ກະຊວງພາຍໃນ ວາງເປົ້າສ້າງ 75 ເມືອງເຂັ້ມແຂງຮອບດ້ານ

ໃນວັນທີ 12-13 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ພາຍໃຕ້ການເປັນປະທານຂອງທ່ານ ຄໍາໝັ້ນ ສູນວິເລີດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ.

ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊ, ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະຂົງເຂດ ຄື:

– ຂົງເຂດການບໍລິຫານລັດ ແລະ ວຽກງານປົກຄອງ: ເຫັນວ່າສະພາບກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ມີຄວາມສະຫງົບໂດຍພື້ນຖານ, ມີຄວາມກະທັດຮັດ ແລະ ມີປະສິດທິພາບຫລາຍຂຶ້ນ; ມີຫຼາຍນິຕິກໍາ ແລະ ລະບຽບບໍລິຫານທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງພາຍໃນ ໄດ້ຮັບການສ້າງຂຶ້ນ ແລະ ປັບປຸງຄືນໃຫ້ມີຄວາມເໝາະສົມ, ກາຍເປັນເຄື່ອງມືທີ່ສໍາຄັນເພື່ອອໍານວຍໃຫ້ແກ່ການຄຸ້ມຄອງລັດດ້ວຍກົດໝາຍ; ລະບົບການປົກຄອງຂັ້ນຮາກຖານກໍໄດ້ຮັບການປັບປຸງໄປຕາມທິດຊີ້ນຳ ແລະ ນິຕິກຳຂອງລັດຖະບານເທື່ອລະກ້າວ, ເຮັດໃຫ້ການບໍລິຫານຂັ້ນບ້ານມີຄວາມເຂັ້ມແຂງເທືື່ອລະກ້າວ; ອຳນາດການປົກຄອງທ້ອງຖິ່ນ ມີຄວາມເຂົ້າໃຈ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານຄຸ້ມຄອງພົນລະເມືອງ, ເຮັດໃຫ້ວຽກງານຈົດທະບຽນ ແລະ ການຕິດຕາມການເຄື່ອນຍ້າຍຂອງພົນລະເມືອງໄດ້ຮັບການຄຸ້ມຄອງດ້ວຍກົດໝາຍ.

– ຂົງເຂດລັດຖະກອນ: ໂດຍສະເພາະວຽກງານຄຸ້ມຄອງລັດຖະກອນ ແມ່ນໄດ້ມີການພັດທະນາ ແລະ ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ເຮັດໃຫ້ການຄິດໄລ່ ແລະ ເບີກຈ່າຍເງິນເດືອນມີຄວາມວ່ອງໄວ, ຫຼຸດຜ່ອນຄວາມຜິດພາດທາງດ້ານຂໍ້ມູນ, ສາມາດກວດກາຈໍານວນລັດຖະກອນທີ່ມີໜ້າຕົວຈິງ; ພະນັກງານ-ລັດຖະກອນໄດ້ຮັບການສົ່ງເສີມພັດທະນາຄວາມຮູ້ຄວາມສາມາດ ແລະ ໄດ້ຮັບນະໂຍບາຍຕາມທີ່ໄດ້ລະບຸໄວ້ໃນກົດໝາຍ ແລະ ລະບຽບການ.

– ຂົງເຂດເຕັກນິກດ້ານການປົກຄອງ: ໄດ້ກາຍເປັນອົງປະກອບໜຶ່ງທີ່ສໍາຄັນໃນການສົ່ງເສີມ, ກະຕຸກຊຸກຍູ້ຈິດໃຈ, ຍົກສູງຄວາມຮັບຜິດຊອບ ແລະ ເພີ່ມຄວາມຫ້າວຫັນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ, ທັງຕອບສະໜອງຂໍ້ມູນສຳຄັນໃຫ້ແກ່ການວາງແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ໂດຍສະເພາະແມ່ນການແກ້ໄຂບັນຫາເຂດເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ແລະ ເຂດແດນລະຫວ່າງປະເທດ.

 – ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ: ໄດ້ເອົາໃຈໃສພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດໃນພາກພື້ນ ແລະ ສາກົນ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ມົງໂກລີ, ສ.ເກົາຫລີ, ບັນດາປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນອຶ່ນໆ

ກ່ຽວກັບວຽກງານບໍລິຫານລັດ, ການປົກຄອງ-ຄຸ້ມຄອງລັດຖະກອນ, ວຽກງານຊົນເຜົ່າ- ສາດສະໜາ, ວຽກງານຄຸ້ມຄອງພົນລະເມືອງ ແລະ ວຽກງານເອກະສານ ດ້ວຍຮູບການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ ກໍໄດ້ມີບາດກ້າວຂະຫຍາຍຕົວຂຶ້ນ ແລະ ສາມາດດຶງດູດທຶນມາຊ່ວຍລັດຖະບານປະກອບເຂົ້າໃນການພັດທະນາເສດຖະກິດ-ສັງຄົມ.

ໃນປີ 2018 ຜ່ານມາ, ທຶນຊ່ວຍເຫຼືອຂອງຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາຕ່າງໆ ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງພາຍໃນ ແມ່ນ 4.164.356 ໂດລາສະ ຫະລັດ ຫຼື ປະມານ 34.564.154.800 ກີບ.

ທ່ານ ຄໍາມູນ ວິພົງໄຊ, ຮອງລັດຖະມົນຕີກະຊວງພາຍໃນ ກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນໄລຍະຜ່ານມາວ່າ: ພາຍຫຼັງສຳເລັດການເຮັດທົດລອງ ວຽກງານ 3 ສ້າງ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງຈົນມາຮອດປັດຈຸບັນ, ເປັນຕົ້ນ: ໄດ້ມີການສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຊຶ່ງເປັນອົງການສູງສຸດໃນທ້ອງຖິ່ນ, ໄດ້ປັບປຸງລັດຖະທຳມະນູນ ແລະ ບັນດາກົດໝາຍທີ່ເປັນກົດໝາຍພື້ນຖານຕິດພັນກັບການແບ່ງຂັ້ນຄຸ້ມຄອງ ກໍຄືການກຳນົດສິດ, ໜ້າທີ່ແຕ່ລະຂັ້ນ ເຊັ່ນ : ກົດໝາຍວ່າດ້ວຍລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ,

ໃນຂະນະທີ່ບັນດາກະຊວງ ກໍໄດ້ປັບປຸງກົດໝາຍດ້ານວິຊາການຂອງຕົນຕາມທິດ 3 ສ້າງ, ສືບຕໍ່ປັບປຸງນິຕິກຳລຸ່ມກົດໝາຍ ເພື່ອຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ. ອົງການປົກຄອງທ້ອງຖິ່ນ ໄດ້ຍົກລະດັບຄວາມສາມາດໃນການບໍລິຫານທ້ອງຖິ່ນຂອງຕົນ, ມີສິດຕັດສິນບັນຫາ ແລະ ມີຄວາມຮັບຜິດຊອບຕໍ່ການພັດທະນາຮອບດ້ານຢູ່ຂັ້ນທ້ອງຖິ່ນຫຼາຍຂຶ້ນ,

ພິເສດ ມີ 3 ເມືອງ ທີ່ໄດ້ປະກາດສ້າງເປັນນະຄອນ ຄື : ນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ. ທຸກແຂວງໄດ້ຜັນຂະຫຍາຍມະຕິ 25 ແລະ ຄຳສັ່ງ 34 ກ່ຽວກັບວຽກງານ 3 ສ້າງ ອອກເປັນນິຕິກຳຂອງແຂວງ ແລະ ກຳນົດເປົ້າໝາຍ ຮອດປີ 2020 ໃນທົ່ວປະເທດ ແມ່ນຈະສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໃຫ້ໄດ້ 75 ເມືອງ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 1.383 ບ້ານ.

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດບາງວຽກງານຈຸດສຸມ, ເປັນຕົ້ນ: ວຽກງານປັບປຸງກົງຈັກການຈັດຕັ້ງລັດ, ວຽກງານຄຸ້ມຄອງລັດຖະກອນ, ການຈັດຕັ້ງປະຕິບັດວຽກງານແກ້ໄຂເຂດແດນເຊື່ອມຕໍ່ ແລະ ບາງເນື້ອໃນຂອງຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນຄອບຄົວ.

ຂໍ້ມູນຈາກ: ວິທະຍຸແຫ່ງຊາດ.

Comments