ສະເໜີ 8 ນະໂຍບາຍ ແລະ ມາດຕະການ ຕໍ່ລັດຖະບານ ເພື່ອຟື້ນຟູເສດຖະກິດ ຫຼັງ COVID-19

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ ແຫ່ງຊາດລາວ) ໃນນາມຄະນະສະເພາະກິດຕາມຂໍ້ຕົກລົງເລກທີ 32/ນຍ ຂໍຖືເປັນກຽດຢ່າງສູງ ນໍາສົ່ງ “ບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ ແລະ ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຈາກວິກິດການ COVID-19

ພາຍຫຼັງທີ່ມີການສໍາຫຼວດ ແລະ ຄົ້ນຄວ້າຈາກໜ່ວຍງານ ສະເພາະກິດ ຂອງ ສຄອ ແຫ່ງຊາດລາວ. ບົດລາຍງານດັ່ງກ່າວນີ້ ສຄອ ແຫ່ງຊາດລາວ ໄດ້ສະເໜີໃຫ້ລັດຖະບານພິຈາລະນາບາງນະໂຍບາຍ ແລະ ມາດຕະການ ເພື່ອຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດ ຂອງ ສປປ ລາວ ໃນໄລຍະຂອງການລະບາດ ແລະ ຫຼັງໄລຍະຂອງການລະບາດຂອງພະຍາດ COVID-19 ໃນໂລແມງ IV ຂອງບົດລາຍງານດັ່ງກ່າວນີ້. ຂໍ້ສະເໜີທີ່ສໍາຄັນປະກອບມີ:

