ອະນຸສອນມິດຕະພາບ ທາງການທູດ ລາວ-ອິນເດຍ ຄົບຮອບ 65 ປີ…

ໃນວັນທີ 9 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ສູນກາງແນວລາວສ້າງຊາດ ຮ່ວມກັບສະຖານທູດອິນເດຍ ປະຈຳ ສປປ ລາວ ໄດ້ຈັດພິທີປູກຕົ້ນໄມ້ ເພື່ອມິດຕະພາບ ລາວ-ອິນເດຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ- ອິນເດຍ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ

ເພື່ອເປັນອະນຸສອນ-ມິດຕະພາບ ສຳຄັນຄັ້ງປະຫວັດສາດຂອງສອງປະເທດ ລາວ ແລະ ອິນເດຍ ຢູ່ທີ່ສູນກາງແນວລາວສ້າງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ທ່ານ ດິນກາ ອັດທານາ ເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມມິດຕະພາບ ລາວ-ອິນເດຍ.

ໂອກາດດັ່ງກ່າວ, ທ່ານ ສົມອົກ ກິ່ງສະດາ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ການປູກຕົ້ນໄມ້ ເພື່ອເປັນອະນຸສອນ-ມິດຕະພາບ ໃນມື້ນີ້, ແມ່ນມີຄວາມໝາຍຄວາມສຳຄັນຫລາຍ ເພາະເປັນການເສີມຂະຫຍາຍສາຍພົວພັນອັນເປັນມູນເຊື້ອອັນດີງາມ ຂອງສອງປະເທດລາວ-ອິນເດຍ ທີ່ມີມູນເຊື້ອຍາວນານ ໃຫ້ມີຄວາມຮັດແໜ້ນຂຶ້ນຕື່ມ.

ນອກຈາກນີ້, ຍັງເປັນການຕ້ອນຮັບ ແລະ ສະເຫລີມສະຫລອງວັນສຳຄັນທາງປະຫວັດສາດ ຂອງສອງຊາດລາວ-ອິນເດຍ ໃນປີ 2020 ໂດຍສະເພາະແມ່ນ ຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ ຄົບຮອບ 65 ປີ, ຊົມເຊີຍວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ຊົມເຊີຍວັນປະກາດເອກະລາດຂອງປະເທດ ອິນເດຍ ຄົບຮອບ 74 ປີ.

ທ່ານ ສົມອົກ ກິ່ງສະດາ ກ່າວຕື່ມວ່າ: ການຮ່ວມເຮັດກິດຈະກຳໃນຄັ້ງນີ້, ຈະເປັນການເສີມຂະຫຍາຍສາຍພົວພັນການທູດ ອັນເປັນມູນເຊື້ອຂອງສອງປະເທດ ກໍຄື ການເພີ່ມສາຍພົວພັນການທູດປະຊາຊົນ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນອິນເດຍ ໄດ້ມີຄວາມໃກ້ຊິດ, ຕິດແທດ, ສະໜິດສະໜົມ, ຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃຫ້ຫລາຍຂຶ້ນກວ່າເກົ່າ.

ແຫຼ່ງຂໍ້ມູນ: ຂປລ

Comments