ຂ່າວ ພາຍໃນປະເທດ

ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ ຜະລິດພະລັງງານໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ….

ທ່ານ ຄຳມະນີ ອິນທິລາດ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ ໂດຍທ່ານໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກງານຂອງຂະແໜງພະລັງງານວ່າ: ມາປັດຈຸບັນຢູ່ ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມັກກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້ຍັງມີ: ໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຕາມການຄາດຄະເນ ໃນທ້າຍປີ 2020 ນີ້, ສປປ ລາວ ຈະມີແຫຼ່ງຜະລິດພະລັງງານໄຟຟ້າເພີ່ມຂຶ້ນເປັນທັງ ໝົດ 90 ແຫ່ງ, ມີກໍາລັງຕິດຕັ້ງປະມານ 10.704 MW. ຄຽງຄູ່ກັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ, ສາມາດສະໜອງໄຟຟ້າຮັບໄດ້ 100% ຢູໃນທຸກເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ...

Read More »

ໂຄງການຂຸດຄົ້ນແຮ່ທາດເຫຼັກ ຄາດວ່າປີ 2020 ຈະສາມາດຜະລິດໄດ້ 400.000 ໂຕນ…….

ໃນວັນທີ 22 ພະຈິກ 2020, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະ ແລະ ການນຳແຂວງໄຊສົມບູນ ລົງຕິດຕາມກວດກາໂຄງການຂຸດຄົ້ນແຮ່ທາດເຫລັກ ຢູ່ບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ, ເພື່ອຕິດຕາມຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ທັງເປັນການຊຸກຍູ້ຂະບວນການຜະລິດໃຫ້ມີປະສິດທິພາບ ແລະ ຮັບປະກັນດ້ານຄວາມປອດໄພ. ໂຄງການດັ່ງກ່າວ, ໄດ້ຮັບອະນຸຍາດໃນການຂຸດຄົ້ນ ແລະ ສໍາປະທານໂດຍ ບໍລິສັດ ໂກເອໂກ ຈຳກັດ (COECCO) ຈາກ ສສ.ຫວຽດນາມ ໃນເນື້ອທີ່ທັງໝົດ 640 ເຮັກຕາ, ມີອາຍຸການສຳປະທານ 24 ປີ, ໃນນັ້ນໄລຍະການກໍ່ສ້າງແມ່ນ 2 ປີ, ການຂຸດຄົ້ນ 20 ປີ ແລະ ການປິດບໍ່ 2 ປີ. ບໍລິສັດ ໄດ້ເລີ່ມລົງມືຂຸດຄົ້ນ ແລະ ຜະລິດແຮ່ທາດເຫລັກ ໃນເດືອນກຸມພາ 2018 ເປັນຕົ້ນມາ, ເຊິ່ງໃນປີ 2019 ສາ ...

Read More »

ຮອງເຈົ້າແຂວງ ທົບທວນຄືນ ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ……

ເພື່ອປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ. ໃນວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ. ໂດຍສະເພາະບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫລາຍມິຕິຢູ່ ສປປ ລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021-2025 ໂດຍແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫລາຍມິຕິ ຢູ່ ສປປ ລາວ ທີ່ກ່ຽວຂ້ອງກັບ ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ. ທ່ານ ອາລຸນແກ້ວ ...

Read More »

ທາບທາມເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ 6 ແຂວງ………

ບັນດາແຂວງເຂດໃຈກາງ ຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈັດຂຶ້ນໃນວັນທີ 23-24 ພະຈິກ 2020 ທີ່ ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາສະຫາຍ ທີ່ຢູ່ໃນອະນຸກຳມະການເນື້ອໃນ, ອະນຸກຳມະການກົດລະບຽບ-ບຸກຄະລາກອນ, ພ້ອມດ້ວຍບັນດາສະຫາຍຄະນະພັກ ແລະ ພະນັກງານຫລັກແຫລ່ງຂອງແຂວງເຂດໃຈກາງ ຈຳນວນ 200 ກວ່າສະຫາຍ. ເພື່ອຮັບຟັງຄໍາຄິດຄໍາເຫັນໃນການສືບຕໍ່ປັບປຸງ 3 ຮ່າງເອກະສານສຳຄັນ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ ແລະ ແທດຕົວຈິງ. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ກ່າວວ່າ: ການຈັດຕັ້ງກອງປະຊຸມທາບທາມຄວາມເຫັນ ໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ຮ່າງກົດລະບຽບຂອງພັກ ສະບັບປັບປຸງ ເຊິ່ງເປັນເອກະສານສໍາຄັນຕົ້ນຕໍ ...

Read More »

5 ແຂວງ ທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ຂອງພັກ….

