ຂ່າວ ພາຍໃນປະເທດ

ທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ສາຍທໍາອິດ……..

ໃນວັນທີ 19 ພະຈິກ 2020, ເສັ້ນທາງລົດໄຟລາວ-ຈີນ ສຳເລັດການກໍ່ສ້າງລະບົບສາຍໄຟຟ້າຊັກນໍາດ້ານເທິງ (overhead lines) ສາຍທໍາອິດ ທີ່ກໍ່ສ້າງໂດຍ ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ກ້າວເຂົ້າສູ່ ຊ່ວງໄລຍະທີ່ຂຸ້ນຂ້ຽວ, ມີຄວາມຍາວທັງໝົດ 576 ກວ່າກິໂລແມັດ; ໃນນີ້ສາຍວົງຈອນຈ່າຍໄຟຟ້າແມ່ນ 92 ກິໂລແມັດ, ສາຍຊັກນໍາເສີມແມ່ນ 615 ກິໂລແມັດ. ເພື່ອເຮັດໃຫ້ວຽກງານກໍ່ສ້າງເຄືອຂ່າຍສາຍຊັກນໍາດ້ານເທິງ ດໍາເນີນໄປຢ່າງມີປະສິດທິພາບດີ, ກົມໄຟຟ້າເສັ້ນທາງລົດໄຟຈີນ ອູຮັນ ໄດ້ມີການປະສານງານກັບແຕ່ລະຝ່າຍ ແຕ່ຂັ້ນລຸ່ມຫາຂັ້ນເທິງ, ມີການປັບປຸງແຫຼ່ງການຕິດຕັ້ງ, ມີການເປີດກອງປະຊຸມ ໃນຫົວຂໍ້ສະເພາະ ເພື່ອປຶກສາຫາລືກ່ຽວກັບແຜນການກໍ່ສ້າງ, ມີການຈັດແຈງຂັ້ນຕອນການວາງສາຍ, ທັງກໍານົດມາດຕະການຄວາມປອດໄພ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການກໍ່ສ້າງສາຍຊັກນໍາດ້ານເທິງສາຍທໍາອິດ ຂອງເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຊື່ອມຕໍ່ພາຍໃນ ແລະ ຕ່າງປະເທດ ດໍາເນີນການໄປພ້ອມກັນ ແລະ ສາມາດເຊື່ອມຕໍ່ເຂົ້າກັນໄດ້. ກ່ອນວາງສາຍ, ກໍ່ມີການກວດສອບເຕັກນິກຄວາມປອດໄພພາກສະໜາມ, ກວດສອບຍານພາຫະນະ, ກວດສອບກໍ້ສາຍ ແລະ ກວດເບິ່ງຄວາມຍາວ ທີ່ຈົ່ງໄວ້ກ່ອນລ່ວງໜ້າ; ຫຼັງຈາກນັ້ນ ພະນັກງານທັງໝົດ ແລະ ຜູ້ຂັບຍານພາຫະນະເທິງລາງລົດໄຟ ກໍເລີ່ມດໍາເນີນວຽກງານຕິດຕັ້ງດັ່ງກ່າວ, ທຸກໆຄົນດໍາເນີນການປ້ອງກັນຮັກສາໃນຮູບແບບ 3 ດ້ານ ...

Read More »

ແຂວງວຽງຈັນ ກໍານົດເອົາຕົ້ນໄມ້ແຕ້ ເປັນສະຖານທີ່ຈາລຶກຄວາມແຄ້ນ ຂອງນັກປະຕິວັດ….

