ວາງສີລາລຶກ ສ້າງສວນວິທະຍາສາດ ແລະ ພຶກສາສາດ ບ້ານຫ້ວຍໂຄ້ງ…

ພິທີວາງສີລາລຶກການສ້າງສວນວິທະຍາສາດ ແລະ ພຶກສາສາດ ເປັນການຮ່ວມມື ລະຫວ່າງ ກະຊວງວິທະຍາດ ແລະ ເຕັກໂນໂລຊີ ແລະ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ຜູ້ດຽວ ທີ່ບ້ານຫ້ວຍໂຄ້ງ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ຈັດຂຶ້ນວັນທີ 9 ຕຸລາ 2020 ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ  ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ພູວົງ ສຸ້ຍຍະວົງ ປະທານບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານນາງ ແກ້ວໄພວັນ ດວງສະຫວັນ, ຫົວໜ້າຫ້ອງການວິທະຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ລາຍງານກ່ຽວກັບສະພາບຄວາມເປັນມາ, ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດວ່າ: ພາຍຫຼັງການກໍ່ສ້າງສວນວິທະຍາສາດ ແລະ ພຶກສາສາດ ສຳເລັດຈະເປັນອີກບາດກ້າວໜຶ່ງທີ່ສຳຄັນ ແລະ ມີຜົນປະໂຫຍດໃຫຍ່ຫຼວງ ໃນການສ້າງໂຄງລ່າງພື້ນຖານ ຈະເປັນບ່ອນພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການໂຄສະນາເຜີຍແຜ່ ສ້າງຈິດສໍານຶກ ແລະ ຖ່າຍທອດເຕັກໂນໂລຊີ ນະວັດຕະກຳໃຫ້ແກ່ສັງຄົມ, ນັກຮຽນຮູ້, ນັກສຶກສາຜູ້ປະກອບການ ທັງເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດຍືນຍົງ ແລະ ສີຂຽວ ໂດຍຖືເອົາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳເປັນເຄື່ອງມືໃນການຊຸກຍູ້ສົ່ງເສີມຂັບເຂື່ອນກຳລັງການຜະລິດໃຫ້ກ້າວໄປດ້ວຍທວງທ່າທີ່ແຂງແຮງ, ໜັກແໜ້ນ, ວ່ອງໄວສູ່ລວງເລິກ ແລະ ລວງກວ້າງ.

ໄລຍະຜ່ານມາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຮ່ວມກັບ ບໍລິສັດ ແອັດແລນຕິກ ອິນເຕີເນເຊິນແນວ ຈໍາກັດ ຜູ້ດຽວ ໄດ້ເຊັນບົດບັນທຶກການກໍ່ສ້າງສວນດັງກ່າວ ໃນເດືອນ ຕຸລາ 2019 ແລະ ຕໍ່ມາວັນທີ 7 ສິງຫາ 2020 ໄດ້ເຊັນສັນຍາຜັນຂະຫຍາຍໜ້າວຽກລະອຽດ ແລະ ເລີ່ມລົງມືຈັດຕັ້ງປະຕິບັດຕາມໜ້າວຽກ.

This image has an empty alt attribute; its file name is 120960572_2685262281696088_8428440254279537055_o.jpg

ສໍາລັບການສ້າງສວນວິທະຍາສາດ ແລະ ພຶກສາສາດ ມີເນື້ອທີ່ທັງໝົດ 30 ເຮັກຕາ ໄລຍະການພັດທະນາ 3 ປີ ປະກອບມີ ສູນສຶກສາຂະໜາດໃຫຍ່ດ້ານດາລາສາດ (ຫໍຊົມດາວ, ທ້ອງຟ້າຈໍາລອງ), ສວນພຶກສາ ແລະ ສູນສຶກສາດ້ານພຶກສາສາດ (ຕົ້ນໄມ້, ພັນພືດ, ພືດເປັນຢາທີ່ປະກອບພັນພືດໃນ ສປປລາວ ຈາກພາກພື້ນ ແລະ ສາກົນ), ສູນສຶກສາຮຽນຮູ້-ຖ່າຍທອດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ແຫຼ່ງທ່ອງທ່ຽວທໍາມະຊາດຕິດພັນກັບວັດທະນະທໍາ ແລະ ກິດຈະກຳ ອື່ນໆ ອັນຈະເປັນຜົນປະໂຫຍດທາງດ້ານການສຶກສາ-ຮຽນຮູ້ດ້ານວິທະຍາສາດ ແລະ ການປະກອບສ່ວນໃຫ້ການພັດທະນາເສດຖະກິດ-ສັງຄົມ.

ທ່ນນ ພູວົງ ສຸ້ຍຍະວົງ ໄດ້ລາຍງານໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນສວນວິທະຍາສາດ ແລະ ພຶກສາສາດໄດ້ເລີ່ມພັດທະນາມາແລ້ວ 6 ເດືອນ ໂດຍໄດ້ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ ແລະ ສ້າງສິ່ງອໍານວຍຄວາມສະດວກໄດ້ສ່ວນໃດສ່ວນໜຶ່ງສໍາເລັດປະມານ 30%. ນອກນີ້, ຍັງຈະໄດ້ດໍາເນີນການກໍ່ສ້າງ ຫໍຊົມດາວ-ທ້ອງຟ້າຈໍາລອງ ເປັນໄລຍະທີ 1 ຊຶ່ງການວາງສີລາລຶກໃນມື້ນີ້ ຄາດວ່າຈະໃຫ້ສໍາເລັດພ້ອມເປີດນໍາໃຊ້ທົດລອງໃນເດືອນ ເມສາ 2021, ໄລຍະທີ 2 ສືບຕໍ່ກໍ່ສ້າງຫ້ອງປະຊຸມ, ທີ່ພັກສໍາລັບສໍາມະນາກອນທີ່ເຂົ້າມາປະຊຸມ ແລະ ໄລຍະທີ 3 ຈະປູກຕົ້ນໄມ້ປະດັບປະດາພັດທະນາສວນໄປເລື້ອຍໆ.

ຫຼັງຈາກນັ້ນ, ທ່ານ ບໍ່ວຽງຄໍາ ວົງດາລາ ແລະ ທ່ານ ຄໍາພັນ ສິດທິດໍາພາ ພ້ອມດ້ວຍປະທານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມໄດ້ພ້ອມກັນປູກຕົ້ນໄມ້ຈໍານວນໜຶ່ງທີ່ສວນດັ່ງກ່າວເພື່ອສ້າງປ່າປົກຫຸ້ມສີຂຽວ ແລະ ທ່ຽວຊົມການວາງສະແດງຜົນງານຄົ້ນຄວ້າຂອງຫ້ອງການ, ກົມ, ສະຖາບັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ບັນດາຜະລິດຕະພັນສິນຄ້າຂອງແຂວງວຽງຈັນ ພ້ອມທັງຊົມການຈັດກິດຈະກໍາຂອງໂຄງການ “ນ້ອງຢາກເປັນນັກວິທະຍາສາດ” ຕື່ມອີກ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments