ຂ່າວ ພາຍໃນປະເທດ

ກະຊວງພາຍໃນ ວາງເປົ້າສ້າງ 75 ເມືອງເຂັ້ມແຂງຮອບດ້ານ

ໃນວັນທີ 12-13 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ້ນ ສູນວິເລີດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ. ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະຂົງເຂດ ຄື: – ຂົງເຂດການບໍລິຫານລັດ ແລະ ວຽກງານປົກຄອງ: ເຫັນວ່າສະພາບກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມກະທັດຮັດ ແລະ ມີປະສິດທິພາບຫລາຍຂຶ້ນ; ມີຫຼາຍນິຕິກໍາ ແລະ ລະບຽບບໍລິຫານທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງພາຍໃນ ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃຫ້ມີຄວາມເໝາະສົມ, ກາຍເປັນເຄື່ອງມືທີ່ສໍາຄັນເພື່ອອໍານວຍໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ; ລະບົບການປົກຄອງຂັ້ນຮາກຖານກໍໄດ້ຮັບການປັບປຸງໄປຕາມທິດຊີ້ນຳ ແລະ ນິຕິກຳຂອງລັດຖະບານເທື່ອລະກ້າວ, ເຮັດໃຫ້ການບໍລິຫານຂັ້ນບ້ານມີຄວາມເຂັ້ມແຂງເທືື່ອລະກ້າວ; ...

Read More »

ທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນ

ກອງປະຊຸມ ວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ປະຈໍາປີ 2019 ໄຂຂື້ນຢ່າງ ເປັນທາງການໃນຕອນເຊົ້າ ວັນທີ 12 ກຸມພາ 2019 ທີ່ຫໍວັດທະນະທໍາແຫ່ງຊາດ ພາຍໃຕ້ການເປັນປະທານ ຂອງທ່ານ ສຈ.ດຣ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖວທ, ມີ ຮອງລັດຖະມົນຕີ,ຮອງເຈົ້າແຂວງ,ຫົວໜ້າກົມ, ຮອງກົມອ້ອມຂ້າງກະຊວງ ຖວທ, ຄະນະນໍາພະແນກ ຖວທ ມາຈາກ17ແຂວງທົ່ວປະເທດ ພ້ອມດ້ວຍບັນນາທິການສື່ຕ່າງໆເຂົ້າຮ່ວມ. ທ່ານ ລັດຖະມົນຕີກະຊວງ ຖວທ ມີຄໍາເຫັນວ່າ: ວຽກງານ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນວຽກງານໜຶ່ງທີ່ຊຸກຍູ້ສົ່ງເສີມ ໃນການພັດທະນາຄົນ ແລະ ສັງຄົມ ແມ່ນການສ້າງພື້ນຖານອະລິຍະທໍາ ດ້ານຈິດໃຈຂອງສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໄລຍະຜ່ານມາສາມາດຕີລາຄາໄດ້ວ່າ: ວຽກງານໃນທົ່ວຂະແໜງການ ຖວທ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນຟົດຟື້ນດີພໍສົມຄວນ. ຄະນະພັກ, ຄະນະນໍາແຕ່ລະຂັ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນໄດ້ມີຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນການຊີ້ນໍານໍາພາວຽກງານ ຖວທ ຢ່າງໃກ້ຊິດຕິດແທດຫຼາຍຂຶ້ນ ເຊິິ່ງສະແດງອອກໃນການເອົາໃຈໃສ່ ກໍານົດບັນດາແຜນງານ ...

Read More »

ກຽມຮັບມື ທັງຝົນ ທັງໜາວໃນວັນທີ 12-13 ກຸມພານີ້ ໃນເຂດພາກເໜືອ

ໃນໄລຍະວັນທີ 11- 13 ກຸມພາ 2019 ຄວາມກົດດັນຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເໜືອ ແລະ ກະແສລົມຕາເວັນອອກພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນ ພ້ອມມີໝອກບາງປົກຫຸມຢູ່ທົ່ວໄປໃນແຕ່ລະພາກໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລິເວນ ພ້ອມມີໝອກໜາປົກຫຸມຢູ່ບາງທ້ອງຖິ່ນ. ຈາກນັ້ນວັນທີ 14 ຫາ 17 ກຸມພາ 2019 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນຈະອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ພ້ອມດຽວກັນ ກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ເຊິ່ງຈະເຮັດໃຫ້ ອຸນຫະພູມອາກາດສືບຕໍ່ເຢັນໃນຕອນເຊົ້າ ຢູ່ທົ່ວໄປໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຈະຮ້ອນ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 11- 13 ກຸມພາ 2019 ອາກາດຍັງຈະໜາວເຢັນ ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ, ແຂວງຫົວພັນ ແລະ ແຂວງຊຽງຂວາງ. ຈາກນັ້ນ ວັນທີ 14-17 ກຸມພາ 2019 ອຸນຫະພູມອາກາດຍັງຈະເຢັນ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 11- ...

