ທະນາຄານ ກຸງສີອະຍຸດທະຍາ ຈໍາກັດ (ມະຫາຊົນ) ໄດ້ເປີດໃຫ້ບໍລິການ Krungsri Blockchian Interledger ເປັນການບໍລິການ ໂອນເງິນຜ່ານເຕັກໂນໂລຊີ ບລັອກເຊນ ຢ່າງວ່ອງໄວ ຈາກ ສປປ ລາວ ໄປຫາ ປະເທດໄທ ໂດຍການໃຊ້ເວລາບໍ່ເຖິງນາທີ ເຊິ່ງຮອງຮັບທັງສະກຸນເງິນບາດ ແລະໂດລາສະຫະລັດ ເພື່ອຊ່ວຍສະໜັບສະໜູນທຸລະກິດການຄ້າລະຫວ່າງ ລາວ-ໄທ ໃຫ້ການເຮັດທຸລະກິດມີຄວາມສະດວກສະບາຍ ແບບໄຮ້ພົມແດນ. ພິທີການເປີດໂຕງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2019 ຜ່ານມາ ທີ່ໂຮງແຮມ ຄລາວ ພລາຊ່າ ນະຄອນຫຼວງວຽງຈັນ ໂດຍມີຕາງໜ້າຈາກທະນາຄານແຫ່ງ ສປປ ລາວ ແລະຕາງໜ້າຈາກທະນາຄານກຸງສີອາຍຸດທະຍາ ເຂົ້າຮ່ວມ. ທ່ານ ແດນ ຮາໂຊໂນ່ ປະທານກຸ່ມທຸລະກິດລູກຄ້າລາຍຍ່ອຍ ແລະ ລູກຄ້າບຸກຄົນ, ທະນາຄານກຸງສີອາຢຸດທະຍາ ຈຳກັດ (ມະຫາຊົນ) ກ່າວວ່າ: ການຄ້າ ແລະ ການລົງທຶນລະຫວ່າງໄທ ແລະ ລາວ ເຕີບໂຕ ແລະ ມີມູນຄ່າເພີ່ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ກຸງສີຈຶ່ງໄດ້ນຳເອົານະວັດຕະກຳທາງການເງິນມາໃຊ້ ເພື່ອສະໜັບສະໜູນດ້ານທຸລະກິດການຄ້າ ລະຫວ່າງສອງປະເທດ. ໂດຍທະນາຄານໄດ້ເປີດໂຕ Krungsri Blockchain Interledger ຊຶ່ງຈະຊ່ວຍອຳນວຍຄວາມສະດວກໃຫ້ກັບຜູ້ປະກອບການທຸລະກິດ (ລາວ-ໄທ) ໃຫ້ສາມາດໂອນເງິນລະຫວ່າງປະເທດໄດ້ສະດວກ, ...
Read More »ຂ່າວ ພາຍໃນປະເທດ
Run For Her 2019 ປະສົບຜົນສຳເລັດເກີນຄາດ ມີນັກກິລາ ແລະ ຜູ້ເຂົ້າທັງໝົດຫຼາຍກວ່າ 2.000 ຄົນ
ໃນຕອນເຊົ້າມືດຂອງວັນທີ 27 ຕຸລາ 2019, ທີ່ເດີ່ນພະທາດຫຼວງວຽງຈັນ, ວາລະສານຂວັນໃຈ ອອນລາຍ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ ໄດ້ຈັດງານແລ່ນຊຸບເປີມິນິມາລາທອນ (Run For Her 2019) ເປັນຄັ້ງທຳອິດ ເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພາຍໃຕ້ຄຳຂວັນ “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ “. ໂດຍການເຂົ້າຮ່ວມຂອງຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນທີ່ອອກມາຮ່ວມແຮງຮ່ວມໃຈກັນສ້າງຈຸດຍືນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນຄັ້ງນີ້. ກ່າວເປີດງານໂດຍທ່ານນາງ ເກດສະໜາ ປັນຍາທິບ ຮອງຜູ້ອຳນວຍການສ້າງວາລະສານຂັວນໃຈ ແລະ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ, ມີບັນດານັກກິລາ ສະໝັກເຂົ້າແຂ່ງຂັນຮ່ວມ ຫຼາຍກວ່າ 1.600 ຄົນ ແລະ ມີຜູ້ເຂົ້າຮ່ວມງານນີ້ທັງໝົດຫຼາຍກວ່າ 2.000 ຄົນ. ທ່ານນາງ ເກດສະຫວັນ ປັນຍາທິບ ກ່າວໃນງານວ່າ: ການຈັດງານຄັ້ງນີ້, ກໍເພື່ອ ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ...