  1. ການຟື້ນຟູເສດຖະກິດຈາກວິກິດການ COVID-19 ຮຽກຮ້ອງໃຫ້ລັດຖະບານໄດ້ວາງນະໂຍບາຍ ແລະ ມາດຕະການສະເພາະເພື່ອສ້າງໄມ້ງັດເສດຖະກິດ ໃນການຜະລິດໃນທຸກໆຂະແໜງການໄດ້ຜະລິດຄືນໃໝ່ໂດຍມີປະສິດທິພາບສູງກວ່າເກົ່າ. ການຟື້ນຟູເສດຖະກິດອາດໃຊ້ເວລາເຖິງ 28 ເດືອນ ຕາມສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.
  2. ສຄອ ແຫ່ງຊາດລາວ ສະເໜີໃຫ້ລັດຖະບານ ອອກນະໂຍບາຍ ແລະ ມາດຕະການເພື່ອແກ້ໄຂໃຫ້ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນມີສະພາບຄ່ອງ ໃນການສະໜອງທຶນກູ້ຢືມໃຫ້ແກ່ທຸລະກິດອັນສໍາຄັນແມ່ນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 238/ທຫລ ຂອງທະນາຄານແຫ່ງ ສປປ ລາວໃຫ້ເປັນເອກະພາບ. ມາດຕະການສະເພາະສຸກເສີນປະກອບດ້ວຍ ການຜ່ອນຜັນຂໍ້ກໍານົດຜ່ອນທຶນ, ການປ່ອຍເງິນກູ້ເປັນເງິນຕາຕ່າງປະເທດ, ການສ້າງກົນໄກສັບປ່ຽນສະກຸນເງິນຕາ, ການສ້າງກອງທຶນຄໍ້າປະກັນເງິນກູ້, ການປ່ອຍເງິນກູ້ສຸກເສີນໃຫ້ ສກວ ແລະ ການປ່ອຍເງິນກູ້ຂອງກອງທຶນສົ່ງເສີມ
  3. ສຄອ ແຫ່ງຊາດລາວ ຂໍສະໜັບສະໜູນໃຫ້ລັດຖະບານພິຈາລະນາເຂົ້າຮ່ວມໂຄງການຂອງ IMF ຍ້ອນເຫັນວ່າຈະເປັນການຊ່ວຍເຫຼືອແກ້ໄຂບັນຫາລະດັບມະຫາພາກເພື່ອການຟື້ນຟູ ແລະຂະຫຍາຍເສດຖະກິດຂອງ ສປປ ລາວ.
  4. ສຄອ ແຫ່ງຊາດລາວ ສະເໜີໃຫ້ມີການພັດທະນາການບໍລິການຮຸ້ນເອກະຊົນໂດຍການອະນຸຍາດສ້າງກອງທຶນຮຸ້ນເອກະຊົນ (Private Equity PE), ຜູ້ລົງທຶນໃນຮຸ້ນ (Venture Capital-VC) ແລະ ການບໍລິການອື່ນໆເພື່ອລະດົມທຶນເຂົ້າມາຟື້ນຟູເສດຖະກິດ.
  5. ສຄອ ​ແຫ່ງ​ຊາດ​ລາວ ສະ​ເໜີ​ໃຫ້ລັດຖະບານພິຈາລະນາຂາຍຊັບສິນທີ່ບໍ່ໄດ້ນໍາໃຊ້ ຫຼື ມີສະພາບບໍ່ຄ່ອຍດີປານໃດແລະການເກັບຊັບສິນທີ່ມີປະໂຫຍດແລະມີສະພາບດີໄວ້ຖ້າຜູ້ຊື້ຮຸ້ນຂອງວິສາຫະກິດຫາກແມ່ນນັກລົງທຶນທີ່ມີຄຸນນະພາບມັນຈະນໍາຜົນປະໂຫຍດໃຫ້ແກ່ວິສາຫະກິດນັ້ນແລະສ້າງລາຍຮັບເຂົ້າງົບປະມານທີ່ແນ່ນອນ. ຂະບວນການຂາຍນັ້ນຕ້ອງໄດ້ປະຕິບັດມາດຕະຖານສາກົນດ້ານຄວາມໂປງໃສ ແລະ ຍຸດຕິທໍາ.
  6. ເພື່ອສາມາດຟື້ນຟູການຜະລິດທຸລະກິດ ແລະ ເສດຖະກິດ, ສຄອ ແຫ່ງຊາດລາວ ໄດ້ຄໍານວນວ່າລັດຖະບານຄວນຈະຕ້ອງໄດ້ຈັດ​ສັນທຶນຢ່າງຕໍ່າສຸດ 380 ລ້ານໂດລາສາຫາລັດຫຼື 2% ຂອງ GDP ປີ 2019 ເພື່ອມາຖົມຂຸມການໃຊ້ຈ່າຍງົບປະມານ, ຈັດສັນໃຫ້ພາກທຸລະກິດຜະລິດຄືນໃໝ່ ແລະ ປະຕິບັດພັນທະຕໍ່ສັງຄົມທີ່ຖືກກະທົບ. ໃນນັ້ນຕ້ອງການໃຫ້ພາກທຸລະກິດຈໍານວນປະມານ 152 ລ້ານໂດສາຫາລັດ ຫຼື 40% ຂອງຈໍານວນເງິນທີ່ລະດົມມາ.
  7. ເພື່ອຟື້ນຟູເສດຖະກິດ ແລະ ເພີ່ມທຶນໃຫ້ກັບພາກທຸລະກິດ, ສຄອ ແຫ່ງຊາດລາວ ສະເໜີໃຫ້ ລັດຖະບານອອກນະໂຍບາຍແລະມາດຕະການດ້ານພາສີອາກອນປະກອບດ້ວຍ ການຫຼຸດອາກອນມູນຄ່າເພີ່ມເປັນ 5% (ຫຼຸດລົງ 50%) ແລະ ຍົກເວັ້ນອາກອນກໍາໄລ ໃຫ້ແກ່ຂະແໜງການທີ່ຖືກກະທົບຫຼາຍ ແລະ ເປັນບູລິມາສິດໃນໄລຍະ 28 ເດືອນ ນັບແຕ່ເດືອນ 7 ປີ 2020 ເປັນຕົ້ນໄປ.
  8. ສະ​ເໜີ​ໃຫ້ລັດຖະບານສືບຕໍ່ປັບປຸງນະໂຍບາຍ ແລະ ວາງມາດຕະການເພື່ອປັບປຸງແວດລ້ອມທຸລະກິດໃຫ້ດີຂື້ນເຮັດໃຫ້ລະດັບການດໍາເນີນທຸລະກິດໄດ້ຫຼູດລົງຈາກທີ່ 154 ໂດຍສະເພາະແມ່ນການສືບຕໍ່ນໍາໃຊ້ເວທີ່ທຸລະກິດລາວ (LBF) ເປັນເວທີ ແລະ ເຄື່ອງມືໃນການແກ້ໄຂບັນຫາ ແລະ ຂໍ້ຈໍາກັດຮ່ວມກັບພາກທຸລະກິດ. ສິ່ງສໍາຄັນອີກຢ່າງໜຶ່ງແມ່ນການເພີ້ມທະວີການປະຕິບັດຄໍາສັ່ງເລກທີ 02/ນຍ ແລະ ການຈັດຕັ້ງຄະນະປະສານງານພາກລັດ ແລະ ພາກທຸລະກິດເພື່ອຕິດຕາມປະເມີນຜົນການຈັດຕັ້ງປະຕິບັດມະຕິດັ່ງກ່າວ.

