ຂ່າວ ພາຍໃນປະເທດ

ພະແນກແຜນການ ແລະການລົງທຶນ ເປີດນຳໃຊ້ website ດຶງດູດການລົງທຶນ…

ເພື່ອຊ່ວຍໃຫ້ນັກລົງທຶນ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປ ສາມາດເຂົ້າເບິ່ງ ແລະ ສາມາດດາວໂຫຼດຂໍ້ມູນການລົງທຶນພາຍໃນແຂວງໄດ້ຢ່າງສະດວກງ່າຍດາຍ ທັງອຳນວຍຄວາມສະດວກ ໃຫ້ຜູ້ປະກອບການ ແລະ ເປັນບ່ອນອີງໃນການຕັດສິນໃຈລົງທຶນຢູ່ແຂວງໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເຊື່ອຖືໄດ້, ແນໃສ່ປັບປຸງບັນຍາກາດການລົງທຶນພາຍໃນແຂວງ ໃຫ້ນັບມື້ນັບດີຂຶ້ນຕາມລຳດັບ, ຮັບປະກັນປະສິດທິພາບ ແລະ ໝາກຜົນຂອງການລົງທຶນ. ເມື່ອບໍ່ດົນມານີ້ ພະແນກແຜນການ ແລະການລົງທຶນ ແຂວງສະຫວັນນະເຂດ ໄດ້ພັດທະນາ website ດຶງດູດການລົງທຶນ ທີ່ມີຊື່ວ່າ: http://invest-savannakhet.gov.la/ ຊຶ່ງມີການປະກາດໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້. http://invest-savannakhet.gov.la/ ນີ້ຈະເປັນການຕອບສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການລົງທຶນ ຫຼື ປະກອບການຕັດສິນໃຈໃນການລົງທຶນ ເປັນຕົ້ນ: ທ່າແຮງການລົງທຶນແຂວງ ແລະ ເມືອງ, ບັນຊີການລົງທຶນໃນປັດຈຸບັນ, ບັນຊີຮຽກການລົງທຶນຂອງແຂວງ ແລະ ເມືອງ, ຂັ້ນຕອນການຂໍອະນຸຍາດລົງທຶນ, ນິຕິກຳກ່ຽວຂ້ອງຕ່າງໆ, ໂຄງການລົງທຶນ, ອັດຕາຄ່າເຊົ່າດິນພາຍໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ນະໂຍບາຍສົ່ງເສີມພາຍໃນເຂດ ແລະ ນອກເຂດ, ແບບຟອມສະເໜີຂໍລົງທຶນໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ ແລະ ອື່ນໆ. ແຫຼ່ງຂໍ້ມູນ: ວຽງຈັນທາຍ

Read More »

