ເນື້້ອໃນທາງປະຫວັດສາດລາວ ບາງຕອນ ນໍ້າໃຈວັນທີ 12 ຕຸລາ…

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດຂອງລາວ ຊຶ່ງໄດ້ໝູນວຽນມາຄົບຮອບ 75 ປີພໍດີ. ເມື່ຶອຫວນຄືນປະຫວັດສາດ, ປີ 1945 ກອງທັບແດງໂຊວຽດ ໄດ້ຜາບແພ້ພວກຟາຊິດ, ບັງຄັບໃຫ້ພວກເຂົາຕ້ອງຍອມຈຳນົນຢ່າງບໍ່ມີເງື່ອນໄຂ ເຮັດໃຫ້ສົງຄາມໂລກຄັ້ງທີ II ສິ້ນສຸດລົງໄຊຊະນະອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ແລະ ກຳລັງປະຕິວັດທີ່ກ້າວຫນ້າໃນສົງຄາມໂລກ, ໄດ້ເຮັດໃຫ້ລະບົບຈັກກະພັດນິຍົມໃນເວລານັ້ນຖືກສັ່ນສະເທືອນ ແລະ ແຕກທະລາຍ ຊຶ່ງໄດ້ເປັນຂີດຫມາຍແຫ່ງໄລຍະຂະຫຍາຍຕົວຂອງກຳລັງປະຊາທິປະໄຕ ທີ່ກ້າວຫນ້າຢູ່ໃນໂລກ.

12 ຕຸລາ ວັນປະກາດເອກະລາດ.... - ໜັງສືພີມລາວພັດທະນາ Laophattana News | Facebook

ລະບົບສັງຄົມນິຍົມ ໄດ້ກຳນົດເກີດຂຶ້ນຂະບວນການປົດປ່ອຍຊາດໃນບັນດາປະເທດເມືອງຂຶ້ນ ແລະ ເຄິ່ງເມືອງຂຶ້ນ ແລະຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນບັນດາປະເທດທຶນນິຍົມ ໄດ້ຂະຫຍາຍຕົວຢ່າງຟົດຟື້ນ. ສະພາບການຢູ່ອິນດູຈີນ, ໂດຍໄດ້ຮັບຜົນສະທ້ອນຈາກການປະລາໄຊດັ່ງກ່າວເຮັດໃຫ້ພວກຟາຊິດຍີ່ປຸ່ນຕ້ອງປະກາດຍອມຈຳນົນຕໍ່ພັນທະມິດ ຂະບວນການລຸກຮືຂຶ້ນ ແລະໄຊຊະນະຂອງການປະຕິວັດ ເດືອນສິງຫາອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໄດ້ສ້າງກາລະໂອກາດ ແລະ ກາຍເປັນບ່ອນອີງອັນຫນັກແຫນ້ນໃຫ້ແກ່ຂະບວນການຕໍ່ສູ້ຂອງລາວເຮົາເພື່ອກ້າວໄປເຖິງການຢຶດເອົາອຳນາດ ການປົກຄອງມາສູ່ມືປະຊາຊົນ.

Kỷ niệm 63 năm Ngày giải phóng Thủ đô (10/10/1954 – 10/10/2017)

ຢູ່ພາຍໃນປະເທດພວກເຮົາ ສັດຕູພວມຢູ່ໃນທ່າກະວົນກະວາຍ ແລະ ຕົກຢູ່ໃນສະພາບເປື່ອຍເຍື່ອຍ ຊຶ່ງຢູ່ໃນເງື່ອນໄຂທີ່ກຳລັງແຮງ ແລະຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນພວມກ້າວຂຶ້ນສູ່ຈຸດສູງນັ້ນ, ພັກເຮົາໄດ້ເດັດດ່ຽວເປີດບັ້ນປຸກລະດົມຂະບວນການຕໍ່ສູ້ຂອງປະຊາຊົນເຮົາ ຢ່າງແຂງແຮງ ກວ້າງຂວາງ ຟົດຟື້ນແລະ ຕໍ່ເນື່ອງ ໃນທົ່ວທຸກຫົນແຫ່ງ ຂະບວນການຕໍ່ສູ້ ຂອງປະຊາຊົນຊັ້ນຄົນຕ່າງໆໄດ້ຂະຫຍາຍຕົວ ແລະ ແຜ່ລາມອອກຢ່າງໄວວານັບແຕ່ຕົວເມືອງຈົນຮອດຊົນນະບົດ ຈາກທົ່ງພຽງຂຶ້ນສູ່ພູດອຍ.

ນໍ້າໃຈສາມັກຄີສັດຊື່ບໍລິສຸດລະຫວ່າງສອງປະເທດຫວຽດນາມ-ລາວ

ໂດຍກຳແຫນ້ນ ແລະ ຍາດແຍ່ງກາລະໂອກາດປະຫວັດສາດທີ່ອຳນວຍແລະ ດ້ວຍຄວາມເຊື່ອຫມັ້ນຕໍ່ກຳລັງແຮງຂອງປະຊາຊົນພັກເຮົາໄດ້ປະສານສົມທົບກັບກຳລັງແຮງແຫ່ງໄຊຊະນະເດືອນສິງຫາ ຂອງປະຊາຊົນຫວຽດນາມ ເດັດດ່ຽວນຳພາປວງຊົນລຸກຮືຂຶ້ນຍາດເອົາອຳນາດການປົກຄອງໃນທົ່ວປະເທດ ຈາກກຳມືຂອງພວກຟາຊິດຍີ່ປຸ່ນ ແລະ ພວກລ່າເມືອງຂຶ້ນຝຣັ່ງປະກາດຄວາມເປັນເອກະລາດຂອງປະເທດລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 12 ຕຸລາ 1945 ຈົນກ້າວໄປເຖິງການປົດປ່ອຍຊາດຢ່າງສົມບູນໃນປີ 1975.

Liên minh chiến đấu Việt-Lào: Những chặng đường hữu nghị và vinh quang

ພາຍໃຕ້ການນໍາຂອງພັກ ປະຊາຊົນ ປະຕິວັດລາວ, ປວງຊົນລາວບັນດາເຜົ່າພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະ75 ປີທີ່ຜ່ານມາຍາມໃດປະຊາຊົນລາວບັນດາເຜົ່າກໍໄດ້ເຊີດຊູນ້ຳໃຈຮັກຊາດ, ຄວາມເຊື່ອຫມັ້ນຕໍ່ການນຳພາຂອງພັກ, ຮັດແໝ້ນຄວາມສາມັກຄີເປັນເອກະພາບເສີມຂະຫຍາຍມູນເຊື້ອແຫ່ງວັນທີ 12 ຕຸລາ ເຂົ້າໃນທຸກສະຫນາມຮົບແຫ່ງພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃຫມ່ຂອງພັກເຮົາເຊິ່ງກໍສາມາດຍາດໄດ້ຜົນສຳເລັດທີ່ເປັນພື້ນຖານ ຫນັກແຫນ້ນ ແລະ ຕໍ່ເນື່ອງ ຕະຫລອດມາ.

ແຫຼ່ງຂໍ້ມູນ: ຂປລ

Comments