ຂ່າວ ພາຍໃນປະເທດ

ພິທີເຊັນສັນຍາຮ່ວມມືຍຸດທະສາດລະຫວ່າງ ບໍລິສັດພົງສະຫວັນປະກັນໄພ ແລະ ບໍລິສັດ ເຈແອນຊີ ເຊີວິດ

ວັນທີ 24 ພຶດສະພາ 2019 ທີ່ໂຮງແຮມ ຄລາວພຣາຊ່າ,  ບໍລິສັດພົງສະຫວັນປະກັນໄພ (ເອພີເອ) ໄດ້ເຕີບໃຫຍ່ໄປອີກບາດກ້າວໜຶ່ງໃນການຂະຫຍາຍທຸລະກິດປະກັນໄພໃນລາວໂດຍໄດ້ເຊັນສັນຍາການຮ່ວມມືຍຸດທະສາດກັບບໍລິສັດ ເຈແອນຊີ ເຊີວິດ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດນາຍໜ້າປະກັນໄພທີ່ໃຫຍ່ທີ່ສຸດໃນລາວ ທີ່ມີຄວາມຊໍານານໃນການໃຫ້ບໍລິການປະກັນໄພໃຫ້ແກ່ບໍລິສັດ ແລະ ສະມາຄົມຄົນຕ່າງປະເທດທີ່ເຮັດວຽກ ແລະ ອາໃສຢູ່ໃນສປປລາວ. ຂໍ້ຕົກລົງເຊັນສັນຍາຮ່ວມດັ່ງກ່າວໄດ້ລົງນາມໂດຍທ່ານໂດມິນິກວິນລ້ຽມຜູ້ອໍານວຍການໃຫຍ່ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ)  ແລະ ທ່ານ ສະເຕຟານແອັສແບັກຜູ້ກໍ່ຕັ້ງ ແລະ ອໍານວຍການໃຫຍ່ຂອງບໍລິສັດເຈແອນຊີເຊີວິດ ຈຳກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມງານ ໂດຍ ທ່ານ ໄພບູນ ພົງສະຫວັນ ຜູ້ຖືຫຸ້ນໃຫຍ່ ຂອງບໍລິສັດພົງສະຫວັນປະກັນໄພ (ເອພີເອ), ມາດາມ ແສງດາວ ບຸພະກອນຄຳ ປະທານສະພາບໍລິຫານ ເຂົ້າຮ່ວມ. ທ່ານ ໂດມິນິກ ວິນລ້ຽມ ໄດ້ກ່າວວ່າ “ນີ້ແມ່ນບາດກ້າວໜຶ່ງທີ່ສໍາຄັນ ແລະ ຍິນດີທີ່ສຸດໃນການຂະຫຍາຍທຸລະກິດຂອງ ບໍລິສັດພົງສະຫວັນປະກັນໄພ, ເຊິ່ງການຮ່ວມມືຄັ້ງນີ້ ແມ່ນຈະເຮັດໃຫ້ໄດ້ຮັບໃຊ້ ແລະ ບໍລິການ ລູກຄ້າໄດ້ຫຼາກຫຼາຍກຸ່ມຍິ່ງຂຶ້ນ ແລະ ແນ່ໃຈໄດ້ວ່າຜະລິດຕະພັນຂອງພົງສະຫວັນປະກັນໄພ ທີ່ໄດ້ມີການຮ່ວມມືຈາກບໍລິສັດ ເຈແອນຊີ ເຊີວິດຜູ້ດຽວແມ່ນ ຈະກາຍເປັນຜູ້ນຳໃນຕະຫຼາດປະກັນໄພ ທີ່ສາມາດຕອບສະໜອງຄວາມຕ້ອງການແກ່ລູກຄ້າໄດ້ຢ່າງທົ່ວເຖິງ ແລະ ...

Read More »

ວາງສີລາເລີກ ການກໍ່ສ້າງສະໜາມກິລາ ເບສບອນ ແຫ່ງທໍາອິດ ຂອງ ສປປ ລາວ !

ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2019 ຢູ່ທີ່ບໍລິເວນ ສະໜາມກິລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ໄດ້ມີພິທີ ວາງສີລາເລີກ ການກໍ່ສ້າງ ສະໜາມກິລາ ເບສບອນລາວ ຊຶ່ງໄດ້ຮັບການສະໜັບສະໜູນ ຊ່ວຍເຫຼືອລ້າ 100% ໂດຍທະນາຄານ DGB ແຫ່ງ ສ. ເກົາຫຼີ ມູນຄ່າການກໍ່ສ້າງທັງຫມົດແມ່ນ 265,000 ໂດລ້າສະຫະລັດ. ການກໍ່ສ້າງ ຄາດວ່າຈະສໍາເລັດ ແລະ ເປີດໃຊ້ໃນວັນທີ 23 ກໍລະກົດ 2019 ນີ້. ສະໜາມກິລາແຫ່ງນີ້ ກວມເອົາເນື້ອທີ 3 ແຮັກ ປະກອບມີ ເດີນນອກຮົ່ມ, ເດີນໃນຮົ່ມ, ຫ້ອງນໍ້າ, ຫ້ອງການ ແລະ ຫໍພັກນັກກິລາ. ພາຍຫຼັງສ້າງສະໜາມກິລາແຫ່ງນີ້ສໍາເລັດ ແມ່ນມອບໃຫ້ ສະຫະພັນເບສບອນແຫ່ງຊາດລາວ (Lao Baseball Federation) ເປັນຜູ້ຄຸ້ມຄອງ ນໍາໃຊ້ ແລະ ຈັດເຝິກ ແຂ່ງຂັນທັງໃນລະດັບພາຍໃນ ແລະ ຕ່າງປະເທດ. ທີ່ມາ: Lao Youth Radio ...

Read More »

ແຈ້ງການປັບລາຄານໍ້າແອັດຊັງລົງ ແຕ່ນໍ້າມັນກາຊວນຂຶ້ນ!!! ທົ່ວປະເທດໃນມື້ອື່ນຕອນເຊົ້າ!!!

ແຈ້ງການປັບລົງລາຄາ ນ້ຳມັນແອັດຊັງພິເສດ 50 ກີບ/ລິດ, ນ້ຳມັນແອັດຊັງທຳມະດາ 50 ກີບ/ລິດ ແລະ ປັບຂຶ້ນນ້ຳມັນກາຊວນ 80 ກີບ/ລິດ ເລີ່ມຈັດຕັ້ງປະຕິບັດ ແຕ່ເວລາ 6:00 ໂມງ ຂອງວັນທີ 31 ພຶດສະພາ 2019 ເປັນຕົ້ນໄປ.

Read More »

ລາວ-ຈີນ ຮ່ວມພັດທະນາທາງດ່ວນວຽງຈັນ -ບໍ່ເຕ່ນ-ບໍ່ຫານ

 ພິທີເຊັນສັນຍາຮ່ວມມື ວ່າດ້ວຍການພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ສປປ ລາວ ກັບ ສປ ຈີນ (ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ) ໄດ້ມີຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວແຜນການ ແລະ ການລົງທຶນ ແລະ ທ່ານ ເສິນ ເວີນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈຳກັດ ສປ ຈີນ. ຊຶ່ງມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ຮວນ ເສີງຢາ ເຈົ້າແຂວງຢຸນນານ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມນໍາດ້ວຍ. ໂຄງການທາງດ່ວນດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ...

Read More »

ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ

ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ. ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 – 28 ພຶດສະພາ 2019 ວ່າ: ເຂື່ອນນ້ຳງື່ມ 1 ສ້າງຕັ້ງຂຶ້ນໃນປີ 1968 ແລະ ສຳເລັດໃນປີ 1971 ກ່ອນຈະຍົກລະດັບການພັດທະນາມາເປັນແຕ່ລະໄລຍະ ຈົນເຮັດໃຫ້ປັດຈຸບັນມີທັງໝົດ 8 ເຄື່ອງຈັກມີກຳລັງການຜະລິດທັງໝົດ 275 ເມກາວັດ ( MW ) ເພື່ອສະໜອງໃຫ້ກັບລະບົບສົ່ງໄຟຟ້າພາກກາງ 1 ນະຄອນຫຼວງວຽງຈັນ ກ່ອນທີ່ຈະມີການແຈກຢາຍໃຫ້ກັບສັງຄົມໄດ້ຊົມໃຊ້. ແນວໃດກໍດີ, ໃນປີ 2018 ຜ່ານມາ ຈາກຝົນທີ່ຕົກລິນຕິດຕໍ່ກັນຍາວນານເຮັດໃຫ້ປະລິມານນ້ຳໃນເຂື່ອນເພີ່ມຂຶ້ນ ເຊັ່ນດຽວກັບນ້ຳຂອງ. ການເພີ່ມຂຶ້ນຂອງນ້ຳໃນໜ້າເຂື່ອນຈົນເຖິງຈຸດລະດັບທີ່ມີຄວາມສ່ຽງຈຶ່ງໄດ້ແຈ້ງການຈາກລັດຖະບານໃຫ້ປ່ອຍນ້ຳອອກເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນຫຼາຍບ້ານທີ່ອາໄສຕາມນ້ຳງື່ມໄດ້ຮັບຜົນກະທົບ, ເຄື່ອງປູກຂອງຝັງໄດ້ຮັບຄວາມເສຍຫາຍ. ຈາກບົດຮຽນປີຜ່ານມາ ເຊິ່ງລັດຖະບານກໍຄືລັດວິສາຫະກິດ ໄຟຟ້າລາວ ໄດ້ວາງທິດທາງແກ້ໄຂແຕ່ຫົວທີເພື່ອປ້ອງກັນແຕ່ຫົວທີ ໂດຍໃຫ້ເຂື່ອນໄດ້ເລີ່ມເດີນເຄື່ອງ 24 ຊົ່ວໂມງ ນັບແຕ່ເດືອນທີ່ມີຝົນຕົກຄືເດືອນພຶດສະພານີ້ ...

Read More »

ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບອຸປະກອນກໍ່ສ້າງ ມູນຄ່າ 1,29 ຕື້ກີບ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຈ້ງໃຫ້ຮູ້ວ່າ: ໃນໂອກາດ ທີ່ລົງເຄື່ອນໄຫວເຮັດວຽກ ຢູ່ 4 ແຂວງພາກໃຕ້ ເມື່ອບໍ່ດົນມານີ້, ທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມອບອຸປະກອນກໍ່ສ້າງໃຫ້ແຂວງອັດຕະປື ມູນຄ່າ 1,29 ຕື້ກີບ, ຕາງໜ້າຮັບໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ເພື່ອນຳໄປມອບໃຫ້ປະຊາຊົນ ທີ່ປະສົບໄພພິບັດໄປຕໍ່ເຕີມ ເຮັດເທີບມຸງເຮືອນ.

Read More »

ນະຄອນຫຼວງ ເລັ່ງປ່ຽນໝໍ້ນັບໄຟທັນສະໄໝ ຈະມີຄວາມຍຸຕິທຳໃຫ້ສອງຝ່າຍ

ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍ​ຄື​ຜູ້​ສະ­ໜອງ ແລະ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ມີ​ຄວາມ​ຍຸ­ຕິ​ທຳ​ບໍ່​ເອົາ​ລັດ​ເອົາ​ປຽບ​ກັນ​ລະ­ຫວ່າງ​ຜູ້​ຂາຍ ແລະ ຜູ້​ໃຊ້ ປັດ­ຈຸ­ບັນ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນຫຼວງ​ວຽງ​ຈັນ (ນວ) ກຳ­ລັງ​ເລັ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ສະ­ມາດ​ມີ​ເຕີ (ກົງ​ເຕີ) ຫຼື AMI ທີ່​ທັນ​ສະ­ໄໝ​ໃຫ້​ຜູ້​ຊົມ­ໃຊ້​ໃນ​ຂອບ​ເຂດ 4 ເມືອງ​ໃນ​ຄື: ເມືອງ​ໄຊ​ເສດ​ຖາ ຈັນ­ທະ​ບູ​ລີ ສີ​ສັດ­ຕະ​ນາກ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ຕາມ​ແຜນ­ການ ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019. ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ: ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ທັນ​ສະ­ໄໝ​ໃຫ້​ປະ­ຊາ­ຊົນ ນວ ໂດຍ​ສະ­ເພາະ 4 ເມືອງ​ໃນ ຕາມ​ຕົວ​ເລກ​ທີ່​ຈະ​ຕິດ​ຕັ້ງ​ປ່ຽນ​ແທນ 50.000 ໜ່ວຍ​ທີ່​ເປັນ​ໝໍ້­ນັບ­ໄຟ​ດິ​ຈີ​ຕອນ ເພື່ອ​ປ່ຽນ​ແທນ​ໝໍ້­ນັບ­ໄຟ​ອາ­ນາ​ລອກ 130.000 ກວ່າ​ໜ່ວຍ ກວມ​ເອົາ 40% ໂຄງ­ການ​ນີ້​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ເມືອງ​ຈັນ­ທະ​ບູ​ລີ ກ່ອນ­ໝູ່​ໂດຍ​ກຳ­ນົດ​ເອົາ​ບ້ານ​ໜອງ​ສ້າງ​ທໍ່ ແລະ ບ້ານ​ອາ​ນຸ ເລີ່ມ​ເດືອນ​ທັນ­ວາ 2018 ແລະ ສຳ­ເລັດ​ເດືອນ​ກຸມ­ພາ 2019 ປະ­ຕິ­ບັດ​ໄດ້ 1.000 ກວ່າ​ໜ່ວຍ ຈາກ​ນັ້ນ ເດືອນ​ມີ­ນາ 2019 ກໍ​ສືບ­ຕໍ່​ຂະ­ຫຍາຍ​ໄປ​ຍັງ​ບ້ານ​ອື່ນໆ​ໃນ 4 ...