ເນື້້ອໃນທາງປະຫວັດສາດລາວ ບາງຕອນ ນໍ້າໃຈວັນທີ 12 ຕຸລາ…

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດຂອງລາວ ຊຶ່ງໄດ້ໝູນວຽນມາຄົບຮອບ 75 ປີພໍດີ. ເມື່ຶອຫວນຄືນປະຫວັດສາດ, ປີ 1945 ກອງທັບແດງໂຊວຽດ ໄດ້ຜາບແພ້ພວກຟາຊິດ, ບັງຄັບໃຫ້ພວກເຂົາຕ້ອງຍອມຈຳນົນຢ່າງບໍ່ມີເງື່ອນໄຂ ເຮັດໃຫ້ສົງຄາມໂລກຄັ້ງທີ II ສິ້ນສຸດລົງໄຊຊະນະອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ແລະ ກຳລັງປະຕິວັດທີ່ກ້າວຫນ້າໃນສົງຄາມໂລກ, ໄດ້ເຮັດໃຫ້ລະບົບຈັກກະພັດນິຍົມໃນເວລານັ້ນຖືກສັ່ນສະເທືອນ ແລະ ແຕກທະລາຍ ຊຶ່ງໄດ້ເປັນຂີດຫມາຍແຫ່ງໄລຍະຂະຫຍາຍຕົວຂອງກຳລັງປະຊາທິປະໄຕ ທີ່ກ້າວຫນ້າຢູ່ໃນໂລກ. ລະບົບສັງຄົມນິຍົມ ໄດ້ກຳນົດເກີດຂຶ້ນຂະບວນການປົດປ່ອຍຊາດໃນບັນດາປະເທດເມືອງຂຶ້ນ ແລະ ເຄິ່ງເມືອງຂຶ້ນ ແລະຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນບັນດາປະເທດທຶນນິຍົມ ໄດ້ຂະຫຍາຍຕົວຢ່າງຟົດຟື້ນ. ສະພາບການຢູ່ອິນດູຈີນ, ໂດຍໄດ້ຮັບຜົນສະທ້ອນຈາກການປະລາໄຊດັ່ງກ່າວເຮັດໃຫ້ພວກຟາຊິດຍີ່ປຸ່ນຕ້ອງປະກາດຍອມຈຳນົນຕໍ່ພັນທະມິດ ຂະບວນການລຸກຮືຂຶ້ນ ແລະໄຊຊະນະຂອງການປະຕິວັດ ເດືອນສິງຫາອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໄດ້ສ້າງກາລະໂອກາດ ແລະ ກາຍເປັນບ່ອນອີງອັນຫນັກແຫນ້ນໃຫ້ແກ່ຂະບວນການຕໍ່ສູ້ຂອງລາວເຮົາເພື່ອກ້າວໄປເຖິງການຢຶດເອົາອຳນາດ ການປົກຄອງມາສູ່ມືປະຊາຊົນ. ຢູ່ພາຍໃນປະເທດພວກເຮົາ ສັດຕູພວມຢູ່ໃນທ່າກະວົນກະວາຍ ແລະ ຕົກຢູ່ໃນສະພາບເປື່ອຍເຍື່ອຍ ຊຶ່ງຢູ່ໃນເງື່ອນໄຂທີ່ກຳລັງແຮງ ແລະຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນພວມກ້າວຂຶ້ນສູ່ຈຸດສູງນັ້ນ, ພັກເຮົາໄດ້ເດັດດ່ຽວເປີດບັ້ນປຸກລະດົມຂະບວນການຕໍ່ສູ້ຂອງປະຊາຊົນເຮົາ ຢ່າງແຂງແຮງ ກວ້າງຂວາງ ຟົດຟື້ນແລະ ຕໍ່ເນື່ອງ ໃນທົ່ວທຸກຫົນແຫ່ງ ຂະບວນການຕໍ່ສູ້ ຂອງປະຊາຊົນຊັ້ນຄົນຕ່າງໆໄດ້ຂະຫຍາຍຕົວ ແລະ ແຜ່ລາມອອກຢ່າງໄວວານັບແຕ່ຕົວເມືອງຈົນຮອດຊົນນະບົດ ຈາກທົ່ງພຽງຂຶ້ນສູ່ພູດອຍ. ໂດຍກຳແຫນ້ນ ແລະ ຍາດແຍ່ງກາລະໂອກາດປະຫວັດສາດທີ່ອຳນວຍແລະ ດ້ວຍຄວາມເຊື່ອຫມັ້ນຕໍ່ກຳລັງແຮງຂອງປະຊາຊົນພັກເຮົາໄດ້ປະສານສົມທົບກັບກຳລັງແຮງແຫ່ງໄຊຊະນະເດືອນສິງຫາ ຂອງປະຊາຊົນຫວຽດນາມ ...

