ພະແນກແຜນການ ແລະການລົງທຶນ ເປີດນຳໃຊ້ website ດຶງດູດການລົງທຶນ…

ເພື່ອຊ່ວຍໃຫ້ນັກລົງທຶນ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປ ສາມາດເຂົ້າເບິ່ງ ແລະ ສາມາດດາວໂຫຼດຂໍ້ມູນການລົງທຶນພາຍໃນແຂວງໄດ້ຢ່າງສະດວກງ່າຍດາຍ ທັງອຳນວຍຄວາມສະດວກ ໃຫ້ຜູ້ປະກອບການ ແລະ ເປັນບ່ອນອີງໃນການຕັດສິນໃຈລົງທຶນຢູ່ແຂວງໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເຊື່ອຖືໄດ້, ແນໃສ່ປັບປຸງບັນຍາກາດການລົງທຶນພາຍໃນແຂວງ ໃຫ້ນັບມື້ນັບດີຂຶ້ນຕາມລຳດັບ, ຮັບປະກັນປະສິດທິພາບ ແລະ ໝາກຜົນຂອງການລົງທຶນ.

ດ່ານສາກົນ ຂົວມິດຕະພາບລາວ-ໄທ 2 ສະຫວັນນະເຂດ ເກັບລາຍຮັບໄດ້ 444 ຕື້ກວ່າກີບ

ເມື່ອບໍ່ດົນມານີ້ ພະແນກແຜນການ ແລະການລົງທຶນ ແຂວງສະຫວັນນະເຂດ ໄດ້ພັດທະນາ website ດຶງດູດການລົງທຶນ ທີ່ມີຊື່ວ່າ: http://invest-savannakhet.gov.la/ ຊຶ່ງມີການປະກາດໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້.

http://invest-savannakhet.gov.la/ ນີ້ຈະເປັນການຕອບສະໜອງຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບການລົງທຶນ ຫຼື ປະກອບການຕັດສິນໃຈໃນການລົງທຶນ ເປັນຕົ້ນ: ທ່າແຮງການລົງທຶນແຂວງ ແລະ ເມືອງ, ບັນຊີການລົງທຶນໃນປັດຈຸບັນ, ບັນຊີຮຽກການລົງທຶນຂອງແຂວງ ແລະ ເມືອງ, ຂັ້ນຕອນການຂໍອະນຸຍາດລົງທຶນ, ນິຕິກຳກ່ຽວຂ້ອງຕ່າງໆ, ໂຄງການລົງທຶນ, ອັດຕາຄ່າເຊົ່າດິນພາຍໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ນະໂຍບາຍສົ່ງເສີມພາຍໃນເຂດ ແລະ ນອກເຂດ, ແບບຟອມສະເໜີຂໍລົງທຶນໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນ ແລະ ອື່ນໆ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments