ຂ່າວ ພາຍໃນປະເທດ

ສ ປປ ລາວ ສູນເສຍວິລະຊົນ ຜູ້ຍິ່ງໃຫຍ່ຂອງຊາດ ອາໄລຮັກຢ່າງສຸດຊຶ້ງ ທ່ານພົນເອກ ສີສະຫວາດ ແກ້ວບຸນພັນ

ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.” ປະຫວັດໂດຍຫຍໍ້ “ສີສະຫວາດ ແກ້ວບຸນພັນ” ວິລະບຸລຸດແຫ່ງຊາດລາວ ໜຶ່ງໃນຜູ້ກໍ່ຕັ້ງກອງທັບປະຊາຊົນລາວ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເກີດວັນທີ 1 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລຶມ ຕາແສງເມືອງ ປົວ ເມືອງຊໍາເໜືອ ແຂວງຫົວພັນ ມີເອື້ອຍນ້ອງຮ່ວມກັນ 3 ຄົນ. ຊິວີດຕອນຍັງນ້ອຍຂອງເພີ່ນກໍ່ເປັນຄືເດັກນ້ອຍທົ່ວໄປ ທີ່ໃຊ້ຊິວີດຕາມບ້ານນອກ ເປັນຊາວໄຮ່ນາ ຫາກິນຕາມທໍາມະຊາດ.​ ພໍ່ ແລະ ແມ່ ຂອງເພີ່ນແມ່ນເສຍຊິວີດ ຕັ້ງແຕ່ຕອນເພີ່ນອາຍຸ 14 ປີ. ທ່ານ ສີສະຫວາດ ຕ້ອງລ້ຽງນ້ອງ 3 ຄົນ ໂດຍອາໄສວັດເປັນບ່ອນຮຽນໜັງສື. ເມື່ອອາຍຸ 20 ປີ ທ່ານ ...

Read More »

ເງື່ອນໄຂ ແລະ ມາດຕະການ ສຳລັບການເຄື່ອນໄຫວຂອງທຸລະກິດ ໄລຍະການລະບາດໂຄວິດ-19

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ​ແລະແກ້ໄຂການລະບາດ​ຂອງພະຍາດໂຄວິດ-19​ ອອກຄຳແນະນຳ​ ກ່ຽວກັບການປັບປຸງເງື່ອນໄຂ​ແລະມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020

Read More »

ແຈ້ງເຕືອນ!! ພາຍຸລະດູຮ້ອນຈະເຂົ້າມາອີກຮອບ

ຫຼ້າສຸດ ມື້ນີ້ ວັນທີ 11 ພຶດສະພາ 2020 ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນອີກຄັ້ງ ໃຫ້ປະຊາຊົນບັນດາເຜົ່າເຝົ້າລະວັງລົມພາຍຸອັນຮ້າຍແຮງທີ່ຈະເກີດຂຶ້ນອີກ ໃນມື້ນີ້. ເນື່ອງຈາກສອງຂະບວນລົມຈາກທິດຕາເວັນຕົກສ່ຽງໃຕ້ ແລະ ຕາເວັນອອກສ່ຽງໃຕ້ ໄດ້ ພັດເຂົ້າມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກຳລັງປານກາງ, ຊຶ່ງຈະ ເຮັດໃຫ້ ອາກາດຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ທົ່ວໄປ ແລະ ອາກາດຍັງຈະຮ້ອນເອົ້າ ຫຼາຍ ຢູ່ ແຂວງ ພາກກາງ ແລະ ພາກໃຕ້ ພ້ອມມີໝອກແຫ້ງປົກຫຸ້ມ ແລະ ຈະມີຝົນ ຕົກຟ້າຮ້ອງ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກ ໃນລະດັບ ປານກາງ ພ້ອມ ຈະມີໝາກເຫັບຕົກ, ຟ້າຜ່າ ແລະ ມີລົມພັດແຮງຢູ່ ບາງ ທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ໃຫ້ມີສະ ຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງ ທີ່ອາດຈະເກີດຂື້ນ, ຊຶ່ງຈະເຮັດໃຫ້ມີຕົ້ນໄມ້ ໃຫຍ່, ເສົາໄຟ້ຟ້າ, ປ້າຍໂຄສະນາ ...