Read More »

ວາງສີລາລຶກ ສ້າງສວນວິທະຍາສາດ ແລະ ພຶກສາສາດ ບ້ານຫ້ວຍໂຄ້ງ…

ພິທີວາງສີລາລຶກການສ້າງສວນວິທະຍາສາດ ແລະ ພຶກສາສາດ ເປັນການຮ່ວມມື ລະຫວ່າງ ກະຊວງວິທະຍາດ ແລະ ເຕັກໂນໂລຊີ ແລະ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ຜູ້ດຽວ ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດຂຶ້ນວັນທີ 9 ຕຸລາ 2020 ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ  ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານນາງ ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລາຍງານກ່ຽວກັບສະພາບຄວາມເປັນມາ, ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດວ່າ: ພາຍຫຼັງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ ສຳເລັດຈະເປັນອີກບາດກ້າວໜຶ່ງທີ່ສຳຄັນ ແລະ ມີຜົນປະໂຫຍດໃຫຍ່ຫຼວງ ...

Read More »

ຕະຫລາດນັດລາວສຳພັນ ຈະໄດ້ຈັດຂຶ້ນໃນກາງເດືອນຕຸລານີ້…

ງານຕະຫລາດນັດລາວສໍາພັນ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 22 ຕຸລາ 2020 ນີ້ ທີ່ຕະຫລາດລາວສໍາພັນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍຈະມີຫົວໜ່ວຍທຸລະກິດແລະຜູ້ປະກອບການເຂົ້າຮ່ວມຫລາຍກວ່າ 90 ຫົວໜ່ວຍ. ທ່ານ ອິນປອງ ທູມມາ ຮອງເຈົ້າເມືອງສີໂຄດຕະບອງ, ປະທານຄະນະຮັບຜິດຊອບຈັດງານຕະຫລາດນັດລາວສໍາພັນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ, ສິນຄ້າຄອບຄົວຕົວແບບ ແລະ ດ້ານຕະຫລາດຂອງຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງນະຄອນຫລວງວຽງຈັນ ເພື່ອເປັນການຊຸກຍູ້ເສດຖະກິດໃນໄລຍະທີ່ລັດຖະບານໄດ້ປະຕິບັດ ມາດຕະການຜ່ອນຜັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19, ຍ້ອນເຫັນໄດ້ຜະລິດຕະພັນທີ່ເປັນທ່າແຮງຂອງເມືອງສີໂຄດຕະບອງ ເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກ ສາມາດສ້າງກຸ່ມການຜະລິດເປັນສິນຄ້າທີ່ເປັນທ່າແຮງຂອງບ້ານ, ເມືອງ ແລະ ແຂວງໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດທີ່ເຮັດການຜະລິດສາມາດກ້າວເຂົ້າສູ່ຕະຫລາດພາຍໃນ ແລະ ເຊື່ອມໂຍງກັບຕະຫລາດປະຊາຄົມເສດຖະກິດອາຊຽນ ເທື່ອລະກ້າວ ຕິດພັນກັບການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກນະຄອນຫລວງວຽງຈັນທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ. ສິນຄ້າທີ່ຈະເຂົ້າຮ່ວມງານຄັ້ງນີ້ ແບ່ງອອກເປັນ 4 ປະເພດເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດ໋ອບມີ 30 ຫົວໜ່ວຍ; 30 ຫ້ອງ, ...

Read More »

