ໃນວັນທີ 8 ຕຸລາ 2020 ທີ່ນະຄອນຫລວງວຽງຈັນ, ທະນາຄານ ມາຣູຮານເຈແປນລາວ ແລະສະມາຄົມຫັດຖະກຳລາວ ໄດ້ຈັດພິທີຖະແຫລງຂ່າວຮ່ວມກັນ ໃນການສົ່ງເສີມການຜະລິດສິນຄ້າຫັດຖະກຳລາວ ເພື່ອເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳຫັດຖະກຳລາວ ເຊິ່ງຈະຈັດຂຶ້ນ ທີ່ສູນການຄ້າ ລາວ-ໄອເຕັກ ລະຫວ່າງ ວັນທີ 10-18 ຕຸລາ 2020 ນີ້. ທ່ານ ແອນໂທນີຊິນ ຜູ້ອຳນວຍການໃຫຍ່ ທະນາຄານ ມາຣູຮານເຈແປນລາວ ກ່າວວ່າ: ການຖະແຫລງຂ່າວຮ່ວມກັນໃນຄັ້ງນີ້, ແມ່ນເພື່ອເປັນການເຜີຍແຜ່, ຊຸກຍູ້ ແລະສະໜັບສະໜູນໃນຂະແໜງ ການຫັດຖະກຳລາວ. ພ້ອມນັ້ນ, ທະນາຄານ ມາຣູຮານເຈແປນລາວ ຍັງເປັນໜຶ່ງໃນບັນດາທະນາຄານ ທີ່ໄດ້ຖືກຄັດເລືອກ ໂດຍກົມສົ່ງເສີມ ວິສະຫະກິດຂະຫນາດນ້ອຍ ແລະກາງ ກະຊວງອຸດສະຫະກຳ ແລະ ການຄ້າ, ທະນາຄານແຫ່ງ ສປປ ລາວ ແລະ ກອງທຶນຈາກທະນາຄານ ເອງເພື່ອສະໜອງແຫລ່ງທຶນໃນໄລຍະຍາວ ພ້ອມດ້ວຍອັດຕາດອກເບັ້ຍທີ່ຕ່ຳ.

ທ່ານ ແອນໂທນີຊິນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ທະນາຄານ ມາຣູຮານເຈແປນລາວ ເປັນຜູ້ນຳການຕະຫລາດ ສຳລັບຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະກາງ ໂດຍຜ່ານນະວັດຕະກຳ ແລະລະບົບດີຈີຕອນທີ່ທັນສະໄໝ, ພວກເຮົາເປັນພຽງທະນາຄານດຽວທີ່ໄດ້ເຂົ້າຮ່ວມງານນີ້ ແລະໄດ້ມີການຈັດໃຫ້ມີການປະກວດຜະລິດຕະພັນຫັດຖະກຳ, ເຊິ່ງເປີດກວ້າງໃຫ້ບຸກຄົນທົ່ວໄປ ແລະຊ່າງຫັດຖະ ກຳຜູ້ທີ່ມີແນວຄວາມຄິດປະດິດສ້າງ ນຳເອົາຜົນງານການປະດິດຂອງຕົນເອງເຂົ້າຮ່ວມປະກວດ. ຜູ້ທີ່ເຂົ້າຮ່ວມປະກວດຕ້ອງສົ່ງແບບຜົນງານຂອງຕົນເອງ, ໂດຍອີງໃສ່ເງື່ອນໄຂທີ່ທາງທະນາຄານ ມາຣູຮານເຈແປນລາວ ໄດ້ກຳນົດໄວ້ ຜ່ານຄະນະກຳມະການຕັດສິນ ຈາກທະນາຄານ ມາຣູຮານເຈແປນລາວ, ສະມາຄົມຫັດຖະກຳລາວ ແລະກົມສົ່ງເສີມວິສະຫະກິດຂະໜາດນ້ອຍ ແລະກາງ. ທະນາຄານ ມາຣູຮານເຈແປນລາວ ໄດ້ໃຫ້ການຮ່ວມມືກັບສະມາຄົມຫັດຖະກຳລາວ ເພື່ອເຜີຍແຜ່, ຊຸກຍູ້ ແລະສົ່ງເສີມສະມາຄົມຫັດຖະກຳລາວ. ພ້ອມນີ້, ຍັງຈະມີການຕັ້ງບູດຂອງທະນາຄານ ເພື່ອສະໜອງການໃຫ້ຂໍ້ມູນ, ການເຂົ້າຫາແຫລ່ງທຶນ, ການເປີດບັນຊີ ພ້ອມດ້ວຍການສະໝັກຄິວອາ, ຈັດສຳມະນາການເຂົ້າຫາແຫລ່ງທຶນ ແລະການຊຳລະຜ່ານລະບົບອີເລັກໂຕຣນິກ ໃຫ້ສະມາຊິກສະມາຄົມຫັດຖະກຳລາວ ໃນງານມະຫາກຳຄັ້ງນີ້.