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ປະຈໍາເດືອນ 4 ປີ 2020 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 4 ບັນລຸໄດ້ປະມານ 529 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 208 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 320 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 112 ລ້ານໂດລາສະຫາລັດ.      ໝວດສິນຄ້າສົ່ງອອກຫຼັກ ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາສະຫະລັດ ເຊັ່ນ: ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ, ໝາກກ້ວຍ 21 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາສະຫະລັດ, ຄຳປະສົມ, ຄຳແທ່ງ 12 ລ້ານໂດລາສະຫະລັດ, ມັນຕົ້ນ 11 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກ​ຂາມ…) 10 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) ...

Read More »

ມາດຕະການ ການຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ໃນໄລຍະການລະບາດຂອງ ໂຄວິດ-19

ໃນໄລຍະການລະບາດຂອງໄວຣັສ ໂຄວິດ-19 ທີ່ຍັງລະບາດ ແລະ ມີຄວາມຈໍາເປັນຕ້ອງມີມາດຕະການເຝົ້າລະວັງຢ່າງໃກ້ສິດ ເພື່ອປ້ອງກັນບໍ່ໃຫ້ເຊື້ອໄວຣັດດັ່ງກ່າວ ຕິດມານໍາຍານພາຫະນະ, ສິນຄ້າ ແລະ ຄົນຂັບລົດ ມາແຜ່ລະບາດໃນ ສປປ ລາວ ແຕ່ມາດຕະການປ້ອງກັນ ແລະ ເຝົ້າລະວັງ ເຫັນວ່າມີຜົນກະທົບຕໍ່ກັບການຂົນສົ່ງສິນຄ້າ ລະຫວ່າງປະເທດ ເຮັດໃຫ້ສິນຄ້າ ຫຼື ພາຫະນະຂົນສົ່ງສິນຄ້າຄ້າງຫຼາຍຄືນຢູ່ບາງດ່ານສາກົນ ເນື່ອງຈາກຄວາມຈໍາເປັນຕ້ອງປະຕິບັດຂັ້ນຕອນຕ້ານການລະບາດຂອງໄວຣັສ ໂຄວິດ-19. ເພື່ອແກ້ໄຂບັນຫາຈຸດນີ້, ທາງກະຊວງ ໂຍທາທິການ ແລະ ຂົນສົ່ງ ຈຶ່ງໄດ້ອອກມາດຕະການ ແລະ ຂັ້ນຕອນໃນການກວດປ່ອຍສິນຄ້າໃຫ້ໄວຂຶ້ນກວ່າເກົ່າ ແນ່ໃສ່ຫຼຸດຜ່ອນຄວາມແອອັດຂອງພາຫະນະ ແລະ ສິນຄ້າທີ່ຄ້າງຢູ່ດ່ານ ຫຼື ຖ້າສິນຄ້າຄ້າງຫຼາຍວັນ ອາດເຮັດໃຫ້ສິນຄ້າປະເພດກະສິກໍາ ມີຄວາມເສຍຫາຍໄດ້. ອີງຕາມແຈ້ງການ ເລກທີ 00283/ຍທຂ ລົງວັນທີ 24 ເມສາ 2020 ໄດ້ແນະນໍາຂັ້ນຕອນການຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ໃຫ້ເຈົ້າໜ້າທີ່ດ່ານ ແລະ ບັນດາບໍລິສັດຂົນສົ່ງຮັບຮູ້ ແລະ ເອົາໃຈໃສ່ປະຕິບັດຢ່າງເຂັ່ມງວດ ດັ່ງນີ້:      1. ການຂົນສົ່ງສິນຄ້າຂາເຂົ້າ ຄົນຂັບລົດຕ່າງປະເທດທີ່ຈະຂົນສິນຄ້າເຂົ້າ ສປປ ລາວ ທີ່ສາມາດຄ່ຽນຖ່າຍຢູ່ຈຸດສະເພາະນັ້ນ ...

Read More »