Read More »

ດ່ວນ!!! ເປີດຮັບສະໝັກ ທຶນສຶກສາຕໍ່ ຈາກລັດຖະບານຫວຽດນາມ

ທຶນການສຶກສາ ຈາກລັດຖະບານຫວຽດນາມທັງພາກລັດ ແລະ ເອກະຊົນ ສາມາດສະໝັກໄດ້ !!! ທຶນ 100% ຮັບຜິດຊອບໝົດທຸກຢ່າງ. ປິດຮັບສະໝັກ: 10/04/2019 ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນຳຂອງສອງລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ, ກ່ຽວກັບການເປີດຮັບສະໝັກທຶນການສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໃນສົກຮຽນ 2019-2020 ຂອງລັດຖະບານ ສສ ຫວຽດນາມ ແມ່ນຈະໄດ້ເປີດກວ້າງຄືກັບປີຜ່ານມາ ໝາຍຄວາມວ່າທຶນຂອງແຕ່ລະຂະແໜງການ ຈະບໍ່ໄດ້ເຈາະຈົງໃຫ້ສະເພາະຂະແໜງການທີ່ກ່ຽວຂ້ອງເທົ່ານັ້ນ ເປັນຕົ້ນ ວິຊາໃດທີ່ພົວພັນກັບຫຼາຍພາກສ່ວນ,​ ທຸກຄົນສາມາດສະໝັກແຂ່ງກັນໄດ້ ລວມທັງພາກລັດ ແລະ ພາກເອກະຊົນ. ລາຍລະອຽດຕາມແຈ້ງການລຸ່ມນີ້ ມີຫຼາຍຂະແໜງການ ແລະ ຫຼາຍທຶນ ໃຫ້ເລືອກຮຽນ!!!

Read More »

ເປີດນຳໃຊ້ຂົວອູ່ ຂ້າມນໍ້າບາກ ລະຫວ່າງບ້ານຟ້າ ແລະ ບ້ານໂຄ້ງ

ໃນວັນທີ 9 ກຸມພາ 2019, ທີ່ເມືອງນໍ້າບາກ ໄດ້ຈັດພິທີ ມອບ-ຮັບ ແລະ ເປີດການນຳໃຊ້ ຂົວອູ່ຂ້າມນ້ຳບາກ ລະຫວ່າງ ບ້ານຟ້າ ແລະ ບ້ານໂຄ້ງ ເມືອງນ້ຳບາກ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂອງແຂວງຫຼວງພະບາງ, ອົງການປົກຄອງເມືອງ ຕະຫຼອດຮອດ ປະຊາຊົນທັງ 2 ບ້ານເຂົ້າຮ່ວມ. ຂົວອູ່ຂ້າມນ້ຳບາກ ລະຫວ່າງບ້ານຟ້າ ຫາ ບ້ານໂຄ້ງ ເມືອງນ້ຳບາກ ໄດ້ເລີ່ມກໍ່ສ້າງໃນເດືອນເມສາປີ 2018, ໂດຍທີ່ສອງສົ້ນຂອງຂົວແມ່ນຕັ້ງດ້ວຍເສົາເບຕົງເສີມເຫຼັກ ແລະ ມີສາຍກາບຂະໜາດໃຫຍ່ຈ່ອງດຶງ, ໂຕຂົວເປັນເຫຼັກ ຂະໜາດກ້ວາງ 2 ແມັດ, ຍາວ 125 ແມັດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການສັນຈອນສະເພາະຄົນຍ່າງ, ລົດຖີບ ແລະ ລົດຈັກ.   ທຶນກໍ່ສ້າງໃນເບື້ອງຕົ້ນ ແມ່ນ 1 ຕື້ 259 ລ້ານກ່ວາກີບ ແຕ່ເນື່ອງຈາກໂຄງລ່າງໄດ້ຮັບຜົນກະທົບຈາກລະດູຝົນຜ່ານມາ ແລະ ມີໜ້າວຽກເພີ່ມ ຈຶ່ງໄດ້ເພີ່ມມູນຄ່າການກໍ່ສ້າງເປັນ 1 ຕື້ ...