ກອງປະຊຸມທາບທາມເນື້ອໃນ ເອກະສານທີ່ສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 5 ແຂວງພາກໃຕ້ ໄດ້ມີຂຶ້ນ ໃນວັນທີ 23 ພະຈິກ 2020 ທີ່ສະໂມສອນຫລັກ 4 ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍມີ ບັນດາສະຫາຍ ທີ່ຢູ່ໃນອະນຸກຳມະການເນື້ອໃນ; ອະນຸກຳມະການກົດລະບຽບ-ບຸກຄະລາກອນ ຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັນດາສະຫາຍ ກຳມະການສູນກາງພັກ, ເລຂາ, ຮອງເລຂາພັກແຂວງ, ຄະ ນະພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ພະນັກງານຫລັກແຫລ່ງທີ່ມາຈາກ 5 ແຂວງພາກໃຕ້ ເຂົ້າຮ່ວມ ມີ: ແຂວງ ຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ອັດຕະປື ແລະ ແຂວງ ຈຳປາສັກ. ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວໃນກອງປະຊຸມວ່າ: ຈຸດປະສົງຂອງການທາບທາມຄວາມເຫັນໃນຄັ້ງນີ້, ດ້ານໜຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ...

Read More »

ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ກະຊວງໄປສະນີ, ໂທລະ ​ຄົມມະນາຄົມ ແລະ ການ​ສື່ ສານ (ປທສ) ຮ່ວມ​ກັບ​ ມະຫາ ວິທະຍາໄລ​ແຫ່ງ​ຊາດ, ຄະນະ​ກຳມາ​ທິ​ການ ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ ແລະ ແມ່​ -​ເດັກ (ຄກມດ) ໄດ້​ຈັດ​ຂະບວນ​ການສະເຫຼີມສະຫຼອງ​ວັນ​ສົນ ທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ 20 ພະຈິກ ແລະ ລະນຶກວັນ​ ສາກົນ​ ເພື່ອ​ຢຸດຕິ​ຄວາມ​ຮຸນ​ ແຮງ​ຕໍ່​ແມ່ຍິງ 25 ພະຈິກ ໂດຍ ​ການ​ຈັດ​ງານ​ຂຶ້ນ​ທະບຽນ​ເລກ ​ໝາຍ​ໂທລະສັບ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ​ຜ່ານ​ມາ ທີ່ ມະຫາວິທະຍາໄລ​ແຫ່ງ​ຊາດ ໃຫ້​ກຽດ​ເປັນ​ປະທານ​ຮ່ວມ ແລະ ກ່າວ​ເປີດ​ພິທີ​ໂດຍ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຮອງ​ລັດຖະມົນຕີ ປະທານຄະນະ​ກຳມາ​ທິ​ການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ ຍິງ ແລະ ແມ່​-​ເດັກ ກະຊວງ ປທສ ແລະ ທ່ານ ໂພ​ສີ ທິບ​ດາວັນ ຮອງ​ອະທິການບໍດີມະ ຫາວິທະຍາໄລ​ແຫ່ງ​ຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ທອງ​ໃສ ຊານ​ໄຊຍະ ໄດ້​ກ່າວວ່າ: ...

Read More »

ໄລຍະ 5 ປີຜ່ານມາ ແຂວງສາລະວັນ ມີຜົນງານອັນໂດດເດັ່ນຫຼາຍດ້ານ….

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງສາລະວັນ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 23 ພະຈິກ 2020 ທີ່ສະໂມສອນແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ.ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນທົບທວນ ຫວນຄືນຜົນສໍາເລັດໃນການຈັດ ຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ, ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສຳຄັນ ແລະ ຈະໄດ້ພ້ອມກັນຄົ້ນຄ້ວາຕົກລົງຢ່າງເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ (2021-2025). ພ້ອມນີ້ ກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນຊຸດໃໝ່ເພື່ອສືບຕໍ່ຊີ້ນຳ-ນຳພາແຂວງສາລະວັນຕໍ່ໄປ ແລະ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ນອກຈາກນີ້ຍັງຈະໄດ້ຮັບຟັງການໂອ້ລົມ ເພື່ອເປັນການຊີ້ທິດເຍືອງທາງຈາກສະຫາຍ ປ.ອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕື່ມອີກ.ໃນບົດລາຍງານການເມືອງ ເຊິ່ງສະເໜີໂດຍ: ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສາລະວັນ, ໄດ້ຍົກໃຫ້ເຫັນເຖິງສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີຜ່ານມາ ...

Read More »

ສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວໄດ້ຖືກຮັບຮອງ……..

ທ້າວ ວິສະນຸ ສະແຫວງຊົນ, ນາງ ສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນອາຍຸ 7 ຫາ 14 ປີ ແລະ ທ້າວ ສຸວັນ ໄຊພົງສີດາ ແລະ ນາງ ນູ່ນີ່ ຈັນທະວົງ ໄດ້ຮັບລາງ ວັນຊະນະເລີດໃນຮຸ່ນອາຍຸ 15 ຫາ 18 ປີ ໃນການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດ ຄັ້ງທີ 1 ທົ່ວນະຄອນ ຫລວງວຽງຈັນ ທີ່ຈັດຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 22 ພະຈິກ 2020 ໂດຍໄດ້ຮັບເງີນລາງວັນຜູ້ລະ 2 ລ້ານກີບ ພ້ອມຂອງຂວັນ ທີ່ລະນຶກຈໍານວນໜຶ່ງ ໂດຍໄດ້ຮັບການສະຫນັບສະໜູນຫຼັກ ຈາກບໍລິສັດ ປໍເຕໂຕໂກລາວ ປະກັນໄພ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານໃນສັງຄົມ. ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຕາງຫນ້າຄະນະຈັດງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວຖືກຮອງຮັບຈາກອົງການອຸຍເເນັດສໂກ ໃຫ້ເປັນມໍລະດົກໂລກ ...