ແຈ້ງເຕືອນ!!! ເດືອນ 5-6 ນີ້ ກຽມຮັບມືຟ້າຝົນ ສ່ວນເດືອນ 7 ອາດພົບ ໄພແລ້ງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນວ່າ: ໄລຍະກາງ ຫາ ທ້າຍເດືອນ 7 ຝົນອາດຂາດຊ່ວງຢູ່ບາງທ້ອງຖິ່ນ ແລະ ຈະເຮັດໃຫ້ເກີດມີການຂາດແຄນນ້ຳປັກດຳເຂົ້ານາປີ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ 3 ເດືອນຕໍ່ໜ້າຄື: ເດືອນ 5 ເດືອນ 6 ແລະ ເດືອນ 7 ປີ 2020 ວ່າ: ຍັງຈະມີອາກາດຮ້ອນເອົ້າຢູ່ຕື່ມອີກ ຊຶ່ງຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ, ຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ ຊຶ່ງຈະເຮັດໃຫ້ມີຕົນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນຕຶກອາຄານເປ່ເພ. ໄລຍະເດືອນ 6 ສະພາບຝົນຈະຕົກຕໍ່ເນື່ອງຕິດຕໍ່ກັນຫຼາຍວັນ ຊຶ່ງຈະເຮັດໃຫ້ເກີດມີດິນເຈື່ອນ ແລະ ນ້ຳຖ້ວມຊຸຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ໄລຍະກາງ ຫາ ທ້າຍເດືອນ 7 ສະພາບຝົນຈະຫຼຸດລົງ ແລະ ມີບາງທ້ອງຖິ່ນຈະມີຝົນຕົກໜ້ອຍ ຫຼື ມີຝົນຂາດຊ່ວງ ຊຶ່ງຈະເຮັດໃຫ້ເກີດມີການຂາດແຄນນ້ຳເພື່ອການກະສິກຳ ໂດຍສະເພາະຂາດແຄ້ນນ້ຳໃນການປັກດຳເຂົ້ານາປີ

Read More »

ຢ່າຖືເບົາ!!!! ເລື່ອງງ່າຍໆ ທີ່ທຸກຄົນເຮັດໄດ້ຊ່ວຍຊາດ ຊ່ວຍຄອບຄົວ ແລະ ຮັກຕົນເອງ

ເຖິງວ່າ ສປປ ລາວ ເຮົາຈະບໍ່ພົບຜູ້ຕິດເຊື້ອໂຄວິດ-19 ລາຍໃຫມ່ ເປັນ 24 ມື້ ແລ້ວກໍຕາມ  ແລະ ລັດຖະບານກໍໄດ້ປົດລ໋ອກດາວ ສາມາດເດີນທາງພາຍໃນນະຄອນຫຼວງ ແລະ ພາຍໃນແຂວງແລ້ວ ແຕ່ປະເທດລາວເຮົາກໍຍັງມີໂອກາດ ແລະ ມີຄວາມສ່ຽງ ທີ່ອາດຈະກັບມາຕິດເຊື້ອໄດ້ໃຫມ່ອີກຄັ້ງ ຖ້າເຮົາທຸກຄົນ ຍັງຖືເບົາ  ບໍ່ປ້ອງກັນຕົນເອງ ແລະ ລ້າເລີງໃຈ ນັ່ງກິນເບຍຊຸມເຊວ ອອກບ້ານອອກເຮືອນ ໂດຍບໍ່ປ້ອງກັນຕົນເອງ ບໍ່ໃສ່ຜ້າປິດປາກ, ບໍ່ພົກພາເຈວລ້າງມືແອວກໍຮໍ  ແລະ ເຖິງວ່າ ລັດຖະບານຈະມີມາດຕາະການຕ່າງໆ ຄວບຄຸມກໍຕາມ ແຕ່ຖ້າເຮົາທຸກຄົນບໍ່ຮ່ວມມືປະຕິບັດກໍອາດບໍ່ສາມາດຄວບຄຸມສະຖານະການໄດ້. ເມື່ອທ່ານຖືເບົາ ພາບເລົ່ານີ້ອາດຈະເກີດຂຶ້ນກັບປະເທດເຮົາໄດ້ ທ່ານຮູ້ບໍ່ວ່າ ຄົນທັງໂລກກຳລັງຕາຍໄປເລື້ອຍໆຫຼາຍຈົນບໍ່ມີໂລງໃຫ້ໃສ່ ແລະ ຝັງ ພໍພຽງແຕ່ສົບໃສ່ຖົງໄວ້ ແລະ ບໍ່ສາມາດຈູດໄດ້ເພາະ ໂຮງເຜົາສົບ ຈົນຈູບບໍ່ທັນ ຫວັງວ່າປະເທດລາວເຮົາຈະບໍ່ເປັນແບບນີ້ ເຮົາເປັນປະເທດດ້ອຍພັດທະນາ ແຕ່ຢ່າເຮັດໃຫ້ເສດຖະກິດຂອງປະເທດລາວເຮົາຕ້ອງເດືອດຮ້ອນຫຼາຍກວ່ານີ້ ສະນັ້ນ, ຢາກໃຫ້ທຸກຄົນຮ່ວມມືກັນ ເປັນເຈົ້າການນຳກັນໃນການປະຕິບັດ ແລະ ປ້ອງກັນຕົນເອງຢ່າງເຄັ່ງຄັດ.  ຖ້າບໍ່ຈຳເປັນຕ້ອງອອກໄປເຮັດວຽກນອກບ້ານ  ອົດທົນໄວ້ ແລ້ວເຮົາຈະຊະນະ ແລະ ຜ່ານພົ້ນວິກິດນີ້ໄປພ້ອມໆກັນ. ຮັກຄອບຄົວ ຮັກຊາດບໍ່ນຳພະຍາດເຂົ້າມາສູ່ຄອບຄົວ ບໍ່ໄປຊຸມເຊວ ບໍ່ອອກບ້ານໂດຍບໍ່ຈຳເປັນ ...

