ກຸ່ມບໍລິສັດ ເຄແອນຊີ ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນ ມສ ວຽງຈັນ ຕ້ານໂຄວິດ-19

ໃນຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕາງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີ ກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ, ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ ລີໄຊໂຄ ລວມມູນຄ່າ 10 ລ້ານກວ່າກີບ​

ທັງນີ້ກໍເພື່ອເປັນການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຂອງໂຮງຮຽນ ທີ່ໄດ້ເປີດຮຽນຄືນໃຫມ່ແລ້ວມື້ນີ້ ໃນວັນທີ 18 ພຶດສະພາ 2020  ຂອງນັກຮຽນຊັ້ນມໍ 4 ແລະ ມໍ7

ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນໄດ້ໃຫ້ຮູ້ວ່າ:​  ນັກຮຽນ ທັງໝົດທີ່ຈະມາຮຽນຄືນແມ່ນມີຊັ້ນ ມ 4 ແລະ ມ 7  ຈຳນວນທັງໝົດ 944 ຄົນ ໃນນີ້ ຊັນມໍ 4 ມີຈຳນວນ  396 ຄົນ ສຳລັບການກຽມຄວາມພ້ອມ ໃນການເປີດຮຽນຄືນ ທາງໂຮງຮຽນ ແມ່ນໄດ້ກະກຽມສະຖານທີ່ຕ່າງໆ ໄດ້ຂ້າເຊື້ອພະຍາດ 2 ຄັ້ງ ແລະ ທຳຄວາມສະອາດພາຍໃນຫ້ອງຮຽນເປັນທີ່ຮຽບຮ້ອຍ , ສຳລັບ ຫ້ອງຮຽນທີ່ຈະກັບຄືນມີ ມໍ 4 ມີ 10 ຫ້ອງຮຽນ ແລະ  ຊັ້ນມໍ 7 ມີຢູ່ 15 ຫ້ອງຮຽນ ເຊິ່ງຈະໄດ້ແບ່ງນັກຮຽນຫ້ອງ 1 ອອກເປັນ 2 ຫ້ອງ  ບັນຈຸນັກຮຽນພຽງແຕ່ 20 ຄົນຕໍ່ຫ້ອງ, ເພື່ອອີງຕາມຄຳສັ່ງຂອງທ່ານນາຍົກ ແມ່ນຢູ່ໄລຍະຫ່າງກັນ 1 ແມັດຂຶ້ນໄປ.  ນອກນີ້,​ທາງໂຮງຮຽນ ກໍໄດ້ອອກມາດຕະການ ກ່ອນນັກຮຽນ ແລະ ອາຈານທຸກຄົນຈະເຂົ້າໂຮງຮຽນ ຕ້ອງໄດ້ຜ່ານການກວດວັດອຸນຫະພູມທຸກຄັ້ງ ບໍ່ໃຫ້ເກີນ 37,5 ອົງສາ, ໃຫ້ນັກຮຽນ ແລະ ຄູອາຈານ ຕ້ອງມີການປ້ອງກັນຕົນເອງ ຄືໃສ່ຜ້າປິດປາກ-ດັງ ແລະ  ໝັ່ນລ້າງມືເລື້ອຍໆ ຕາມຈຸດຕ່າງໆ ທີ່ໂຮງຮຽນ ໄດ້ກຽມພ້ອມໄວ້ໃຫ້.

ບໍລິສັດ K&C Group ສ້າງຕັ້ງຂຶ້ນໃນປີ 1992,   ເປັນກຸ່ມບໍລິສັດໜຶ່ງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາໃນລາວ ທີ່ມີຄວາມໝັ້ນຄົງ ແລະ ໜ້າເຊື່ອຖືທີ່ສຸດ ດຳເນີນທຸລະກິດມາໄດ້ 28 ປີແລ້ວ, ມີທັງໝົດ 27 ບໍລິສັດໃນເຄື່ອບໍ່ວ່າຈະເປັນ ທຸລະກິດສື່ໂຄສະນາ, ທຸລະກິດຮ້ານອາຫານ, ອະສັງຫາລິມະຊັບ ແລະ  ການສຶກສາ,  ຜູ້ກໍ່ຕັ້ງ K&C Group ແມ່ນທ່ານ ກິດສະໜາ ວົງໄຊ  ແລະ ທ່ານນາງ ຈັນທະຈອນ ວົງໄຊ ເຊິ່ງໄດ້ຮັບແຮງບັນດານໃຈໃຫ້ພັດທະນາທຸລະກິດທີ່ຫຼາກຫຼາຍ, ບໍລິສັດໃນເຄື່ອປະກອບມີ:  Meidea Full Service Agency, Target Magazine, Kuanjai online, Panyathip Advertising, SengLao Cafe, Kaogee Cafe,  Vientiane Ticketing Service (VTS),  Le padeak,  Kafe Lao &  Panyathip.PlanB Meedia, Lao Ford city, EFG Express, Vientiane Carton, LT Plastic, KS Holding, Bounson Transport, 7 Digital, Pro Active, KC Residencc, Panyathip Advertising, K33 fitness Studio, Samart Event Organizer, Digital Monkey, Izumi Acadamy Laos, PINGU’S, Shichida Laos, A List Modeling, AK Land n House, Beer Lao nalao distributor, Panyathip kindergarten School saphanthong, Panyathip kindergarten School Nonsavanh, Panyathip kindergarten School Savankhet,

 

 

Comments