Read More »

Elon Musk ກາຍເປັນບຸກຄົນທີ່ລວຍອັນດັບ 4 ຂອງໂລກ ແຊງໜ້າ…..

Elon Musk ຜູ້ຮ່ວມກໍ່ຕັ້ງ ແລະ CEO ມະຫາເສດຖີຂອງ Tesla ແຊງໜ້າ Mark Zuckerberg ຊີອີໂອຂອງ Facebook FB ຈົນກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດອັນດັນ 4 ຂອງໂລກໃນວັນທີ 18 ພະຈິກ ທີ່ຜ່ານມາ ເນື່ອງຈາກຮຸ້ນຂອງ Tesla ຍັງຄົງພຸ່ງສູງຂຶ້ນຢ່າງຕໍ່ເນື່ອງ ຫຼັງຈາກມີຂ່າວວ່າຈະຖືກເພີ່ມເຂົ້າໃນດັດສະນີ S&P 500 ໃນທ້າຍເດືອນໜ້າ.​ ຮຸ້ນຂອງຜູ້ຜະລິດລົດຍົນໄຟຟ້າພຸ່ງຂຶ້ນເກືອບ 10% ໃນເວລາ 14:25 ນາທີ ໃນວັນທີ 18 ຍູ້ດັນໃຫ້ Musk ມີມູນຄ່າຊັບສິນສຸດທິເພີ່ມ 8,3 ພັນລ້ານໂດລາ ລວມເປັນ 105,4 ພັນລ້ານໂດລາ. ນັ້ນເຮັດໃຫ້ເຂົາກາຍເປັນບຸກຄົນທີ່ລໍ່າລວຍທີ່ສຸດເປັນອັນດັບ 4 ຂອງໂລກ ຕາມການຄາດການຂອງ Forbes ຊຶ່ງສູງກວ່າ Zuckerberg ຊຶ່ງມີມູນຄ່າຊັບສິນສຸດທິ 100,6 ພັນລ້ານໂດລາ. Musk ເຕີບໂຕຂຶ້ນໃນອັດຕາທີ່ໜ້າຕົກໃຈໃນປີນີ້ ໂດຍ ຮຸ້ນຂອງ Tesla ເພີ່ມຂຶ້ນຫຼາຍກວ່າ 460% ໃນປີ 2020 ...

Read More »

ກຳນົດເອົາ ກາງ ເດືອນກຸມພາ ປີໜ້າ ເປັນວັນເລືອກຕັ້ງ ສສຊ ຊຸດທີ IX……..

ຄະນະປະຈຳສະພາແຫ່ງຊາດໄດ້ກຳນົດເອົາວັນທີ 21 ກຸມພາ 2021 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II , ໃນຂະນະທີ່ສະມາຊິກສະພາແຫ່ງຊາດ (ສສຊ) ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 224 ທ່ານ, ເລືອກເອົາ 164 ທ່ານ ແລະ ສະມາຊິກປະຊາຊົນແຂວງ ມີຜູ້ລົງສະໝັກຮັບເລືອກຕັ້ງທັງໝົດ 789 ທ່ານ, ເລືອກເອົາ 492 ທ່ານ. ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ ກໍາມະການອະນຸກໍາມະການເລຂານຸ ການ ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນໃນວັນທີ 20 ພະຈິກ ຜ່ານມາ ທີ່ສະພາແຫ່ງຊາດ (ຫຼັກ 6) ໃຫ້ຮູ້ກ່າວວ່າ:ໂດຍປະຕິບັດຕາມ ມາດຕາ 32 ຂອງກົດໝາຍວ່າດ້ວຍການເລືອກຕັ້ງ ສສຊ ແລະ ສະພາປະຊາຊົນຂັ້ນແຂວງ (ສະບັບປັບປຸງ ປີ 2015), ໄດ້ກໍານົດໃຫ້ຄະນະປະຈໍາສະພາແຫ່ງຊາດ ເປັນຜູ້ມີສິດໃນການກໍານົດວັນເລືອກຕັ້ງ ແລ້ວນໍາສະເໜີໃຫ້ປະທານປະເທດ ແຫ່ງ ສປປ ລາວ ພິຈາລະນາອອກລັດຖະດໍາລັດປະກາດວັນເລືອກຕັ້ງຢ່າງເປັນທາງການ ກ່ອນວັນເລືອກຕັ້ງພາຍໃນ 90 ...

Read More »