ມາຣູຮານເຈແປນ ແລະ ສະມາຄົມຫັດຖະກຳລາວ ຮ່ວມກັນສົ່ງເສີມການຜະລິດສິນຄ້າຫັດຖະກໍາ…

ໃນວັນທີ 8 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທະນາຄານ ມາຣູຮານເຈແປນລາວ ແລະສະມາຄົມຫັດຖະກຳລາວ ໄດ້ຈັດພິທີຖະແຫລງຂ່າວຮ່ວມກັນ ໃນການສົ່ງເສີມການຜະລິດສິນຄ້າຫັດຖະກຳລາວ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳຫັດຖະກຳລາວ ເຊິ່ງຈະຈັດຂຶ້ນ ທີ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 10-18 ຕຸລາ 2020 ນີ້. ທ່ານ ແອນໂທນີຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານເຈແປນລາວ ກ່າວວ່າ: ການຖະແຫລງຂ່າວຮ່ວມກັນໃນຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່, ຊຸກຍູ້ ແລະສະໜັບສະໜູນໃນຂະແໜງ ການຫັດຖະກຳລາວ. ພ້ອມນັ້ນ, ທະນາຄານ ມາຣູຮານເຈແປນລາວ ຍັງເປັນໜຶ່ງໃນບັນດາທະນາຄານ ທີ່ໄດ້ຖືກຄັດເລືອກ ໂດຍກົມສົ່ງເສີມ ວິສະຫະກິດຂະຫນາດນ້ອຍ ແລະກາງ ກະຊວງອຸດສະຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ກອງທຶນຈາກທະນາຄານ ເອງເພື່ອສະໜອງແຫລ່ງທຶນໃນໄລຍະຍາວ ພ້ອມດ້ວຍອັດຕາດອກເບັ້ຍທີ່ຕ່ຳ. ທ່ານ ແອນໂທນີຊິນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ທະນາຄານ ມາຣູຮານເຈແປນລາວ ເປັນຜູ້ນຳການຕະຫລາດ ສຳລັບຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະກາງ ໂດຍຜ່ານນະວັດຕະກຳ ແລະລະບົບດີຈີຕອນທີ່ທັນສະໄໝ, ...

Read More »

ອະນຸສອນມິດຕະພາບ ທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ…

ໃນວັນທີ 9 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ສູນກາງແນວລາວສ້າງຊາດ ຮ່ວມກັບສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ- ອິນເດຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ເພື່ອເປັນອະນຸສອນ-ມິດຕະພາບ ສຳຄັນຄັ້ງປະຫວັດສາດຂອງສອງປະເທດ ລາວ ແລະ ອິນເດຍ ຢູ່ທີ່ສູນກາງແນວລາວສ້າງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ດິນກາ ອັດທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ. ໂອກາດດັ່ງກ່າວ, ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ການປູກຕົ້ນໄມ້ ເພື່ອເປັນອະນຸສອນ-ມິດຕະພາບ ໃນມື້ນີ້, ແມ່ນມີຄວາມໝາຍຄວາມສຳຄັນຫລາຍ ເພາະເປັນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອອັນດີງາມ ຂອງສອງປະເທດລາວ-ອິນເດຍ ...

Read More »