ແຂວງວຽງຈັນ ພວມກະກຽມ ຈັດໂຮມຊຸມນຸມສະເຫຼີມສະຫຼອງ ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງ ຄັ້ງທີ VI ຕິດພັນກັບມູນເຊື້ອວັນຊາດທີ 2 ທັນວາ , ວັນເກີດຂອງປະທານໄກສອນ ພົມວິຫານ ເພື່ອເຜີຍແຜ່ ໃຫ້ການນໍາຫຼັກແຫຼ່ງ, ຕະຫຼອດຮອດ ນັກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງຮັບຮູ້ ,ເຂົ້າໃຈ ໂດຍຈະນໍາເອົາເນື້ອໃນຂອງກອງປະຊຸມ ແລະ ປະຫວັດສາດຂອງຊາດ ສ້າງເປັນຄໍາຖາມ, ຄໍາຕອບ ລົງສູ່ແຕ່ລະເມືອງ, ກຸ່ມບ້ານ, ບ້ານຈຸດສຸມ ພາຍໃນແຂວງ ໃຫ້ເປັນຂະບວນກວ້າງຂວາງ. ທ່ານຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໃຫ້ສໍາພາດວ່າ: ໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45ປີ ແລະວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແຂວງວຽງຈັນ ຈະຈັດຫຼາຍກິດຈະກໍາ ເປັນຕົ້ນ: ປະຖາກະຖາ ເລົ່າຄືນມູນເຊື້ອຊີວິດການເຄື່ອນໄຫວປະຕິວັດປະທານ ໄກສອນ ພົມວິຫານ ແລະ ຈັດພິທີຮັບສະມາຊິກອານຸຊົນ, ເຍົາວະຊົນ ຢູ່ຕໍ່ໜ້າອານຸສອນສະຖານ ໄກສອນ ພົມວິຫານ ຢູ່ແຂວງ ແລະ ...

Read More »

ທະນາຄານກາງຟີລີປິນ ປັບຫຼຸດອັດຕາດອກເບ້ຍ ເນື່ອງຈາກເສດຖະກິດມີຄວາມຫຍຸ້ງຍາກ……

ສຳນັກຂ່າວ ຣອຍເຕີ​້ ລາຍງານໃນວັນທີ 19 ພະຈິກ 2020 ໂດຍໃຫ້ຮູ້ວ່າ: ທະນາຄານກາງຂອງຟີລິປິນ ປັບຫຼຸດອັດຕາດອກເບ້ຍ ໃນວັນທີ 18 ພະຈິກ ທີ່ຜ່ານມາ ຊຶ່ງເປັນການຫຼຸດລົງຄັ້ງທີ 5 ໃນປີນີ້ ເນື່ອງຈາກ ຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ຫຼາຍລູກ ແລະ ການແຜ່ລະບາດຂອງ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ເກີດແຮງກົດດັນຕໍ່ເສດຖະກິດຢ່າງໜັກ. Bangko Sentral ng Pilipinas (BSP) ໄດ້ຫຼຸດອັດຕາການຊື້ຄືນ ສິນຄ້າກາງຄືນລົງທີ 0,25% ສູ່ລະດັບຕໍ່າສຸດເຖິງ 2,​0%. ນອກຈາກນີ້, ຍັງຫຼຸດອັດຕາດອກເບ້ຍເງິນຝາກຂ້າມຄືນ ແລະ ສິ່ງອຳນວຍຄວາມສະດວກໃຫ້ກູ້ຍືມເຫຼືອ 1,​5% ແລະ 2,​5% ຕາມລຳດັບ.​ ນັກເສດຖະສາດພຽງ 2 ໃນ 11 ຄົນ ຂອງຣອຍເຕີ້ ທີ່ສຳຫຼວດການທົບທວນນະໂຍບາຍຂອງ BSP ທີ່ໄດ້ໃຫ້ທັດສະນະວ່າຈະຫຼຸດອັດຕາດອກເບ້ຍລົງ 0,25%,​ ພວກເຂົາສ່ວນໃຫຍ່ໄດ້ຄາດການວ່າ ທະນາຄານກາງຍັງຄົງຖືກລະງັບ ເນືື່ອງຈາກປະເມີນຜົນກະທົບຂອງການຜ່ອນຜັນກ່ອນໜ້ານີ້.BSP ກ່າວວ່າ: ນະໂຍບາຍຜ່ອນຜັນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້ ແລະ ໄລຍະເວລາ ໃນການອອກຈາກມາດຕະການຜ່ອນຜັນຢ່າງບໍ່ເຄີຍມີມາກ່ອນ ...

Read More »

5 ປີຜ່ານມາ ການປະຕິຮູບຂະແໜງການເງິນ ໄດ້ຮັບຜົນສຳເລັດ ແລະ ລາຍຮັບພາຍໃນໄດ້ເພີ່ມຂຶ້ນແຕ່ລະປີ……..