Read More »

ກະຊວງການເງິນ ແຈ້ງການ!!! ໃຫ້ມາປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ

ແຈ້ງການ ເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ເລື່ອງ: ການປ່ຽນເລກປະຈຳຕົວຜູ້ເສຍອາກອນ ຈາກ 9 ຕົວເລກ ມາເປັນ 12 ຕົວເລກ  

Read More »

ຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດຕ້ອງຜ່ານການຢັ້ງຢືນມາດຕະຖານເຕັກນິກກ່ອນ

ອີງຕາມ ແຈ້ງການ ກ່ຽວກັບ ການນຳເຂົ້າ ແລະ ຈຳໜ່າຍຊຸດອຸປະກອນ ຮັບສັນຍານໂທລະພາບ ຜ່ານດາວທຽມຂອງຕ່າງປະເທດ ເລກທີ 917/ຫກຊ, ລົງວັນທີ 26 ເມສາ 2019, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດ ເປັນຕົວແທນຈຳໜ່າຍ ຫຼື ນຳເຂົ້າອຸປະກອນ DTH ຕ້ອງຢື່ນໃບຄຳຮ້ອງ ແລະ ເອກະສານປະກອບ ຂໍອະນຸຍາດດຳເນີນກິດຈະການນຳ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ). ກ່ອນນຳເຂົ້າ ແລະ ຈຳໜ່າຍ ອຸປະກອນ DTH, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດເປັນຕົວແທນຢ່າງຖືກຕ້ອງນຳກະຊວງ ປທສ ມີຈຸດປະສົງນຳເຂົ້າອຸປະກອນ DTH ຕ້ອງນຳເອົາອຸປະກອນຄົບຊຸດມາພ້ອມດ້ວຍຄູ່ມືນຳໃຊ້ມາຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກຈາກ ກະຊວງ ປທສ. ຖ້າບໍ່ມີໃບຢັ້ງຢືນມາດຕະຖານເຕັກນິກ ແມ່ນບໍ່ສາມາດໄປຂໍອະນຸຍາດນຳເຂົ້ານຳ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້. ໃຊ້ເພື່ອເປັນພາບປະກອບເທົ່ານັ້ນ ...

Read More »

ແຈ້ງເຕືອນ!!! ກຽມຮັບມືກັບຝົນຕົກໜັກ,ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ວັນທີ 30 ພຶດສະພາ – 2 ມິຖຸນານີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ,  ແລະ ລົມພັດແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ທີ່ຈະເຖິງນີ້ ພ້ອມທັງແນະນຳໃຫ້ຫຼີກເວັ້ນການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ຢູ່ກາງເດີ່ນກວ້າງ ເພາະຈະມີຄວາມສ່ຽງໃຫ້ເກີດຟ້າຜ່າໄດ້ ເນື່ອງຈາກມໍລະສຸມຕາເວັນຕົກສ່ຽງໃຕ້ມີກຳລັງແຮງເພີ່ມຂຶ້ນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ ໃນໄລຍະວັນທີ 30 ພຶດສະພາ ຫາ 02 ມິຖຸນາ 2019 ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງທກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ໃຫ້ມີສະຕິລະມັດລະວັງຕໍ່ສະພາບຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ່າຜ່າ ແລະ ລົມພັດແຮງ ທີ່ອາດຈະເຮັດໃຫ້ຕົ້ນໄມ້ຫັກ, ...

Read More »