ອອກມາແລ້ວ!!! ໄຟຟ້ານະຄອນຫຼວງຊີ້ແຈງເລື່ອງການຄິດໄລ່ລາຄາໃຫມ່

ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ສຳ­ພາດ​ໃນ​ວັນ​ທີ 14 ພຶດ­ສະ­ພາ 2020 ວ່າ: ເພື່ອ​ປະ­ຕິ­ບັດ​ຕາມ​ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 31/ນຍ ລົງ​ວັນ​ທີ 02 ເມ­ສາ 2020 ວ່າ​ດ້ວຍ​ການ​ກຳ­ນົດ​ນະ­ໂຍ­ບາຍ ແລະ ມາດ​ຕະ­ການ​ເພື່ອ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຈາກ​ການ​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19 ຕໍ່​ສະ­ພາບ​ເສດ­ຖະ­ກິດ​ຂອງ ສປປ ລາວ ໃຫ້​ຄົ້ນ­ຄວ້າ​ຜ່ອນ­ຜັນ​ລາ­ຄາ ແລະ ຕໍ່​ເວ­ລາ​ໃນ​ການ​ຊຳ­ລະ​ຄ່າ​ໄຟ ແລະ ນ້ຳ​ປະ­ປາ ຂອງ​ຜູ້​ຊົມ­ໃຊ້​ຄົວ​ເຮືອນ ແລະ ພາກ​ທຸ­ລະ​ກິດ.

ພາຍ­ຫຼັງ​ໄດ້​ຮັບ​ຂໍ້​ຕົກ­ລົງ ດັ່ງ­ກ່າວ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄດ້​ຄົ້ນ­ຄວ້າ ແລະ ຮີບ​ຮ້ອນ​ສົມ­ທົບ​ກັບ​ໜ່ວຍ​ງານ​ສະ­ເພາະ​ກິດ​ຂອງ​ລັດ­ຖະ­ບານ ທີ່​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ທີ່​ຕິດ​ພັນ​ກັບ​ພາກ​ປະ­ຊາ­ຊົນ ແລະ ສັງ­ຄົມ ເພື່ອ​ຄົ້ນ­ຄວ້າ​ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ຫຼຸດ​ຄ່າ​ກະ­ແສ​ໄຟ­ຟ້າ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ປະ­ຊາ­ຊົນ ພະ­ນັກ­ງານ ລັດ­ຖະ­ກອນ ທະ­ຫານ ຕຳ­ຫຼວດ ແລະ ພາກ​ທຸ­ລະ​ກິດ​ໃນ​ໄລ­ຍະ​ວິ​ກິດ​ຂອງ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ ໂຄວິດ-19.

ຜ່ານ​ການ​ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກໍ​ໄດ້​ຕົກ­ລົງ​ເຫັນ​ດີ​ກ່ຽວ​ກັບ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 438/ພບ ລົງ​ວັນ​ທີ 08 ເມ­ສາ 2020 ເຖິງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ໃນ​ການ​ປະ­ຕິ­ບັດ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່ ແຕ່ 2020 ຫາ ປີ 2025 ໂດຍ​ໃຫ້​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ (ໝາຍ​ຄວາມ​ວ່າ ບິນ​ຄ່າ​ໄຟ​ເດືອ​ນພຶດ­ສະ­ພາ ແມ່ນ ພະ­ລັງ­ງານ​ຂອງ​ເດືອນ​ເມ­ສາ) ໃນ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່​ນີ້ ພາກ​ທີ່­ຢູ່​ອາ­ໄສ ໄດ້​ຫຼຸດ​ລາ­ຄາ​ຈາກ​ອັດ­ຕາ​ຄິດ­ໄລ່ 6 ຂັ້ນ ມາ​ເປັນ​ຂັ້ນ​ດຽວ ລາ­ຄາ 710 ກີບ/kWh ແຕ່​ມີ​ນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh ລາ­ຄາ 355 ກີບ/kWh ພາກ​ອື່ນໆ​ທີ່​ບໍ່​ແມ່ນ​ທີ່­ຢູ່​ອາ­ໄສ ກໍ​ໄດ້​ຮັບ​ສ່ວນ​ຫຼຸດ​ເຊັ່ນ​ກັນ ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ແຕ່​ລະ​ປະ­ເພດ​ໄດ້​ຮັບ​ສ່ວນ​ຫຼຸດ 2-35% ພ້ອມ​ນັ້ນ ກໍ​ໄດ້​ມີ​ນະ­ໂຍ­ບາຍ​ເລື່ອນ​ເວ­ລາ​ຊຳ­ລະ​ຄ່າ​ໄຟ​ອອກ​ໄປ ຈາກ 7-30 ວັນ ເປັນ 7-45 ວັນ.