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກກະຊວງການເງິນຄັ້ງທີ III ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2020   ທີ່ກະຊວງການເງິນ, ນະຄອນຫຼວງວຽງຈັນ ເພື່ອຕີລາຄາຜົນງານການເຄື່ອນໄຫວໄລຍະ 5 ປີ ຜ່ານມາ ພ້ອມກຳນົດທິດທາງລວມ ແລະ ຄາດໝາຍສູ້ຊົນ 5 ປີຕໍ່ໜ້າ ແລະ ເລືອກຕັ້ງເອົາຄະນະພັກກະຊວງຊຸດໃໝ່ ເພື່ອຊີ້ນຳ-ນຳພາວຽກງານຂະແໜງການເງິນ ໃຫ້ມີການເຕີບໃຫຍ່, ເຂັ້ມແຂງ ແລະ ໜັກແໜ້ນ ທີ່ພັກ, ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້. ກອງປະຊຸມພາຍໃຕ້ການເປັນປະທານຂອງ ສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ; ໃຫ້ກຽດເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ; ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາສະຫາຍຄະນະປະທານ, ຜູ້ແທນສົມບູນ, ສະມາຊິກພັກອາວຸໂສ ບຳນານ ແລະ ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ສະຫາຍ ສົມດີ ດວງດີ ກ່າວວ່າ: ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ...

Read More »

9 ເດືອນ ​ການ​ຄ້າ​ລະຫວ່າງ ລາວ-ຈີນ ບັນລຸ​ໄດ້ 2,48 ຕື້​ໂດ​ລາສະຫະລັດ……….

ໃນຕອນເຊົ້າຂອງ​ວັນ​ທີ 19 ພະຈິກ 2020 ນີ້, ທີ່​ຫ້ອງ​ປະຊຸມ​​ກະຊວງ​ອຸດສາຫະກຳ ແລະການ​ຄ້າ ນະຄອນຫຼວງວຽງຈັນ ໄດ້ມີກອງ​ປະຊຸມ​ທາງໄກ ຂອງ​ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ ແລະ ເຕັກນິກ ລາວ-ຈີນ ຄັ້ງ​ທີ X ໂດຍການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ນາງ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ແລະການ​ຄ້າ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ລາວ-ຈີນ ແລະ ທ່ານ Li Chenggang ຮອງ​ລັດຖະມົນຕີ​ກະຊວງ​ການ​ຄ້າ ສປ ຈີນ, ປະທານ​ຄະນະ​ກຳມະການ​ຮ່ວມ​ມື ຈີນ-ລາວ, ​ມີບັນດາ​ຄະນະ​ຜູ້​ແທນ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ. ຈຸດປະສົງ ໃນການຈັດກອງ​ປະຊຸມ​ຄັ້ງ​ນີ້ ເພື່ອ​ທົບ​ທວນຄືນ​ຜົນສຳເລັດ​ການ​ປະຕິບັດ​ການ​ຮ່ວມ​ມື​ລາວ-ຈີນ ໃນ​ຂົງເຂດ​ເສດ​ຖະກິດ-ການ​ຄ້າ ແລະເຕັກນິກ ເຊິ່ງ​ທັງ​ສອງ​ຝ່າຍ​ສັງເກດ​ເຫັນ​ວ່າ ນັບແຕ່​ກາງ​ປີ 2018 ເຖິງ​ປັດຈຸບັນ ລັດຖະບານ ສປ ຈີນ ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ​ແກ່ ສປປ ລາວ ລວມມູນ​ຄ່າ 4 ຕື້​ຢວນ; ໃນ​ໄລຍະ 3 ປີ ແຕ່​ປີ 2018 – 2020 ໂດຍ​ໄດ້​ໃຫ້​ບູ​ລິ​ມະ​ສິດ​ເຂົ້າ​ໃນ 8 ໂຄງການ​ໃຫຍ່​ທີ່​ສຳຄັນ​ຂອງ ...

Read More »

ສະຖານີລົດໄຟ ແຫ່ງໃຫຍ່ທີ່ສຸດ ຈະຕັດ ຫຼັງຄາ ໃຫ້ສຳເລັດທ້າຍເດືອນທັນວານີ້…..