ໂອກາດນີ້, ທ່ານ ນາງ ວຽງຄຳ ນັນທະວົງດວງສີ ຮອງປະທານ ສະມາຄົມຫັດຖະກຳລາວ ໄດ້ໃຫ້ຮູ້ວ່າ: ງານມະຫະກຳຫັດຖະກຳລາວ 2020 ຈະຈັດຂຶ້ນ ລະຫວ່າງວັນທີ 10-18 ຕຸລາ 2020 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫລວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມວາງສະແດງຫລາຍກວ່າ 200 ຫົວໜ່ວຍຈາກ 18 ແຂວງໃນທົ່ວປະເທດ. ສຳລັບເງື່ອນໄຂການເຂົ້າຮ່ວມປະກວດ, ເຊິ່ງທາງຄະນະກຳມະການ ໄດ້ກຳນົດຜະລິດຕະພັນຫັດຖະກຳ ໃນ 5 ປະເພດ, ເຊິ່ງແຕ່ລະປະເພດ ຕ້ອງເຮັດດ້ວຍວັດສະດຸທຳມະຊາດ ເປັນຕົ້ນ ແຜ່ນແພ, ຫວາຍ, ດິນໜຽວ, ໄມ້ ແລະ ອື່ນໆ. ຜະລິດຕະພັນທີ່ສົ່ງເຂົ້າປະກວດຕ້ອງໄດ້ມາດຖານບໍ່ວ່າຈະເປັນທາງດ້ານລາຄາ, ເປັນເອກະລັກແບບດັ່ງເດີມ, ສະແດງເຖິງວັດທະນະທຳລາວ, ຜະລິດອອກມາໃນຮູບແບບທີ່ທັນສະໄໝ ແລະ ປະຊາຊົນເປັນຜູ້ຜະລິດເອງກັບມື. ນອກຈາກນີ້, ຜູ້ເຂົ້າຮ່ວມສາມາດສົ່ງຜົນງານການຜະລິດເຂົ້າປະກວດສິນຄ້າໜຶ່ງ ຫລື ຫລາຍຜະລິດຕະພັນ ໂດຍສະເພາະ ກະເປົາຄອມພິວເຕີໂນດບຸກ, ກະເປົາເງິນ, ຖົງຜ້າໃສ່ເຄື່ອງ, ປາກກາ, ພວງກະແຈ, ຊຸດໃສ່ເຫລົ້າສາເກ (ເຫລົ້າຍີ່ປຸ່ນ), ຊຸດໝໍ້ນໍ້າຊາ, ປື້ມບັນທຶກ, ຂັນ/ໂອ ທີ່ຜະລິດດ້ວຍໄມ້/ເງິນ/ຫວາຍ ແລະ ແນວໃສ່ນາມບັດໄມ້/ເງິນ. ສຳລັບ 10 ຜະລິດຕະພັນ ທີ່ຖືກຄັດເລືອກໂດຍສະມາຄົມຫັດຖະກຳລາວ ຈະໄດ້ຜ່ານເຂົ້າຮອບຄັດຕັດສິນ, ຜູ້ທີ່ຊະນະເລີດການປະກວດ ຈະໄດ້ເຊັນສັນຍາກັບທາງທະນາຄານ ມາຣູຮານເຈແປນລາວ ເພື່ອຜະລິດເປັນຂອງທີ່ລະລຶກຂອງທະນາຄານ ໃນປີ 2021.
ແຫຼ່ງຂໍ້ມູນ: ຂປລ