ຕະຫລາດນັດລາວສຳພັນ ຈະໄດ້ຈັດຂຶ້ນໃນກາງເດືອນຕຸລານີ້…

ງານຕະຫລາດນັດລາວສໍາພັນ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 18 ຫາ 22 ຕຸລາ 2020 ນີ້ ທີ່ຕະຫລາດລາວສໍາພັນ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍຈະມີຫົວໜ່ວຍທຸລະກິດແລະຜູ້ປະກອບການເຂົ້າຮ່ວມຫລາຍກວ່າ 90 ຫົວໜ່ວຍ. ທ່ານ ອິນປອງ ທູມມາ ຮອງເຈົ້າເມືອງສີໂຄດຕະບອງ, ປະທານຄະນະຮັບຜິດຊອບຈັດງານຕະຫລາດນັດລາວສໍາພັນ ໃຫ້ຮູ້ວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດສິນຄ້າກະສິກໍາອິນຊີ, ສິນຄ້າໂອດ໋ອບ, ສິນຄ້າຄອບຄົວຕົວແບບ ແລະ ດ້ານຕະຫລາດຂອງຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງນະຄອນຫລວງວຽງຈັນ

ເພື່ອເປັນການຊຸກຍູ້ເສດຖະກິດໃນໄລຍະທີ່ລັດຖະບານໄດ້ປະຕິບັດ ມາດຕະການຜ່ອນຜັນ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19, ຍ້ອນເຫັນໄດ້ຜະລິດຕະພັນທີ່ເປັນທ່າແຮງຂອງເມືອງສີໂຄດຕະບອງ ເຊິ່ງເປັນຜະລິດຕະພັນທີ່ເປັນເອກະລັກ ສາມາດສ້າງກຸ່ມການຜະລິດເປັນສິນຄ້າທີ່ເປັນທ່າແຮງຂອງບ້ານ, ເມືອງ ແລະ ແຂວງໃນຕໍ່ໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ຫົວໜ່ວຍທຸລະກິດທີ່ເຮັດການຜະລິດສາມາດກ້າວເຂົ້າສູ່ຕະຫລາດພາຍໃນ ແລະ ເຊື່ອມໂຍງກັບຕະຫລາດປະຊາຄົມເສດຖະກິດອາຊຽນ ເທື່ອລະກ້າວ ຕິດພັນກັບການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະນະພັກນະຄອນຫລວງວຽງຈັນທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ເປັນຂະບວນກວ້າງຂວາງ ແລະ ຟົດຟື້ນ.

ສິນຄ້າທີ່ຈະເຂົ້າຮ່ວມງານຄັ້ງນີ້ ແບ່ງອອກເປັນ 4 ປະເພດເປັນຕົ້ນ: ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ ຫລື ໂອດ໋ອບມີ 30 ຫົວໜ່ວຍ; 30 ຫ້ອງ, ຜະລິດຕະພັນຄອບຄົວຕົວແບບພາຍໃນເມືອງ ແລະ ແຕ່ລະເມືອງມີ 20 ຫົວໜ່ວຍ; 20 ຫ້ອງ, ສິນຄ້າພືດຜັກປອດສານເຄມີ 30 ຫົວໜ່ວຍ, ກະສິກໍາປຸງແຕ່ງ 10 ຫົວໜ່ວຍ, ເບ້ຍໄມ້ 9 ຫົວໜ່ວຍ ແລະ ປະເພດອາຫານເຄື່ອງດື່ມຈໍານວນໜຶ່ງ. ດັ່ງນັ້ນ ຈຶ່ງເຊີນຊວນຫົວໜ່ວຍທຸລະກິດ. ຜູ້ປະກອບການທຸກພາກສ່ວນ ທີ່ຕ້ອງການນໍາເອົາສິນຄ້າ-ຜະລິດຕະພັນຂອງຕົນ ເຂົ້າຮ່ວມວາງສະແດງ ສາມາດຕິດຕໍ່ພົວພັນນໍາຫ້ອງ ການອຸດສາຫະກໍາ ແລະ ການຄ້າເມືອງສີໂຄດຕະບອງໄດ້ ສ່ວນສະຖານທີ່ແມ່ນບໍ່ໄດ້ເສຍຄ່າ.

ແຫຼ່ງຂໍ້ມູນ: ວສລ

Comments