ທາບທາມເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຢູ່ 6 ແຂວງ………

ບັນດາແຂວງເຂດໃຈກາງ ຄື: ຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມທາບທາມເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈັດຂຶ້ນໃນວັນທີ 23-24 ພະຈິກ 2020 ທີ່ ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີບັນດາສະຫາຍ ທີ່ຢູ່ໃນອະນຸກຳມະການເນື້ອໃນ, ອະນຸກຳມະການກົດລະບຽບ-ບຸກຄະລາກອນ, ພ້ອມດ້ວຍບັນດາສະຫາຍຄະນະພັກ ແລະ ພະນັກງານຫລັກແຫລ່ງຂອງແຂວງເຂດໃຈກາງ ຈຳນວນ 200 ກວ່າສະຫາຍ.

ເພື່ອຮັບຟັງຄໍາຄິດຄໍາເຫັນໃນການສືບຕໍ່ປັບປຸງ 3 ຮ່າງເອກະສານສຳຄັນ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ ແລະ ແທດຕົວຈິງ. ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ກ່າວວ່າ: ການຈັດຕັ້ງກອງປະຊຸມທາບທາມຄວາມເຫັນ ໃສ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ຮ່າງກົດລະບຽບຂອງພັກ ສະບັບປັບປຸງ ເຊິ່ງເປັນເອກະສານສໍາຄັນຕົ້ນຕໍ ທີ່ຈະສະເໜີ ແລະ ພິຈາລະນາ, ຮັບຮອງເອົາ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນປີ 2021 ນີ້. ຈຸດປະສົງທາບທາມຄວາມເຫັນໃນຄັ້ງນີ້, ດ້ານໜຶ່ງແມ່ນເພື່ອເຜີຍແຜ່, ເຊື່ອມຊຶມ ແລະ ສ້າງ ຄວາມເປັນເອກະພາບທາງດ້ານທັດສະນະ, ທິດນໍາ, ແຜນນະໂຍບາຍໃຫຍ່ ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງພັກເຮົາ ເຊິ່ງຈິດໃຈກວມລວມ ແມ່ນສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາ-ຊີ້ນໍາແກ້ໄຂບັນຫາຕ່າງໆ ກໍຄື ການພັດທະນາໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ ໃນຊຸມປີຕໍ່ໜ້າ,

ສ່ວນອີກດ້ານໜຶ່ງ ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນ ດາສະຫາຍຄະນະພັກ, ພະນັກງານຫລັກແຫລ່ງຈາກບັນດາແຂວງເຂດໃຈກາງ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງຮ່າງເອກະສານດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ແທດຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ.ບັນດາເອກະສານສໍາຄັນຕົ້ນຕໍຂອງພັກ ຄື: ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ກົດລະບຽບພັກ, ແມ່ນທັດສະນະ, ແຜນນະໂຍບາຍດ້ານການເມືອງ ແລະ ການຈັດຕັ້ງຂອງການປະຕິວັດເຮົາ ເພື່ອນໍາພາພາລະກິດປົກປັກຮັກສາ, ພັດທະນາປະເທດຊາດ ແລະ ສັງຄົມລາວເຮົາ ໃນ 5 ປີຕໍ່ໜ້າ ກໍຄືໄລຍະຍາວນານຂອງພັກເຮົາ, ສະນັ້ນ ທັງ 3 ເອກະສານນີ້ ຕ້ອງເກາະກາຍ, ກົມກຽວ ແລະ ສະໜັບສະໜູນ ຢ່າງເປັນລະບົບ ເພື່ອຊີ້ນໍາການຈັດຕັ້ງປະຕິບັດຕົວຈິງ.

ບົນພື້ນຖານນັ້ນ, ບັນດາສະຫາຍ ເຊິ່ງໄດ້ຮັບການມອບໝາຍ ແລະ ເປັນຕົວແທນແຫ່ງສະຕິປັນ ຍາຂອງໝູ່ຄະນະ, ສະມາຊິກພັກ ແລະ ມະຫາຊົນ ໃນທົ່ວແຂວງຂອງຕົນມາເຂົ້າຮ່ວມ ແລະ ປະກອບ ສ່ວນເຂົ້າໃສ່ການປັບປຸງ, ບູລະນະແນວທາງ ແລະ ແຜນນະໂຍບາຍຂອງພັກ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຊາດ ແລະ ທ່າອ່ຽງລວມຂອງສາກົນ. ອັນສຳຄັນ ຕ້ອງຮັບປະກັນ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ ເຊິ່ງອັນນີ້ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບ ທີ່ມີຄວາມໝາຍເລິກເຊິ່ງທີ່ສຸດ ເພາະວ່າມັນເປັນຄວາມເຫັນແຫ່ງສະຕິປັນຍາ ຂອງຕົວແທນສະມາຊິກພັກ ທີ່ເປັນຄະນະນຳຍຸດທະສາດ ຂັ້ນທ້ອງຖິ່ນ.

This image has an empty alt attribute; its file name is 127138812_1498277843709324_8958951866427499498_o.jpg

ສະຫາຍ ສອນໄຊ ສີພັນດອນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍໃນກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ ແລະ ເສີມຂະຫຍາຍສະຕິປັນຍາ, ເປີດກວ້າງປະຊາທິປະໄຕພາຍໃນພັກ, ຢືນຢູ່ບົນພື້ນຖານຂອງຄວາມເປັນຈິງ, ຍຶດໝັ້ນໃນທັດສະນະເຄົາລົບກົດເກນພາວະວິໄສ ເພື່ອເບິ່ງບັນຫາ ແລະ ຕີລາຄາບັນຫາໃຫ້ແທດຕົວຈິງ. ພ້ອມນັ້ນ ກໍຢືນບົນຈິດໃຈບຸກບືນສູ້ຊົນສູງສຸດເທົ່າທີ່ຈະເຮັດໄດ້ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍກໍາລັງແຮງພາຍໃນຢ່າງສຸດຂີດ, ຢືນຢູ່ບົນຈິດໃຈເຊີດຊູມານະຈິດປະຕິວັດບຸກ, ກ້າຄິດຢ່າງປະດິດສ້າງ, ກ້າຮັບຜິດຊອບ ເພື່ອເບິ່ງບັນຫາ ແລະ ຄົ້ນຄ້ວາ ມີຄວາມເຫັນຢ່າງສ້າງສັນ ກົງໄປກົງມາ ຕໍ່ເນື້ອໃນຮ່າງເອກະສານທັງ 3 ສະບັບ ເພື່ອປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມໃຫຍ່ຂອງພັກເຮົາ ທີ່ຈະດໍາເນີນໃນຕໍ່ໜ້ານີ້ ກາຍເປັນກອງປະຊຸມແຫ່ງການສັງລວມໝາກຜົນ ດ້ານທິດສະດີ ແລະ ພຶດຕິກໍາ ຂອງພັກເຮົາ.

ແຫຼ່ງຂໍ້ມູນ: ຂປລ

Comments