ພິ­ເສດ ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ພະ­ນັກ­ງານ​ແພດ​ໝໍ​ທີ່​ເຮັດ​ວຽກ​ຢູ່​ກອງ​ໜ້າ​ປະ­ຈັນ­ບານ​ໂດຍ​ກົງ ທີ່​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ການ​ຕ້ານ-ສະ­ກັດ​ກັ້ນ​ພະ­ຍາດ COVID-19 ໂດຍ​ມີ​ການ​ຢັ້ງ­ຢືນ​ຈາກ​ໂຮງ­ໝໍ​ທີ່​ກ່ຽວ­ຂ້ອງ ຈາກ​ບັນ­ດາ​ແຂວງ​ທົ່ວ​ປະ­ເທດ ຈະ​ໄດ້​ຮັບ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ 15% ຂອງ​ພະ­ລັງ­ງານ​ທີ່​ນຳ​ໃຊ້​ໃນ​ເດືອນ​ພຶດ­ສະ­ພາ ມິ­ຖຸ­ນາ ແລະ ກໍ­ລະ­ກົດ (ເປັນ​ໄລ­ຍະ​ເວ­ລາ 3 ເດືອນ) ປີ 2020 ກ່ອນ​ຫັກ​ອາ­ກອນ.

ໂອ­ກາດ​ນີ້ ທ່ານ ເຄນ ເທບ​ວົງ­ສາ ຍັງ​ຮຽກ­ຮ້ອງ​ເຖິງ​ພໍ່​ແມ່​ປະ­ຊາ­ຊົນ ຈົ່ງ​ມີ​ສະ­ຕິ​ໃນ​ການ​ນຳ​ໃຊ້​ໄຟ­ຟ້າ ໝັ່ນ​ກວດ­ກາ​ອຸ­ປະ ກອນ​ໄຟ­ຟ້າ ສາຍ​ໄຟ­ຟ້າ​ພາຍ​ໃນ​ເຮືອນ​ຂອງ​ຕົນ​ຢ່າງ​ເປັນ​ປົກ­ກະ­ຕິ ຖ້າ​ເຫັນ​ວ່າ​ມີ​ການ​ນຳ​ໃຊ້​ມາ​ດົນ ຫຼື​ມີ​ການ​ສຳ​ລຸດ​ເສຍ​ຫາຍ ກໍ​ໃຫ້​ປ່ຽນ​ແທນ​ໃນ​ທັນ­ທີ ບໍ່​ໃຫ້​ຖື​ເບົາ ເພາະ​ມັນ​ຈະ​ສົ່ງ​ຜົນ​ກະ­ທົບ​ຮ້າຍ​ແຮງ ເປັນ­ຕົ້ນ​ເກີດ​ໄຟ­ຟ້າ​ຊ໊ອດ ເຮັດ​ໃຫ້​ເກີດ​ໄຟ​ໄໝ້​ເຮືອນ ຊານ ສົ່ງ​ຜົນ​ກະ­ທົບ​ຮ້າຍ​ແຮງ​ຕໍ່​ຊັບ​ສິນ​ສ່ວນ​ຕົວ ແລະ ສ່ວນ​ລວມ.

ທີ່ມາ: ໜັງສືພຶມລາວພັດທະນາ

Comments