Read More »ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ໃນວັນທີ 24 ຕຸລາ 2019 ນີ້, ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ຄົນເກົ່າ ໄປເປັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຄົນໃໝ່, ຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ເກົ່າ ໄປເປັນລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຍ້າຍທ່ານ ທອງສະລິດ ມັງໜໍ່ເມກ ມາເປັນຫົວໜ້າຫ້ອງວ່າການສູນກາງພັກ ຄົນໃໝ່. ໂດຍມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ທັງເປັນປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນການມອບ-ຮັບ ໜ້າທີ່ ໃນຄັ້ງນີ້, ອີງຕາມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ອີງຕາມມະຕິຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ. ໂອກາດນີ້, ທ່ານ ...
Read More »ວັນພັກທ້າຍປີນີ້ໄປທ່ຽວ ກວາງໂຈວ ດີບໍ່? ໄປ-ມາ ສະດວກເພາະມີທ່ຽວບິນ 5 ຄັ້ງຕໍ່ອາທິດ
ມາມາທາງນີ້!!! ສຳລັບໃຜທີ່ວາງແຜນຈະໄປທ່ອງທ່ຽວໃນໄລຍະທ້າຍປີນີ້ ແຕ່ຍັງບໍ່ຮູ້ຈະໄປໃສ? ເພາະວ່າກໍເປັນໄລຍະພັກຍາວ ຂອງຫຼາຍໆທ່ານ ຫຼື ມື້ພັກປະຈຳປີຍັງຫຼາຍມື້ແຕ່ກໍຍັງຄິດບໍ່ອອກຈະໄປ່ທ່ຽວໃສດີ… ແນະນຳເລີຍ ໄປທ່ຽວ ກວາງໂຈວ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ລືຊາຂອງ ປະເທດຈີນ ແລະ ຫຼາຍຄົນທົ່ວໂລກຢາກໄປທ່ຽວ ໄປຊ໋ອບປິງ, ຊົມໄຟແສງສີຂອງຕຶກທີ່ທັນສະໄໝໃນຕົວເມືອງ ແລະ ຍັງມີສະຖານທີ່ທ່ອງທ່ຽວທາງວັດທະນະທຳຈີນ ອີກຢ່າງຫຼວງຫຼາຍ. ນອກນີ້,ກໍໂດງດັງເລື່ອງອາຫານການກິນທີ່ຫຼາກຫຼາຍ ແລະ ນ່າຕື່ນເຕັ້ນອີກດ້ວຍ ໄປກັບໝູ່ເພື່ອນກໍມ່ວນມັນ, ໄປກັບຄົນຮັກກໍໂຣແມນຕິກ ຫຼື ຈະໄປກັບຄອບຄົວກໍແສນຈະອົບອຸ່ນ. ແລ້ວເປັນຫຍັງຈຶ່ງໄປກວາງໂຈວ???? ກໍເນື່ອງຈາກວ່າ ປັດຈຸບັນ, ເດີນທາງໄປກວາງໂຈວແມ່ນສະດວກສະບາຍທີ່ສຸດ ເພາະ China Southern Airline ໄດ້ເພີ່ມການບໍລິການຖ້ຽວບິນ ເສັ້ນທາງບິນກົງຈາກ ວຽງຈັນ – ກວາງໂຈວ ເປັນ 5 ຖ້ຽວບິນຕໍ່ອາທິດ ເລີ່ມຈາກວັນທີ 27 ຕຸລາເປັນຕົ້ນໄປ. ເໝາະແກ່ການໃຫ້ເຮົາວາງແຜນໄດ້ຕາມໃຈ ຕາມສະດວກມື້ພັກຂອງເຮົາໄດ້ເລີຍ. ເພາະໄລຍະທ້າຍປີ ເປັນໄລຍະທີ່ຍົນຫຼາຍຖ້ຽວຈະມັກເຕັມ. ເເຕ່ China Southern Airline ຈະນຳສະເໜີລູກຄ້າ ດ້ວຍບໍລິການທີ່ສະດວກສະບາຍ ແລະ ໄດ້ລາຄາທີ່ເໝາະສົມ. ບໍ່ຕ້ອງຫ່ວງຄຳວ່າຍົນເຕັມ, ບໍ່ມີບ່ອນນັ່ງ ເປັນເຫດຜົນທີ່ເຮັດໃຫ້ທ່ານບໍ່ສາມາດໄປສະຫຼອງປີໃໝ່ກັບຄົນຮັກ, ໝູ່ເພື່ອນ ...