ໃນຕອນເຊົ້າວັນທີ 19 ພະຈິກ 2020, ບໍລິສັດຫຸ້ນສ່ວນວິສາຫະກິດ ກໍ່ສ້າງທາງລົດໄຟຈີນ ຈຳກັດ ໄດ້ຈັດພິທີເປີດການມຸງໂຄງສ້າງ ແລະ ປະກອບໂຄງສ້າງເຫຼັກຄັ້ງທຳອິດ (ຕັດຫຼັງຄາ) ຂອງສະຖານີ ນະຄອນຫຼວງວຽງຈັນ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ເຊິ່ງປັດຈຸບັນສຳເລັດ ປະມານ 90% ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ 12 ນີ້. ທ່ານ ລີ ຊວງ ຫຼາຍ ຜູ້ຈັດການໂຄງການກໍ່ສ້າງທາງລົດໄຟ ບໍ່ເຕັນ-ນະຄອນຫຼວງວຽງຈັນ ຊ່ວງ FGSJ III ຂອງກຸ່ມບໍລິສັດ ກໍ່ສ້າງທາງລົດໄຟແຫ່ງປະເທດຈີນ ຈຳກັດ ແຈ້ງໃຫ້ຮູ້ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຍາວທັງໝົດ 421,72 ກິໂລແມັດ ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງທີ 3 ປະກອບມີ ສະຖານີນະຄອນຫຼວງວຽງຈັນ, ສະຖານີໂພນໂຮງ ແລະ ສູນຈັດສັນນະຄອນຫຼວງວຽງຈັນ, ເຊິ່ງອອກແບບໂດຍ ກຸ່ມບໍລິສັດວິສາຫະກໍາລົດໄຟ ສປ ຈີນ ເລກທີ 2 ຈຳ ກັດ ແລະ ຮັບເໝົາກໍ່ສ້າງໂດຍ ກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ...

Read More »

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮັບການເລືອກຕັ້ງເປັນ ເລຂາຄະນະພັກ ກະຊວງປ້ອງກັນປະເທດ …….

ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ພາຍ​ໃຕ້​ຄໍາ​ຂວັນ: ຮັບປະກັນ​ໃຫ້​ປະເທດ​ຊາດ​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ ແລະ ປອດ​ໄພ, ຕັ້ງໜ້າ​ປັບປຸງ, ກໍ່ສ້າງ​ກອງທັບ​ປະຊາຊົນ​ລາວ ທັງ 3 ປະ​ເພດ​ກໍາ​ລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ, ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ລະບອບ​ໃໝ່, ຕໍ່​ປະເທດ​ຊາດ ແລະ ປະຊາຊົນ. ​ໄດ້​ປິດ​ລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າງ​ສະຫງ່າ​ງາມ​ໃນ​ວັນ​ທີ 19 ພະຈິກ​ນີ້, ທີ່​ກະຊວງ​ປ້ອງ​ກັນ​ປະເທດ, ພາຍຫຼັງ​ທີ່​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 2 ວັນ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ສະຫາຍ​ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ເລຂາ​ຄະນະ​ພັກ​ກະຊວງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະເທດ​ແຫ່ງ​ສປປ ລາວ ທັງ​ເປັນ​ປະທານ​ຄະ​ນະ​ກໍາ​ມະ​ການ ປກຊ-ປກສ ສູນ​ກາງ, ມີ​ບັນດາ​ສະຫາຍ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ກໍາ​ມະ​ການ​ສູນ​ກາງ​ພັກ, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະນະ​ກວດ ກາ​ສູນ​ກາງ​ພັກ, ບັນດາ​ສະຫາຍ​ຄະນະ​ພັກ​ກະຊວງ, ຄະນະ​ພັກ​ນະຄອນຫຼວງ, ພະນັກງານ​ປະຕິວັດ​ອາວຸໂສ, ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ, ພ້ອມ​ດ້ວຍ​ຜູ້​ແທນ​ກອງ​ປະຊຸມ​ເຂົ້າ​ຮ່ວມ​. ຕະຫຼອດ​ໄລ​ຍະ​ດໍາ​ເນີນ​ກອງ​ປະຊຸມ, ບັນດາ​ສະຫາຍ​ຜູ້​ແທນ​ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ດ້ານ​ການເມືອງ​ຂອງ​ຕົນ​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະໄຕ​ປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈໍາ​ນວນ 33 ສະຫາຍ ພ້ອມ​ນີ້, ​ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ຜູ້​ແທນ​ສົມບູນ 51 ສະຫາຍ, ...

