ຖ້າຫາກພະຍາດໂຄວິດ-19 ຍັງລະບາດແກ່ຍາວໄປອີກ ອັດຕາການວ່າງງານພາຍໃນປະເທດຈະສູງຂຶ້ນ 25% !!!

ລັດຖະມົນຕີກະຊວງແຮງງານເຜີຍ ຖ້າການລະບາດຂອງພະຍາດໂຄວິດ-19 ແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25% ແລະ ສປປ ລາວ ສະເໜີອົງການແຮງງານສາກົນຊ່ວຍເຫຼືອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19.

ໃນໂອກາດເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດຂອງລັດຖະມົນຕີແຮງງານອາຊຽນ ກ່ຽວກັບການຮັບມືຈາກຜົນກະທົບຂອງພະຍາດ ໂຄວິດ-19 ຕໍ່ແຮງງານ ແລະ ການຈ້າງງານ ໃນວັນທີ 14 ພຶດສະພາ 2020 ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານ (Video Conference), ທ່ານ ປອ ຄຳແພງ ໄຊສົມແແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີວ່າ: ໃນເງື່ອນໄຂທີ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຍັງບໍ່ຮູ້ຈະສິ້ນສຸດຍາມໃດ, ບັນດາປະເທດສະມາຊິກອາຊຽນ ທີ່ມີຜູ້ອອກແຮງງານລາວໄປເຮັດວຽກຢູ່ປະເທດສະມາຊິກໃດໜຶ່ງທີ່ຍັງຢູ່ ຫຼື ກັບຄືນປະເທດແລ້ວ ຂໍໃຫ້ມີການປະຕິບັດນະໂຍບາຍການອຸດໜູນຕ່າງໆຕາມກົດໝາຍທີ່ກ່ຽວຂ້ອງຂອງປະເທດນັ້ນ. ພ້ອມກັນນັ້ນ, ສະເໜີອົງການແຮງງານສາກົນພິຈາລະນາແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການ ແລະ ແຫຼ່ງທຶນເພື່ອແກ້ໄຂຜົນກະທົບດ້ານແຮງງານ ຈາກພະຍາດໂຄວິດ-19 ໃຫ້ມີປະສິດທິຜົນດີຂຶ້ນ.

ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ນີ້ ເຮັດໃຫ້ມີຜົນກະທົບທີ່ມີຕໍ່ເສດຖະກິດ-ສັງຄົມ ພາຍໃນປະເທດກໍ່ມີຫຼາຍດ້ານ ເປັນຕົ້ນການປິດຫົວໜ່ວຍແຮງງານ/ຫົວໜ່ວຍທຸລະກິດ ຊຶ່ງໄດ້ສົ່ງຜົນກະທົບໂດຍກົງທາງທຸລະກິດ ໂດຍເຮັດໃຫ້ແຮງງານຈຳນວນຫຼາຍຕ້ອງໄດ້ພັກວຽກ, ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈຳເປັນໃນການຫຼຸດຜ່ອນການຜະລິດກໍມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ ມີຫຼາຍຫົວໜ່ວຍທຸລະກິດ ບໍ່ສາມາດຈ່າຍຄ່າແຮງງານ ໃຫ້ແຮງງານໄດ້ໃນເວລາທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະແມ່ນຂະແໜງບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ ທີ່ມີຜົນກະທົບຫຼາຍ, ສໍາລັບຂະແໜງອຸດສາຫະກໍາຈໍານວນໜຶ່ງຍັງສາມາດຮັກສາແຮງງານໄວ້ ໂດຍການຫຼຸດຄ່າແຮງງານ ທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ, ແຮງງານລາວຈຳນວນ ໜຶ່ງແສນກວ່າຄົນໄດ້ເດີນທາງກັບຈາກຕ່າງປະເທດ ຊຶ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່. ບັນຫານີ້ເປັນພຽງຜົນກະທົບໃນໄລຍະເບື້ອງຕົ້ນເທົ່ານັ້ນ, ຖ້າຫາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຍັງແກ່ຍາວໄປຕື່ມ ຈະມີສິ່ງທ້າທາຍອັນໃຫ່ຍຫຼວງໃຫ້ແກ່ລັດຖະບານ ທີ່ຈະຕ້ອງໄດ້ຫາວິທີການແກ້ໄຂ ຊຶ່ງຕາມການຄາດຄະເນໃນເບື້ອງຕົ້ນເຫັນວ່າ ຜົນກະທົບຂອງພະຍາດໂຄວິດ-19 ໃນປັດຈຸບັນ ຫາກມີການແກ່ຍາວ ຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດ ເພີ່ມຂຶ້ນຈາກອັດຕາປົກກະຕິ 2% ຂຶ້ນເປັນ 25%.

ທີ່ມາ: Lao Youth Radio FM 90.0 Mhz

Comments