Read More »

17 ບໍລິສັດທົ່ວໂລກທີ່ກຳລັງ ເລັ່ງຄົ້ນຄິດວັກຊິນ ແລະ ຢາປີ່ນປົວໂຄວິດ-19…

ເປັນທີ່ຮູ້ດີກັນແລ້ວວ່າ COVID-19 ຍັງບໍ່ມີຢາຮັກສາໂດຍກົງ ແຕ່ການຮັກສາຈະເປັນຕາມອາການ ແລະ ປະຄັບປະຄອງເພື່ອໃຫ້ຜູ້ປ່ວຍຟື້ນຟູລະບົບການຫາຍໃຈໄດ້ເອງ ນີ້ຈື່ງເຮັດໃຫ້ COVID-19  ກາຍເປັນພະຍາດຮ້າຍແຮງທີ່ມີໂອກາດຂ້າຊີວິດຜູ້ຄົນເປັນຈໍານວນຫຼາຍ ປັດຈຸບັນມີການພະຍາຍາມຄິດຄົ້ນຫາຢາຮັກສາພະຍາດເພື່ອຢຸດການແຜ່ລະບາດຂອງ COVID-19 ທີ່ມີ ຍັງຄົງມີແນວໂນ້ມການລະບາດສູງ ອີກແນວທາງທີ່ນ່າສົນໃຈຄືການສ້າງວັກຊິນ ແລະ “ຢາຮັກສາ (Treatment)” ເຊິ່ງບໍ່ແມ່ນຢາຮັກສາພະຍາດ Coronavirus ໂດຍປັດຈຸບັັນມີຫຼາຍບໍລິສັດຄິດຄົ້ນວັກຊິນ ແລະ ຢາຮັກສາ (Treatment) ເຫຼົ່ານີ້ສໍາລັບ ວັກຊິນ ຄືການນໍາເຊື້ອຢ່າງອອ່ອນໃສ່ເຂົ້າໄປໃນຮ່າງກາຍເພື່ອໃຫ້ພູມຄຸ້ມກັນຮ່າງກາຍ ຮູ້ຈັກ ແລະ ຮຽນຮູ້ວິທີການຈໍາກັດເຊື້ອເຫຼົ່ານີ້ ຫາກໃນອະນາຄົດເຊື້ອເຫຼົ່ານີ້ເຂົ້າສູ່ຮ່າງກາຍ ລະບົບຄຸ້ນກັນຈະເຮັດການຈໍາກັດໂດຍອັດຕະໂນມັດ ສ່ວນ“ຢາຮັກສາ ຕ້ອງທໍາຄວາມເຂົ້າໃຈກ່ອນວ່າບໍ່ມີຢາຮັກສາ ແຕ່ເປັນຢາທີ່ມີໜ້າທີ່ເຂົ້າໄປຢຸດຢັ້ງການແຜ່ກະຈາຍຊົ່ວຄາວ ຫຼື ເຮັດໃຫ້ການແບ່ງຕົວຂອງເຊື້ອໄວຣັສຊ້າລົງ ເພື່ອໃຫ້ໂອກາດກັບພູມຄຸ້ມກັນໃນຮ່່າງກາຍໄດ້ຮຽນຮູ້ ແລະ ຮູ້ຈັກເຊື້ອນັ້ນ ກ່ອນທີ່ພູມຄຸ້ມກັນໃນຮ່າງກາຍຈະເລີ່ມຈໍາກັດເຊື້ອເຫຼົ່ານັ້ນ ກ່ອນທີ່ພູມຄຸ້ນກັນໃນຮ່າງກາຍຈະເລີ່ມກຳຈັດເຊື້ອເຫຼົ່ານັ້ນໃຫ້ໝົດໄປ ເປັນໜື່ງຮູບແບບຂອງການຮັກສາໃນປັດຈຸບັນ ແຕ່ອາດຈະຕ້ອງໃຊ້ໄລຍະເວລານານກວ່າການໃຊ້ຢາຮັກສາໂລກທີ່ເນັ້ນເຂົ້າໄປກໍາຈຈັດເຊື້ອໂດຍກົງ ເຮົາມາເບິ່ງນໍາກັນວ່າ 17 ບໍລິສັດໃນປັດຈຸບັນທີ່ກຳລັງຜະລິດຢາຮັກສາ (Treatment) ແລະ ວັກຊີນໄປຮອດໃສກັນແລ້ວ ຊື່ບໍລິສັດ ຊື່ຢາ ປະເພດ ຂັ້ນຕອນການຜະລິດ 1 BioNTech SE และ Pfizer Inc. BNT162 ວັກຊີນ ຄັດເລືອກໂມເລກຸນ ແລະ ການອອກລິດ(Preclinical) 2 CytoDyn Inc. leronlimab ຢາຮັກສາ (Treatment) ສຶກສາໃນອາສາສະມັກທີ່ຕິດເຊື້ອໂລກຈໍານວນໜ້ອຍ (Phase ...