ບົດບົນທຶກ ຊີວິດໃນອະດີດ ເຂົ້າຮັບລາງວັນໂນເບວ ສາຂາ ວັນນະຄະດີ ປີ 2020…

ບົດບັນທຶກກ່ຽວກັບຊີວະປະຫວັດ Louise Glück ເປັນນັກກະວີຍິງ ຊາວອາເມລິການ ເກີດເມື່ອປີ ຄສ 1943 ໃນນີວຢອກ ແລະ ອາໄສຢູ່ Cambridge, Massachusetts ນອກຈາກການຂຽນແລ້ວ ລາວຍັງເປັນສາດສະດາຈານ ດ້ານພາສາອັງກິດ ທີ່ Yale University, New Haven, Connecticut ລາວເປີດໂຕໃນວົງການນັກຂຽນຄັ້ງທຳອິດໃນປີ ຄສ  1968  ພ້ອມກັບລູກຊາຍຄົນທຳອິດ ແລະ ຫຼັງຈາກນັ້ນອີກບໍ່ດົນກໍ່ໄດ້ຮັບການຍົກຍ້ອງວ່າເປັນນັກກະວີທີ່ໂດດເດັ່ນທີ່ສຸດຄົນໜຶ່ງ ໃນວັນນະຄະດີຮ່ວມສະໄໝ ຂອງອາເມລິກາ ຊຶ່ງລາວໄດ້ຮັບລາງວັນອັນຊົງກຽດຫຼາຍລາງວັນໄດ້ແກ່: ລາງວັນ Pulitzer (ຄສ 1993) ແລະ ລາງວັນໜັງສືແຫ່ງຊາດ (ຄສ 2014). Louise Glück ໄດ້ຕີພິມຜົນງານບົດກະວີນິພົນຈຳນວນ 12 ຊຸດ ແລະ ບົດຄວາມກ່ຽວກັບກະວີນິພົນຈຳນວນໜຶ່ງ ລ້ວນແຕ່ໂດດເດັ່ນ ດ້ວຍຄວາມມຸ່ງໝັ້ນ ເພື່ອຄວາມຊັດເຈນ. ຊີວິດໃນໄວເດັກ ແລະ ຄອບຄົວມີຄວາມສຳພັນອັນໃກ້ຊິດກັບພໍ່ແມ່ ແລະ ພີ່ນ້ອງເປັນເລື່ອງສຳຄັນທີ່ປັນສູນກາງໃນບົດກະວີຂອງລາວ. ລາວຮັບຮູ້ສິ່ງທີ່ຫຼົງເຫຼືອຈາກຄວາມຝັນ ແລະ ຄວາມຫຼົງຜິດ ແລະ ບໍ່ມີພົບລຳບາກເທົ່າກັບລາວ ໃນການປະເຊີນໜ້າກັບພາບລວງຕາຂອງຕົນເອງ. ແຕ່ເຖິງວ່າ Glück ...

Read More »

ກະຊວງການຕ່າງປະເທດ ປາຖະກະຖາມູນເຊື້ອ ວັນການທູດລາວ ຄົບຮອບ 75 ປີ…

ກະຊວງການຕ່າງປະເທດ ຈັດປາຖະກະຖາມູນເຊື້ອວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945-12 ຕຸລາ 2020) ໃນວັນທີ 9 ຕຸລາ 2020 ໂດຍການປາຖະກະຖາຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ, ມີ ທ່ານ ສະເຫລີມໄຊ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະພັກກະຊວງຕ່າງປະເທດ, ຄະນະກົມ, ນັກການທູດອາວຸໂສບໍານານ ແລະ ພະນັກງານກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນການທູດລາວ (12 ຕຸລາ) ແລະ ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດຕະ ຫລອດໄລຍະ 75 ປີ ຜ່ານມາ, ເຊິ່ງສາມາດເວົ້າໄດ້ວ່າ ການເຄື່ອນໄຫວການທູດທີ່ມີຜົນສຳເລັດອັນໃຫຍ່ຫລວງຂອງພັກ ແລະ ລັດ ເຮົາຍາດມາໄດ້ນັ້ນ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳ-ນຳພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນ ...

Read More »