Read More »ນໍ້າປະປາ ຫຼາຍເຂດໃນນະຄອນຫຼວງວິກິດຫຼາຍວັນຕິດຕໍ່ ຍ້ອນນໍ້າງື່ມບົກແຫ້ງ
2-3 ມື້ຫຼັງມານີ້, ໄດ້ເຫັນຫຼາຍຄົນ ຫຼາຍເຂດໃນນະຄອນຫຼວງວຽງຈັນເຊັ່ນ: ເຂດໂຮງຫມໍ 150 ຕຽງ, ໜອງທາ, ໜອງບອນ, ໜອງໜໜຽງ, ໂພນເຄັ່ງ…ແລະ ຍັງມີເຂດອື່ນໆອີກ. ໂພສລົງສື່ສັງຄົມອອນລາຍເລື່ອງນໍ້າປະປາບໍ່ມາ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການໃຊ້ຊີວິດປະຈຳຫຼາຍພໍສົມຄວນ. ເຊິ່ງເປັນຍ້ອນສາເຫດອັນໃດທີ່ເຮັດໃຫນໍ້າປະປາໄລຍະນີ້ຈຶ່ງບໍ່ມາປົກກະຕິດັ່ງນັ້ນ, ທາງ ນໍ້າປະປານະຄອນຫຼວງ ຈຶ່ງໄດ້ອອກມາຊີ້ແຈງດັ່ງນີ້: ທ່ານ ນາງ ເພື່ອນແສງ ໄຊນາຄໍາ ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ຫຼາຍເຂດ ຢູ່ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ເຂດເມືອງ ໄຊທານີ, ໄຊເສດຖາ ຈັນທະບູລີ ໄດ້ຮັບຜົນກະທົບຈາກນໍ້າ ປະປາບໍ່ມາ ຫຼື ມາກໍບໍ່ພຽງພໍ, ພາຍຫຼັງ ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດຜະລິດນໍ້າປະປາໄດ້ ຍ້ອນສະພາບນໍ້າ ງື່ມແຫ້ງຜິດປົກກະຕິ, ຊຶ່ງເລີ່ມແຕ່ວັນທີ 20 ຕຸລາ ເປັນຕົ້ນມາ ແລະ ປັດຈຸບັນພວມເລັ່ງແກ້ໄຂດ້ວຍການຕິດຕັ້ງຈັກສູບນໍ້າເພີ່ມໃນ ປະລິມານ 20 ພັນແມັດກ້ອນຕໍ່ມື້, ເພື່ອໃຫ້ສະໜອງນໍ້າເປັນປົກກະຕິ. ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສະພາບນໍ້າງື່ມໄດ້ບົກແຫ້ງລົງຜິດ ປົກກະຕິ ແລະ ...
Read More »ຈະໃຊ້ງົບ 128 ລ້ານໂດລາ ປັບປຸງເສັ້ນທາງ ສີເກີດ-ໂພນໂຮງ ໃຫ້ກວ້າງຂຶ້ນໄວໆນີ້…
ພີທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ, ລະຫວ່າງກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ Hubel Changjiang Road & Bridge Co, Ltd ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2019 ທີ່ຜ່ານມາ. ໂຄງການນີ້ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ ( World Bank ) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານ ການລົງທຶນໂຄງລ່າງພື້ນຖານ ອາຊີ ( AIIB ) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ ( NDF ) ມູນຄ່າ ...