ພ້ອມດຽວກັນນີ້ເພື່ອໃຫ້ການຟື້ນຟູເສດຖະກິດ ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ມີຄວາມຮຽກຮ້ອງຕ້ອງການໃຫ້ພາກລັດ ແລະ ພາກທຸລະກິດສ້າງພັນທະພາບໃຫ້ສະໜິດແໜ້ນຂື້ນ ເພື່ອການວາງແຜນພັດທະນາ, ຈັດຕັ້ງປະຕິບັດ, ກວດກາ ແລະ ປະເມີນຜົນບັນຫາແຜນງານ ແລະ ໂຄງການຂອງລັດຖະບານ. ພັນທະພາບລັດ-ທຸລະກິດແມ່ນຫ້ອງການຕ້ອງໄດ້ປັບປຸງໃນການຊຸກຍູ້ສົ່ງເສີມການຜະລິດສິນຄ້າ, ການຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ການຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ (ຕາມຂໍ້ຕົກລົງເລກທີ 51/ນຍ) ພ້ອມທັງໃນການພັດທະນາລະບົບການສຶກສາເຕັກນິກວິຊາຊີບ (TVET) ແລະ ການພັດທະນາ ແລະ ໂຄສະນາການທ່ອງທ່ຽວ.

ໃນໄລຍະຕໍ່ໄປ ສຄອ ແຫ່ງຊາດລາວ ຍັງຈະໄດ້ສືບຕໍ່ການຕິດຕາມຜົນກະທົບຂອງວິກິດການ COVID-19 ຕໍ່ທຸລະກິດ ແລະ ລາຍວານໃຫ້ຄະນະສະເພາະກິດຂອງລັດຖະບານເປັນປະຈໍາ. ສຄອ ແຫ່ງຊາດລາວ ຈະໄດ້ຕິດຕາມການພິຈາລະນານະໂຍບາຍ ແລະ ມາດຕະການສະເພາະ ເພື່ອຟື້ນຟູການຜະລິດຄືນໃໝ່ ແລະ ເຜີຍແຜ່ນະໂຍບາຍ ແລະ ມາດຕະການໃໝ່ໃຫ້ແກ່ຜູ້ປະກອບການທຸລະກິດ. ສຄອ ແຫ່ງຊາດລາວ ຍັງຈະໄດ້ສ້າງ ແລະ ຈັດຕັ້ງປະຕິບັດໂຄງການນໍາລ່ອງ ເພື່ອລິເລີ່ມການຈັດຕັ້ງປະຕິບັດການຟື້ນຟູການຜະລິດຄືນໃໝ່ທີ່ປະກອບມີ: 1). ໂຄງການປັບປຸງລະບົບກູ້ຢືມໃຫ້ກຸ່ມຊາວສວນ ແລະ MSME ຢູ່ນະຄອນຫຼວງວຽງຈັນ; 2). ໂຄງການສະໜອງສິນເຊື່ອຈາກກອງທຶນ SME; 3). ໂຄງການພື້ນຟູທຸລະກິດທ່ອງທ່ຽວ; 4). ໂຄງການຟື້ນຟູອຸດສາຫະກໍາປຸງແຕ່ງ; ແລະ 5). ໂຄງການສ້າງໜ່ວຍງານໃຫ້ຄໍາປຶກສາຕໍ່ SME (SME Clinic) ທີ່ຖືກກະທົບຈາກ COVID-19. ສຸດທ້າຍ ສຄອ ແຫ່ງຊາດລາວ ຈະໄດ້ປັບປຸງເນື້ອໃນຂອງຍຸດທະສາດ ແລະ ແຜນການ 5 ປີ 2021-2025 ຂອງ ສຄອ ແຫ່ງຊາດລາວ ໃຫ້ແທດເໝາະກັບການປ່ຽນແປງສະພາບ ແລະ ຄວາມຕ້ອງການຈາກວິກິດການ COVID-19.

ລາຍລະອຽດຂອງບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ-ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບແລະພື້ນພູເສດຖະກິດ ຈາກວິກິດການ COVID-19ແລະ ບົດສໍາຫຼວດຜົນກະທົບຂອງ COVID-19 ຕໍ່ພາກທຸລະກິດລາວ ຄັດຕິດມາພ້ອມນີ້.

Download:

1. ໜັງສືສະເໜີ

2. ບົດລາຍງານສັງລວມຂໍ້ສະເໜີກ່ຽວກັບມາດຕະການ-ນະໂຍບາຍເພື່ອຫຼຸດຜ່ອນຜົນກະທົບແລະພື້ນພູເສດຖະກິດ ຈາກວິກິດການ COVID-19

3. ບົດສໍາຫຼວດຜົນກະທົບຂອງ COVID-19 ຕໍ່ພາກທຸລະກິດລາວ

ທີ່ມາ:ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

Comments