ສື່ມວນຊົນ ຮ່ວມກັນສົ່ງເສີມການທ່ອງທ່ຽວ ຊຸກຍູ້ເສດຖະກິດລາວ…

ສື່ມວນຊົນລາວຈາກ 7 ສໍານັກ ແລະ ສື່ມວນຊົນຕ່າງປະເທດ ຄື: ຫວຽດນາມ ແລະ ຈີນ ທີ່ມີສໍານັກງານປະຈໍາຢູ່ລາວ 3 ສໍານັກ ລວມທັງໝົດຫລາຍກ່ວາ 20 ຄົນ ເຂົ້າຮ່ວມກິດຈະກຳຢ້ຽມຢາມແຫລ່ງທ່ອງທ່ຽວໂດດເດັ່ນຢູ່ສອງແຂວງພາກເໜືອຂອງລາວ ຄື: ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ ທີ່ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ( ຖວທ) ຈັດຂຶ້ນໃນລະຫວ່າງວັນທີ 8-13 ຕຸລາ 2020 ນີ້. ທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໃຫ້ສໍາພາດວ່າ: ຈຸດປະສົງການຈັດກິດຈະກໍາຢ້ຽມຢາມຄັ້ງນີ້ ເພື່ອຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ, ເປັນການຊຸກຍູ້ບັນດາຜູ້ປະ ກອບດ້ານທຸລະກິດການທ່ອງທ່ຽວ ເປັນຕົ້ນ: ໂຮງແຮມ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ, ຮ້ານຂາຍເຄື່ອງຫັດຖະກຳ ແລະ ບັນດາຫົວໜ່ວຍທຸລະກິດທີ່ປິ່ນອ້ອມການທ່ອງທ່ຽວ ໃຫ້ເຂົາເຈົ້າມີຄວາມພ້ອມໃນການເປີດບໍລິການລາວທ່ຽວລາວໃນມໍ່ໆ ນີ້ໂດຍສະເພາະພາຍຫລັງການລະບາດພະຍາດໂຄວິດ19. ທັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນບັນດາແຫລ່ງທ່ອງທ່ຽວ ແລະ ຜະລິດຕະພັນທ່ອງທ່ຽວໂດດເດັ່ນທີ່ມີໃນລາວ ໂດຍສະເພາະແມ່ນພາຍໃນສອງແຂວງດັ່ງກ່າວ ເພື່ອໂຄສະນາໃຫ້ ນັກທ່ອງ ທ່ຽວໄດ້ຮັບຮູ້ໃຫ້ກ້ວາງຂວາງກ່ວາເກົ່າໃນທົ່ວສັງຄົມ. ພ້ອມນີ້ ...

Read More »

ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ແກ່ 28 ປະເທດທຸກຍາກ…

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການບໍລິຫານກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ເຫັນດີເປັນເອກະພາບຂະຫຍາຍເວລາຊຳລະໜີ້ໄປອີກ 6 ເດືອນ ສຳລັບ 28 ປະເທດທີ່ມີລາຍໄດ້ຕ່ຳ ເນື່ອງຈາກວິກິດໂຄວິດ – 19. ຖະແຫຼງການຂອງ ໄອເອັມເອັຟ ລະບຸວ່າ: ການຂະຫຍາຍເວລາຊຳລະໜີ້ຈະຊ່ວຍໃຫ້ປະເທດສະມາຊິກເຫຼົ່ານັ້ນມີເງິນພຽງພໍ ເພື່ອນຳໄປໃຊ້ເຂົ້າໃນທາງການແພດສຸກເສີນ ແລະ ນຳໄປບັນເທົາທຸກອື່ນໆ. ຂະນະທີ່ຫຼາຍປະເທດຍັງຄົງຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວຄັ້ງນີ້ມີຂຶ້ນສືບເນື່ອງມາຈາກການຜ່ອນຜັນໜີ້ງວດທຳອິດໄດ້ຮັບການອະນຸມັດເມື່ອເດືອນເມສາຜ່ານມາ ພາຍໃຕ້ໂຄງການ Catastrophe Containment and Relief Trust ( CCRT ). ທ່ານ ນາງ ຄຣິສຕາຣີນາ ຈໍຈີວາ ຜູ້ອຳນວຍການ ໄອເອັມເອັຟ ເປີດເຜີຍທາງສື່ອອນລາຍວ່າ: ຂ້ອຍຮູ້ສຶກດີໃຈທີ່ ໄອເອັມເອັຟ ຂະຫຍາຍເວລາຊຳລະໜີ້ໃຫ້ແກ່ບັນດາປະເທດທີ່ທຸກຍາກ ຈຳນວນ 28 ປະເທດ ໄປຈົນເຖິງເດືອນເມສາປີ 2021 ເຊິ່ງຈະຊ່ວຍໃຫ້ປະເທດເຫຼົ່ານັ້ນມີເງິນສະໜັບສະໜູນກິດຈະກຳທາງເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນໄດ້ໃນລະດັບໜຶ່ງ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Read More »