Read More »

ລັດຖະບານ ເພີ່ມທະວີການຄຸ້ມຄອງລັດ ແລະ ສັງຄົມດ້ວຍກົດໝາຍ

ໃນວັນທີ 11 ກຸມພາ 2019, ຢູ່ສຳນັກງານນາຍົກລັດຖະມົນຕີ, ຄະນະລັດຖະບານ ໄດ້ດໍາເນີນກອງປະຊຸມສະໄໝວິສາມັນ ປະຈໍາເດືອນກຸມພາ, ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານ ສະໄໝວິສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງຮ່າງກົດໝາຍຈໍານວນ 04 ສະບັບ ດັ່ງນີ້: 1. ຮ່າງກົດໝາຍ ວ່າດ້ວຍອະຊີວະສຶກສາ (ສະບັບປຸງປຸງ); 2.ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໄພພິບັດ (ສ້າງໃໝ່); 3. ຮ່າງກົດໝາຍ ວ່າດ້ວຍການຕອບໂຕ້ການທຸ່ມຕະຫຼາດ ແລະ ການອຸດໜູນສິນຄ້ານໍາເຂົ້າ (ສ້າງໃໝ່); ແລະ 4. ຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ). ເນື້ອໃນຂອງຮ່າງກົດໝາຍເຫຼົ່ານັ້ນ, ກອງປະຊຸມ ໄດ້ປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ໄດ້ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ...

Read More »

ປີທ່ອງທ່ຽວລາວ ສ້າງລາຍຮັບເຂົ້າປະເທດ ເພີ່ມຂຶ້ນ 17%

ຜ່ານການເປີດປີທ່ອງທ່ຽວ 2018 ແມ່ນໄດ້ຮັບຜົນສໍາເລັດຫຼາຍດ້ານ ຊຶ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ຫຼື ປະມານ 6 ພັນຕື້ກວ່າກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະນະຊີີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ແຈ້ງໃຫ້ຮູ້ຕື່ມວ່າ: ພ້ອມນີ້ກໍມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ:ກຸ່ມຕະຫຼາດອາຊີປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16 %, ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96%, ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ມີພຽງກຸ່ມປະເທດ ອາຟຣິກກາ ແລະ ຕາເວັນອອກກາງທີ່ມີອັດຕາຫຼຸດ ລົງ 0,5% ແຕ່ກໍ່ກວມເອົາອັດຕາສ່ວນພຽງ ...

Read More »

ປີ 2019 ຫຼວງພະບາງ ໄດ້ຮັບລາງວັນເມືອງທ່ອງທ່ຽວຍອດນິຍົມ

ໃນວັນທີ 7-8 ກຸມພາ 2019 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວແຂວງ ປະຈໍາປີ 2018-2019 ໂດຍໄດ້ໄດ້ສຸມໃສ່ການສະຫຼຸບຄືນ ການປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານມາ, ພ້ອມວາງທິດທາງແຜນການໃນປີຕໍ່ໜ້າ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ທ່ານ ສຸລິທີບ ໜໍ່ຄຸນຜົນ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານຖະແຫຼງຂ່າວໄດ້ພັດທະນາດ້ານວິທີການ ແລະ ຮູບແບບການນໍາສະເໜີຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງຜ່ານສື່ຕ່າງໆ ເປັນຕົ້ນແມ່ນ: ວິທະຍຸ, ໂທລະພາບ ແລະໜັງສືພິມ ເຮັດໃຫ້ສັງ ຄົມໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆ ຊັດເຈນ ແລະ ວ່ອງໄວ້ກວ່າເກົ່າ; ວຽກງານວັດທະນະທໍາ ໄດ້ຢຶດໝັ້ນທິດນໍາ: ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ...

Read More »

ຊົມເຊີຍ!!! ທ່ານນາຍົກ ໄດ້ຮັບການປະດັບຫຼຽນສູງສຸດ ຈາກລັດຖະບານໂອຕຼິດ ຍ້ອນ….