Read More »ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດ ຄາດວ່າຈະເລີ່ມກໍ່ສ້າງໃນທ້າຍປີ 2021
ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດລາວເທດດິ້ງລາວມະຫາຊົນ ສຳຫຼວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໂດຍໄດ້ມີການເຊັນສັນຍາບົດບັນທຶກໂຄງການດັ່ງກ່າວກັບກະຊວງໂຍທາທິການ ແລະ ຂົນສົ່ງ ເມື່ອບໍ່ດົນມານີ້. ໂຄງການດັ່ງກ່າວມີຄວາມຍາວປະມານ 240-270 ກິໂລແມັດ, ເບື້ອງຕົ້ນຂອງໂຄງການ ຈະສືກສາເລີ່ມແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ ຫຼັງຈາກໄດ້ຮັບ ອະນຸຍາດຈາກລັດຖະບານຫວຽດນາມແລ້ວ ຈຶ່ງຈະເລີ່ມສຳຫຼວດແຕ່ຊາຍແດນ ລາວ-ຫວຽດນາມ ໄປຫາທ່າເຮືອວຸງອ່າງ ຊິ່ງຢູ່ເບື້ອງລາວຈະມີໄລຍະທາງປະມານ 150 ກິໂລແມັດ ແລະ ເບື້ອງຫວຽດນາມ ປະມານ 120 ກິໂລແມັດ ຄາດວ່າຈະສຳເລັດ ການອອກແບບພາຍໃນ 8 ເດືອນ ຫາ 1 ປີນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ. ຈາກນັ້ນກໍ່ຈະສະເໜີ ໄປຍັງລັດຖະບານເພື່ອພິຈາລະນາ, ຖ້າໄດ້ຮັບອະນຸຍາດກໍ່ຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ ແລະ ປີ 2024 ໃຫ້ສຳເລັດ. ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດເທດດິ້ງລາວມະຫາຊົນ ໄດ້ກ່າວວ່າ: ຈຸດປະສົງຂອງໂຄງການນີ້ແມ່ນເພື່ອແກ້ໄຂຈຸດດ້ອຍທີ່ວ່າປະເທດລາວບໍ່ມີຊາຍແດນຕິດກັບທະເລ ...
Read More »ມາຄົ້ນຫາ!!! ຄຳຕອບສຸດທ້າຍ Nissan TERRA SUV ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນຍ້ອນຫຍັງ?
Nissan TERRA ແບບ (SUV) ເປັນລົດທີ່ສາມາດຕອບໂຈດທຸກຄວາມທ້າທາຍທີ່ສຸດ ໃນການໃຊ້ຊີວິດປະຈຳວັນຂອງທີ່ຄົນທີ່ຂັບຂີ່ລົດໃນເມືອງ ແລະ ເດີນທາງໄກ, ເປັນລົດທີ່ນຳເຂົ້າ ໂດຍ ບໍລິສັດຕັນຈົງມໍເຕີລາວ ຈຳກັດພຽງຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ. ໃນ EP 2 ເຮົາໄດ້ຮູ້ກັນໄປກຽ່ວກັບລະບົບຈັກ,ເກຍ,ການຂັບເຄື່ອນ ແລະ ຄວາມປອດໄພຈາກດ້ານໃນ ຂອງ Terra ໄປແລ້ວນັ້ນ (ບົດຄວາມ EP 1-Ep2 ອ່ານຄືນໄດ້ຢູ່ກອງບົດຄວາມນີ້) ແລະ ໃນ Ep3 ສຸດທ້າຍນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່? Ep3 ສຸດທ້າຍ: ເຮົາຈະມາຮູ້ຈັກກັນເລີຍວ່າລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກສຸດທ້າຍມີຫຍັງແດ່. 1. I-AVM (ກ້ອງ 360◦ ອົງສາ) + ໂຫມດກວດຈັບການເຄື່ອນທີ່ອ້ອມຕົວລົດ MOD ຄຸນລັກສະນີ້ເຮັດໃຫ້ທ່ານໄດ້ເຫັນທັງໝົດ 360 ອົງສາ ນັ້ນໝາຍຄວາມວ່າມີຄວາມສະດວກສະບາຍໃນການເຂົ້າຈອດຢ່າງປອດໄພ ຕົວຢ່າງ: ເມື່ອທ່ານກຳລັງຈະຈອດ, ທ່ານຈະເຫັນທາງໜ້າຈະແຈ້ງ, ສົມມຸດວ່າທາງໜ້າລົດຂອງເຮົາເປັນໂຖດອກໄມ້ ແລະ ທາງຫຼັງເປັນຖັງສຳລັບດັບເພີງ ກ້ອງນີ້ຈະຊ່ວຍໃຫ້ທ່ານເຫັນຊັດເຈນ ແລະ ...