Read More »

ການຄ້າອອກຄໍາແນະນໍາລະບຽບການຊື້-ຂາຍສິນຄ້າໄລຍະຕ້ານການລະບາດໂຄວິດ-19

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການຄໍາແນະນໍາ ສໍາລັບຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ, ຊຸບເປີມາເກັດ, ມິນິມາດ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ລົດຈັກ (ຕາມລະຫັດ LSIC ພາກສ່ວນ 45-47) ໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ-19. ເພື່ອປະຕິບັດ ຄໍາແນະນໍາ ກ່ຽວກັບເງື່ອນໄຂ ແລະ ມາດຕະການ ສໍາລັບພາກທຸລະກິດ ທີ່ສາມາດ ດໍາເນີນກິດຈະການ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ພ້ອມທັງສອດຄ່ອງກັບ ສະພາບຄວາມເປັນຈິງ ທັງຮັບປະກັນການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາດັ່ງນີ້: ອະນຸຍາດໃຫ້ເປີດຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ້, ຊບເປີມາເກັດ, ມິລິມາກ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ...

Read More »

ສປປ ລາວ ໄດ້ມີມາດຕະຖານ ການລ້ຽງສັດໃຫຍ່ ແລະ ຟາມລ້ຽງສັດໃຫຍ່ ເພື່ອສົ່ງອອກ ສປ ຈີນ

ສປປ ລາວ ແລະ ສປ ຈີນ ໄດ້ມີຂໍ້ຕົກລົງໃນການຄ້າຂາຍສັດໃຫຍ່ໃນຈໍານວນຫຼາຍ ຈາກ ປະເທດລາວ ເຊິ່ງໄດ້ຕົກລົງເຫັນດີກ່ຽວກັບ ເງື່ອນໄຂດ້ານສຸຂານາໄມ ໃນການກັກກັນ ແລະ ກວດກາສຸຂະພາບສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ. ເຊິ່ງໄດ້ສ້າງຄວາມສົນໃຈໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍຄືພາກເອກະຊົນ ແລະ ນັກລົງທຶນ. ເພື່ອເປັນການສົ່ງເສີມ ແລະ ຊ່ວຍສົ່ງເສີມໃຫ້ ຊາວກະສິກອນ, ຜູ້ປະກອບການ ແລະ ຜູ້ລົງທຶນ ໄດ້ມີຄວາມເຂົ້າໃຈກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ໃນການສົ່ງອອກໄປ ສປ ຈີນ ແລະ ພ້ອມທັງໃຫ້ເປັນບ່ອນອີງໃຫ້ແກ່ຂະແໜງການຄຸ້ມຄອງຂອງລັດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ.      ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກ ຄໍາແນະນໍາ ກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0807/ກລປ, ລົງວັນທີ 07 ເມສາ 2020. ເຊິ່ງມີລາຍລະອຽດດັ່ງນີ້: ມາດຕະຖານການລ້ຽງສັດໃຫຍ່ ...

Read More »