5 ແຂວງ ທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ຂອງພັກ….

ກອງປະຊຸມທາບທາມເນື້ອໃນ ເອກະສານທີ່ສຳຄັນຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ 5 ແຂວງພາກໃຕ້ ໄດ້ມີຂຶ້ນ ໃນວັນທີ 23 ພະຈິກ 2020 ທີ່ສະໂມສອນຫລັກ 4 ແຂວງຈຳປາສັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໂດຍມີ ບັນດາສະຫາຍ ທີ່ຢູ່ໃນອະນຸກຳມະການເນື້ອໃນ; ອະນຸກຳມະການກົດລະບຽບ-ບຸກຄະລາກອນ ຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ບັນດາສະຫາຍ ກຳມະການສູນກາງພັກ, ເລຂາ, ຮອງເລຂາພັກແຂວງ, ຄະ ນະພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ພະນັກງານຫລັກແຫລ່ງທີ່ມາຈາກ 5 ແຂວງພາກໃຕ້ ເຂົ້າຮ່ວມ ມີ: ແຂວງ ຄໍາມ່ວນ, ສະຫວັນນະເຂດ, ເຊກອງ, ອັດຕະປື ແລະ ແຂວງ ຈຳປາສັກ.

ສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກ່າວໃນກອງປະຊຸມວ່າ: ຈຸດປະສົງຂອງການທາບທາມຄວາມເຫັນໃນຄັ້ງນີ້, ດ້ານໜຶ່ງແມ່ນເຜີຍແຜ່, ເຊື່ອມຊຶມ ແລະ ສ້າງຄວາມເປັນເອກະພາບກັນ ທາງດ້ານທັດສະນະ, ທິດຊີ້ນໍາ, ບັນດານະໂຍບາຍໃຫຍ່ ທີ່ຈະກໍານົດອອກໃນແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງຂອງພັກເຮົາໃນຊຸມປີຕໍ່ໜ້າ,

ເຊິ່ງເປັນຈິດໃຈກວມລວມ ທີ່ມີລັກສະນະສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອນໍາພາຊີ້ນໍາແກ້ໄຂບັນຫາຕ່າງໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ; ສ່ວນອີກດ້ານໜຶ່ງ ແມ່ນເພື່ອຮັບຟັງຄໍາຄິດຄໍາເຫັນຂອງບັນດາສະຫາຍຄະນະພັກ, ພະນັກງານຫລັກແຫລ່ງທີ່ມາຈາກ 5 ແຂວງພາກໃຕ້ ເພື່ອເປັນພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງຮ່າງເອກະສານດັ່ງກ່າວ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ແທດຕົວຈິງ ແລະ ມີຄວາມອາດສາມາດຈັດຕັ້ງປະຕິບັດໃຫ້ເປັນຈິງ; ທັງເປັນການສ້າງຄວາມເຂົ້າໃຈລົງເລິກແຕ່ຫົວທີ ໃຫ້ບັນດາສະຫາຍຄະນະພັກ, ຄະນະປະຈຳທີ່ເປັນການນຳຫລັກແຫລ່ງຂອງແຂວງ ຕໍ່ຮ່າງເອກະສານຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ກອງປະຊຸມ ຜູ້ແທນເຂົ້າຮ່ວມໄດ້ຮັບຟັງຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ; ຮ່າງແຜນພັດທະນາເສດກະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂອງພັກ ສະບັບປັບປຸງ ແລະ ອື່ນໆ. ຈາກນັ້ນ, ຈະໄດ້ພ້ອມກັນຄົ້ນຄ້ວາ, ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ ຮ່າງເອກະສານດັ່ງກ່າວ ກໍ່ຄື ບັນດາບັນຫາທີ່ຕັ້ງຂຶ້ນ ແນໃສ່ປະກອບສ່ວນສໍາຄັນເຮັດໃຫ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະດໍາເນີນໃນຕໍ່ໜ້າ ໃຫ້ກາຍເປັນກອງປະຊຸມ ແຫ່ງການສັງລວມໝາກຜົນດ້ານທິດສະດີ ແລະ ພຶດຕິກໍາຂອງພັກເຮົາ ແລະໄດ້ຮັບຜົນສໍາເລັດຢ່າງຈົບງາມ; ກອງປະຊຸມແມ່ນຈະໄດ້ດຳເນີນເປັນເວລາສອງວັນຈຶ່ງຈະສຳເລັດ.

ແຫຼ່ງຂໍ້ມູນ: ຂປລ

Comments