Read More »

3 ພາກສ່ວນ ຈັບມືຮ່ວມກັນຍົກລະດັບສິນຄ້າລາວ ຂະຫຍາຍສູ່ຕະຫຼາດສາກົນ….

ກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ແລະ ບໍລິສັດ ມິນິບິກຊີ ໄດ້ລົງນາມຮ່ວມມືຍົກລະດັບການຜະລິດສິນຄ້າລາວ ເພື່ອເຂົ້າວາງຈໍາໜ່າຍໃນ ຮ້ານມິນິບິກຊີ ແລະ ຂະຫຍາຍຕະຫຼາດສູ່ສາກົນຜ່ານເຄືອຂາຍຂົນສົ່ງ ມິນິບິກຊີ ສາກົນ. ພິທີເຊັນສັນຍາມີຂຶ້ນໃນວັນທີ 18 ພະຈິກ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເຂົ້າຮ່ວມມີທ່ານ ນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ນາງ ສຸກັນຍາ ເທບວົງສາ ອໍານວຍການບໍລິສັດວຽງຈັນເຊັນເຕີ, ທ່ານ ແກລີ່ ຮາດີ້ ອໍານວຍການບໍລິສັດ ມິນິບິກຊີ ພ້ອມພາກທຸລະກິດເຂົ້າຮ່ວມ. ທ່ານ ນາງເຂັມມະນີ ພົນເສນາ ກ່າວວ່າ: ການຮ່ວມມືຄັ້ງນີ້ເປັນຂີດໝາຍສໍາຄັນໃນການຍົກລະດັບຜູ້ປະກອບການໃນການຜະລິດສິນຄ້າໃຫ້ເຂົ້າກັບຄວາມຕ້ອງການຂອງຕະຫຼາດ ໂດຍສະເພາະສິນຄ້າໂອດ໊ອບຂອງລາວທີ່ມີຫຼາຍກວ່າ 600 ລາຍການເຫັນວ່າເປັນທ່າແຮງ ແລະ ກາລະໂອກາດໃນການພັດທະນາ, ຂໍຮຽກຮ້ອງ 3 ຂະແໜງການທີ່ເຊັນສັນຍາກັນໃນຄັ້ງນີ້ ຮ່ວມມືກັນປັບປຸງສິນຄ້າ, ການຜະລິດ, ລາຄາ, ...

Read More »

ເລີ່ມຈາກເປັນຄົນມັກລ້ຽງສັດ ຈົນສາມາດສ້າງລາຍຮັບໄດ້ 70 ລ້ານກີບ….