Read More »ແຈ້ງການ!!!! ປິດຫົວໜ່ວຍບໍລິການອອກວິຊາກັບດ່ານ ໃນບາງດ່ານສາກົນໃນລາວ
ອີງຕາມໜັງສື່ສະເໜີ ຂອງກະຊວງການຕ່າງປະເທດ ເລກທີ 7170/ຕປທ, ລົງວັນທີ 23 ກັນຍາ 2019 ແລະ ໜັງສືຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 09 ຕຸລາ 2019. ດັ່ງນັ້ນ, ຫ້ອງວ່າການນໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ປິດ ການບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ປະກອບມີ: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແລະ ແຂວງອັດຕະປື. ແຈ້ງການສະບັບເລກທີ 1845/ຫສນຍ, ລົງວັນທີ 16 ຕຸລາ 2019 ກ່ຽວກັບ ການປິດໃຫ້ບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ແມ່ນເຫັນດີໃຫ້ປິດການບໍລິການອອກວິຊາຢູ່ 9 ດ່ານສາກົນຄື: ດ່ານສາກົນປາງທີກ (ແຂວງຜົ້ງສາລີ), ດ່ານສາກົນນໍ້າໂສຍ (ແຂວງຫົວພັນ), ດ່ານສາກົນນໍ້າກັ່ນ (ແຂວງຊຽງຂວາງ), ດ່ານສາກົນນໍ້າເງິນ (ແຂວງໄຊຍະບູລີ), ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ), ດ່ານສາກົນນໍ້າພາວ (ແຂວງບໍລິຄໍາໄຊ), ດ່ານສາກົນນາເຟົ້າ (ແຂວງຄໍາມ່ວນ), ດ່ານສາກົນສະໜາມບີນສະຫວັນນະເຂດ (ແຂວງສະຫວັນນະເຂດ), ດ່ານສາກົນພູເກືອ (ແຂວງອັດຕະປື). ເພື່ອບໍ່ໃຫ້ຖືກທ່າຮັບ ...
Read More »ໂຕໂຢຕ້າລາວ ຈັດງານສະແດງດົນຕີການກຸສົນ ມອບເງິນ 200 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ
ໃນຄໍ່າຄືນຂອງວັນທີ 18 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫໍວັດທະນະທຳ, ນະຄອນຫຼວງວຽງຈັນ. ໂຕໂຢຕ້າລາວ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າ ຄລາສສິກ ຄັ້ງທີ 30” ເພື່ອເປັນການລະດົມທຶນນຳລາຍໄດ້ສືບຕໍ່ຊາງຍເຫຼືອຜູ້ປະສົບໄພນໍ້າຖ້ວມພາກໃຕ້. ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເປັນປະທານ ແລະ ກ່າວເປີດໂດຍທ່ານ Masaaki Kawabata ຜູ້ອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ, ມີບັນດາການນຳພັກ-ລັດ, ສະຖານທູດ, ແຂກທີ່ຖືກເຊີຍ ແລະ ຜູ້ຊົມທີ່ສົນໃຈຊື້ບັດເຂົ້າຮ່ວມງານຈຳນວນຫຼວງຫຼາຍ. ລາຍໄດ້ທັງໝົດຈາກການຂາຍບັດ ພ້ອມທຶນການສະໜັບສະໜູນຂອງບໍລິສດໂຕໂຢຕ້າລາວ ຈຳກັດລວມທັງໝົົດ 200 ລ້ານກີບ ໄດ້ນຳໄປບໍລິຈາກໃຫ້ກັບອົງກອນການກຸສໄນຂອງພາກລັດ ເພື່ອໃຊ້ໃນການສືບຕໍ່ຊ່ວຍເຫຼືອຟື້ນຟູຜູ້ປະສົບໄພນໍ້າຖ້ວມພາກໃຕ້. ການສະແດງດົນຕີສົດຄັ້ງນີ້ ແມ່ນສະແດງໂດຍ ວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່ແກ່ທີ່ສຸດຈາກປະເທດອັງກິດ ກໍ່ຕັ້ງໃນປີ 1921 ແລະ ເປັນວົງທີ່ມີຄວາມສຳຄັນໃນວົງກສນດົນຕີຄລາສສິກ ຢ່າງຫຼວງຫຼາຍ ອຳນວຍເພງໂດຍ ທ່ານ ຕຣິສໂຕເຟີ ວໍເຣັນ ກຣີນ (Christopher Warren-Green; Principal Conductor ...
Read More »