຂົາກໍ່ຕັ້ງໂປແກມໃໝ່ຂອງມີດຕັດພັນທຸກຳ ໃນຮູບແບບທຳມະຊາດ ມີດຕັດຈະຈົດຈຳ DNA ຈາກໄວຣັດ ແຕ່ Charpentier แລະ Doudna ພິສູດແລ້ວວ່າສາມາດຄວບຄຸມໄດ້ ເພື່ອໃຫ້ສາມາດຕັດໂມເລກຸນ DNA ອື່ນໆ ໃນບໍລິເວນທີ່ກຳນົດໄວ້ ເມື່ອ DNA ຖືກຕັດອອກມາກໍງ່າຍຕໍ່ການຂຽນລະຫັດຊີວິດໃໝ່

ນັບຕັ້ງແຕ່ Charpentier แລະ Doudna ຄົ້ນພົບມີດຕັດພັນທຸກຳ CRISPR / Cas9 ໃນປີ 2012 ການໃຊ້ງານຂອງພວກເຂົາກໍ່ໂດ່ງດັງຂຶ້ນ ເນື່ອງຈາກວ່າການຄົ້ນຄວ້າທັງໝົດເຫຼົ່ານີ້ແມ່ນເກີດມາຈາກແນວຄິດຂອງນັກວິທະຍາສາທີ່ເປັນຜູ້ຍິງພຽງ 2 ຄົນ ຊຶ່ງເຄື່ອງມືນີ້ມີສ່ວນຊ່ວຍໃນການຄົ້ນພົບທີ່ສຳຄັນຫຼາຍຢ່າງໃນການວິໄຈຂັ້ນພື້ນຖານ ແລະ ນັກວິໄຈດ້ານພືດ ສາມາດພັດທະນາພືດທີ່ທົນຕໍ່ເຊື້ອລາ, ສັດຕູພືດ ແລະ ຄວາມແຫ້ງແລ້ງໄດ້ ໃນທາງການແພດການທົດລອງທາງຄີນິກກ່ຽວກັບການຮັກສາມະເຮັງແບບໃໝ່ ກຳລັງຢູ່ລະຫວ່າງດຳເນີນການ ແລະ ຄວາມຝັນທີ່ຈະສາມາດໂລກທີ່ຖ່າຍທອດທາງພັນທຸກຳ ກຳລັງຈະເປັນຈິງ ມີດຕັດພັນທຸກຳເຫຼົ່ານີ້ໄດ້ນຳວິທະຍາສາດເພື່ອຊີວິດ ເຂົ້າສູ່ຍຸກໃໝ່ ແລະ ໃນຫຼາຍໆດ້ານນຳປະໂຫຍດສູງສຸດມາສູ່ມະນຸດຊາດ

Comments