ຫຼຸດຜ່ອນ 9 ມາດຕະການ Lock down ປະເທດລາວ ໄລຍະທີສອງ

ລັດຖະບານເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ໃນໄລຍະ 18 ພຶດສະພາ – 01 ມິຖຸນາ 2020 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:

1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;

2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ;

3). ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ;

4). ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະ ຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ ຈັດງານ ລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ. ສຳລັບການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມເຕີມຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 08/ຄລສພ, ລົງວັນທີ 11 ພຶດສະພາ 2020;

5). ໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປີດໂຮງຮຽນຄືນ ໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7 ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ສ່ວນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນຮຽນ ປ1-ປ4, ມ1-ມ3, ມ5-ມ6, ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆ ໃຫ້ກະກຽມເປີດ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.

6). ອະນຸຍາດໃຫ້ອອກກໍາລັງກາຍ ຫຼື ຫຼິ້ນກິລາກາງແຈ້ງ ແລະ ໃນຮົ່ມ ທຸກປະເພດ, ແຕ່ຕ້ອງປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ຕາມຄຳແນະນໍາຂອງຄະນະສະເພາະກິດ;

7). ອະນຸຍາດໃຫ້ເປີດດໍາເນີນທຸລະກິດການຄ້າ ແລະ ການບໍລິ ການຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ-ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ;

8 ) ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ສາມາດເປີດດໍາເນີນກິດຈະການ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະ ການ ທີ່ໄດ້ກຳນົດໃນຄຳແນະນຳ ຂອງຄະນະສະເພາະກິດ ສະບັບເລກທີ 071/ສພກ, ລົງວັນທີ 11 ພຶດສະພາ 2020.

9). ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກ ແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດ ຂອງຕົນ ຕາມຈຸດປະສົງ. ສຳລັບນັກສຶກສາລາວ ແລະ ແຮງງານລາວ ທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ແຕ່ຕ້ອງໄດ້ປະຕິບັດມຕາມລະບຽບການ ຂອງປະເທດທີ່ຈະເດີນທາງໄປນັ້ນ.

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

ในภาพอาจจะมี ข้อความ

Comments