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາຍງານວ່າ: ໃນຕອນແລງ ວັນທີ 8 ກຸມພາ 2019 ທີ່ຜ່ານມາ, ຢູ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດພິທີປະດັບຫຼຽນ Grand Tyrolian Eagle Award ໃຫ້ແກ່ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ, ປະທານກິດຕິມະສັກ ຄະນະກໍາມະການ ບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ໂດຍແມ່ນ ທ່ານ ກຶນເທີ ປລັດເຕີ, ເຈົ້າແຂວງໆທີໂຣນ ຕາງໜ້າລັດຖະບານ ປະເທດໂອຕຼິດ ເປັນຜູ້ປະດັບຫຼຽນດັ່ງກ່າວ, ເຊິ່ງຖືວ່າເປັນຫຼຽນສູງສຸດ ທີ່ລັດຖະບານໂອຕຼິດ ມອບໃຫ້ຕ່າງປະເທດ, ການປະດັບຫຼຽນດັ່ງກ່າວນີ້ ເພື່ອເປັນການຍ້ອງຍໍສັນລະເສີນ ຄຸນງາມຄວາມດີ ໃນການປະກອບສ່ວນ ຊ່ວຍເຫຼືອບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ, ເຊິ່ງທ່ານນາຍົກລັດຖະມົນຕີ ເປັນຜູ້ໜຶ່ງທີ່ກໍ່ຕັ້ງໂຄງການບ້ານຊ່ວຍເຫຼືອເດັກນ້ອຍ ເອັສໂອເອັສລາວ ຕັ້ງແຕ່ປີ 1993 ແລະ ຕະຫຼອດໄລຍະ 25 ປີ, ຍາມໃດ ທ່ານກໍໄດ້ໃຫ້ຄວາມໃກ້ຊິດຕິດແທດ ຊີ້ນໍາ-ນໍາພາ, ເອົາໃຈໃສ່ເປັນພິເສດ ຕໍ່ໂຄງການບ້ານຊ່ວຍເຫຼືອເດັກ ເອັສໂອເອັສລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສະຖານທີ່ເບິ່ງແຍງລ້ຽງດູເດັກ ກໍາພ້າ-ກໍາພອຍ ທີ່ດ້ອຍໂອກາດ ...

Read More »

ຮອງນາຍົກ ແລະ ລມຕ ແຮງງານ ລົງຢ້ຽມຢາມ-ຊ່ວຍເຫຼືອປະຊາຊົນ ແຂວງອັດຕະປື

ໃນວັນທີ 7 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງໄປຊຸກຍູ້ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຂວງອັດຕະປື ໃຫ້ສືບຕໍ່ເລັ່ງຈັດສັນເນື້ອທີ່ທໍາການຜະລິດກະສິກຳໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ທັນລະດູການຜະລິດປີນີ້. ການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ລົງຕິດຕາມ ແລະ ກວດກາພື້ນທີ່ໃນເຂດບຸກເບີກການຜະລິດຕົວຈິງ ໂດຍໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງ ກວດຄືນຢ່າງລະອຽດ ກ່ຽວກັບການບຸກເບີກພື້ນທີ່ທຳການຜະລິດ ໃນເຂດທີ່ກຳນົດໃຫ້ບຸກເບີກ ໃຫ້ລະອຽດ, ປະຕິບັດຕາມສັນຍາ, ລະບຽບການຊົດເຊີຍ ແລະ ບັນຫາອື່ນໆ ຢ່າງສົມເຫດສົມຜົນ, ພ້ອມໃຫ້ຮີບຮ້ອນສົ່ງເສີມປະຊາຊົນ ໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ. ໃນໂອກາດນີ້ທ່ານ ຮອງນາຍົກຍັງໄດ້ຢ້ຽມຢາມພົບກັບປະຊາຊົນຢ່າງໃກ້ຊິດໃນພື້ນທີ່ຕົວຈິງທີ່ສູນພັກຊົ່ວຄາວ ເຊັ່ນ: ຈຸດຕໍມໍຢອດ, ຈຸດປິນດົງ ແລະ ຈຸດອື່ນໆ ເພື່ອຢ້ຽມຢາມຖາມຂ່າວເຖິງການດໍາລົງຊີວິດ ແລະ ການເປັນຢູ່ຂອງປະຊາຊົນ. ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 5 ກຸມພາ 2019 ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຄະນະກໍາມະທິການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ນຳໂດຍ ...

Read More »