ຮອງນາຍົກ ແລະ ລມຕ ແຮງງານ ລົງຢ້ຽມຢາມ-ຊ່ວຍເຫຼືອປະຊາຊົນ ແຂວງອັດຕະປື

ໃນວັນທີ 7 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງໄປຊຸກຍູ້ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຂວງອັດຕະປື ໃຫ້ສືບຕໍ່ເລັ່ງຈັດສັນເນື້ອທີ່ທໍາການຜະລິດກະສິກຳໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ທັນລະດູການຜະລິດປີນີ້.


ການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ລົງຕິດຕາມ ແລະ ກວດກາພື້ນທີ່ໃນເຂດບຸກເບີກການຜະລິດຕົວຈິງ ໂດຍໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງ ກວດຄືນຢ່າງລະອຽດ ກ່ຽວກັບການບຸກເບີກພື້ນທີ່ທຳການຜະລິດ ໃນເຂດທີ່ກຳນົດໃຫ້ບຸກເບີກ ໃຫ້ລະອຽດ, ປະຕິບັດຕາມສັນຍາ, ລະບຽບການຊົດເຊີຍ ແລະ ບັນຫາອື່ນໆ ຢ່າງສົມເຫດສົມຜົນ, ພ້ອມໃຫ້ຮີບຮ້ອນສົ່ງເສີມປະຊາຊົນ ໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ.

ໃນໂອກາດນີ້ທ່ານ ຮອງນາຍົກຍັງໄດ້ຢ້ຽມຢາມພົບກັບປະຊາຊົນຢ່າງໃກ້ຊິດໃນພື້ນທີ່ຕົວຈິງທີ່ສູນພັກຊົ່ວຄາວ ເຊັ່ນ: ຈຸດຕໍມໍຢອດ, ຈຸດປິນດົງ ແລະ ຈຸດອື່ນໆ ເພື່ອຢ້ຽມຢາມຖາມຂ່າວເຖິງການດໍາລົງຊີວິດ ແລະ ການເປັນຢູ່ຂອງປະຊາຊົນ.

ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 5 ກຸມພາ 2019 ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຄະນະກໍາມະທິການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ນຳໂດຍ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ, ປະທານ ຄະນະກໍາມະທິການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ປະຊາຊົນ 300 ກວ່າຄອບຄົວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ.

ຂ່າວຍັງໃຫ້ຮູ້ອີກວ່າ: ເມື່ອເດືອນມັງກອນ 2019ຜ່ານມານີ້, ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໄດ້ຈ່າຍເງິນ 10.000 ໂດລາສະຫະລັດ ໃຫ້ຄອບຄົວຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຈາກເຫດການສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນເດືອນກໍລະກົດ 2018 ຜ່ານມາ, ຊຶ່ງນັບແຕ່ວັນທີ 24 ກໍລະກົດ 2018 ເຖິງປັດຈຸບັນ, ໄດ້ມີພໍ່ແມ່ປະຊາຊົນ, ອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມອບເຄື່ອງຊ່ວຍເຫຼືອ ແລະ ກູ້ໄພ ເພື່ອການຊ່ວຍເຫຼືອທາງດ້ານມະນຸດສະທໍາໄພພິບັດນ້ຳຖ້ວມໃນ ສປປ ລາວ ໄດ້ບັນລຸເຖິງ 133 ຕື້ກວ່າກີບ.

ໃນນີ້, ເປັນເງິນສົດຫຼາຍກວ່າ 52 ຕື້ກີບ, ເປັນເຄື່ອງອຸປະໂພກ-ບໍລິໂພກ ຫຼາຍກວ່າ 80 ຕື້ກີບ ແລະ ເຂົ້າສານ 710 ກວ່າໂຕນ.

ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ວ່າ: ສໍາລັບດ້ານກະສິກຳ ຖືກນ້ຳຖ້ວມເນື້ອທີ່ນາ ຂອງປະຊາຊົນ 7.097 ເຮັກຕາ, ເນື້ອທີ່ສວນເສຍຫາຍ 15 ເຮັກຕາ ແລະ ຊົນລະປະທານເສຍຫາຍ 4 ແຫ່ງ ມູນຄ່າເສຍຫາຍເບື້ອງຕົ້ນ ຫຼາຍກວ່າ 619 ຕື້ກີບ.

ຂໍ້ມູນຈາກ: ຂ່າວສານ ແຮງງານສະຫວັດດີການສັງຄົມ

 

Comments