ທ່ານ ສົມສະອາດ ພີວໂພຈັນ; ອາຍຸ 50 ປີ; ປະຈຸບັນ ຢູ່ບ້ານ ນາບອນ, ເມືອງໂພນໂຮງ, ແຂວງວຽງຈັນ; ເປັນຄອບຄົວຕົວແບບດ້ານການລ້ຽງສັດ ແລະໄດ້ຮັບກຽດຂຶ້ນປະກອບຄໍາເຫັນຕໍ່ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກແຂວງວຽງຈັນ ຄັ້ງທີ VI ທີ່ຈັດຂຶ້ນລະຫວ່າງວັນທີ 18 -19 ພະຈິກ 2020 ກ່ຽວກັບການລ້ຽງງົວເປັນສິນຄ້າ ວ່າ: ໄລຍະຜ່ານມາຄອບຄົວຂອງລາວແມ່ນຖືເອົາອາຊີບຕົ້ມເຫຼົ້າ ລ້ຽງໝູເປັນຕົ້ນຕໍ, ເຮັດນາເປັນສຳຮອງ ສາມາດສ້າງລາຍຮັບຈຳນວນໜຶ່ງ, ເຮັດໃຫ້ຄອບຄົວກຸ້ມກິນ, ມີສ່ວນແຮໄວ້ ແຕ່ຍັງບໍ່ສາມາດຜະລິດກາຍເປັນສິນຄ້າ ເພື່ອສະໜອງຄວາມຕ້ອງການຂອງຕະຫຼາດ. ຍ້ອນຄວາມມັກໃນການລ້ຽງສັດ ແລະ ຢາກນຳໃຊ້ເນື້ອທີ່ດິນຂອງຄອບຄົວໃຫ້ເກີດປະໂຫຍດ ຕົນເອງຈື່ງໄດ້ຕັດສີນໃຈຊື້ງົວມາລ້ຽງ, ການລ້ຽງແມ່ນລ້ຽງແບບທຳມະຊາດ ແລະ ຂາຍແກ້ໄຂໃນຄອບ ຄົວ ໝາຍຄວາມວ່າຂາຍງົວພຽງໜຶ່ງໂຕສາມາດມີເງິນລ້ານ ແລະ ແກ້ໄຂພາຍໃນຄອບຄົວໃນເວລາຂັດສົນ ສະນັ້ນ, ຕົນເອງຈຶ່ງໄດ້ຕັດສີນໃຈຫັນມາລ້ຽງງົວຢ່າງເອົາຈິງເອົາຈັງ. ທ່ານ ສົມສະອາດ ພີວໂພຈັນ ໄດ້ເລີ່ມລ້ຽງງົວແຕ່ປີ 2010 ເປັນຕົ້ນມາ ໃນເບື້ອງຕົ້ນມີງົວ 5 ໂຕ ແລະ ມີເນື້ອທີ່ຄັງລ້ຽງສັດ 1 ເຮັກຕາ, ຍ້ອນການຊອກຮູ້ຮໍ່າຮຽນນຳໝູ່ຄູ່ຜູ້ທີ່ມີປະສົບປະການໃນການລ້ຽງສັດແບບເປັນຟາມ ແລະ ໄດ້ເພີ່ມຈຳນວນງົວດ້ວຍວິທີການຂາຍງົວເຖີກ ແລ້ວຊື້ງົວແມ່ມາທົດແທນ, ...

Read More »

ເຊື່ອມຊຶມນິຕິກຳການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ…

ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດກອງປະຊຸມ ເຊື່ອມຊຶມນິຕິກຳກ່ຽວກັບບັນດາເອກະສານຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວ ທົ່ວແຂວງຈຳປາສັກ ໃນອາທິດຜ່ານມານີ້, ໂດຍການເປັນປະທານຂອງທ່ານ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ, ມີຄະນະຫ້ອງການ, ກອງບັນຊາການ ປກສ ເມືອງ, ປກສ ນະຄອນປາກເຊ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານວິຊາການເຂົ້າຮ່ວມ. ທ່ານ ພັທ ບຸນເລີດ ແກ້ວບົວພາ ຫົວໜ້າກອງພະລາທິການ ປກສ ແຂວງ ຈຳປາສັກ ກ່າວວ່າ: ການເຊື່ອມຊຶມບັນດາເອກະສານການຄຸ້ມຄອງ ແລະ ຈັດເກັບລາຍຮັບຜ່ານປະຕູດຽວໃນຄັ້ງນີ້ ເພື່ອແນໃສ່ໃຫ້ບັນດາກົມກອງອ້ອມຂ້າງ ປກສ ແຂວງ ໂດຍສະເພາະແມ່ນເຮັດໃຫ້ພະນັກງານວິຊາການຮັບຮູ້ ແລະ ເຂົ້າໃຈ ທັງເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບຖືກຕ້ອງ ແລະ ສອດຄ່ອງກັບວຽກງານການເງິນ ທີ່ໄດ້ກຳນົດໄວ້. ພ້ອມທັງ ແນໃສ່ຫັນເຂົ້າສູ່ລະບົບບັນຊີລາຍຮັບ ໂດຍຜ່ານປະຕູດຽວ ແລະ ເຮັດໃຫ້ການຄຸ້ມຄອງ, ການຕິດຕາມກວດກາ, ການເກັບລາຍຮັບ, ຄ່າທຳນຽມ, ຄ່າທຳນຽມ, ...

Read More »