ຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ. ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 2,564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ ແລະ ແຂວງອັດຕະປື 238 ...
Read More »ຂ່າວ ພາຍໃນປະເທດ
ກຸ່ມບໍລິສັດ ຄໍາໄພ ຊະນະ ໃຊ້ງົບ 95 ລ້ານໂດລາສະຫະລັດ ປູກຜັກປອດສານພິດ ແລະ ລ້ຽງສັດຂາຍ ໃນແຂວງໄຊສົມບູນ…
ກຸ່ມບໍລິສັດ ຄໍາໄພ ຊະນະ ທຸ້ມງົບມະຫາສານ ເພື່ອສົ່ງເສີມການປູກຜັກປອດສານຜິດ ແລະ ລ້ຽງສັດ ຢູ່ແຂວງໄຊສົມບູນ ໂດຍມີສັນຍາສໍາປະທານທີ່ດິນ 1,000 ກວ່າເຮັກຕາ ຍາວນານເຖິງ 50 ປີ ແລະ ສົ່ງເສີມຊາວບ້ານປູກຮ່ວມອີກ 3,000 ກວ່າເຮັກຕາ ພ້ອມປະກອບສ່ວນພັນທະສໍາປະທານທີ່ດິນຂອງລັດໃນລາຄາ 5 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ. ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ. ພິທີເຊັນສັນຍາ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ...
Read More »ເມືອງໄຊທານີ ຈັດພິທີໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວໄຮ່ນາ…
ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຜ່ານມາ ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ. ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ...
Read More »ຫວຽດນາມເປີດໂຕໂຮງແຮມທີ່ຕົກແຕ່ງດ້ວຍຄຳແທ້ ທີ່ຢູ່ໃຈກາງເມືອງ ຮາໂນ່ຍ…
ເປີດໂຕໂຮງແຮມ ທີ່ເຄືອບດ້ວຍ ຄໍາປິວ ຂອງແທ້ ຢ່າງເປັນທາງການ ແຫ່ງທໍາອິດຂອງໂລກ!!! ໂຮງແຮມນີ້ ມີຊື່ວ່າ The Dolce Hanoi Golden Lake Hotel ເປັນໂຮງແຮມ ທີ່ມີຄວາມສູງ 25 ຊັ້ນ ຕັ້ງຢູ່ໃກ້ກັບ Giang Vo Lake ໃນນະຄອນຫຼວງ ຮາໂນຍ, ມີມູນຄ່າ ການກໍ່ສ້າງທັງໝົດ 200 ລ້ານໂດລ້າສະຫະລັດ, ນໍາໃຊ້ຄໍາແທ້ 24 ກະລັດ ເປັນໂຕເຄືອບ ທົ່ວທຸກບ່ອນ ໃນຫ້ອງຮັບແຂກ, ຫ້ອງນອນ, ຫ້ອງນໍ້າ, ສະລອຍນໍ້າ ແລະ ອີກຫຼາຍໆບ່ອນ. ລາຄາພັກຕໍ່ຄືນ ບໍ່ແພງຫຼາຍ ໃນໄລຍະ ໂຄວິດ-19 ລາຄາພຽງແຕ່ 250 USD ເທົ່ານັ້ນ. ແຫຼ່ງຂໍ້ມູນ: Idsala ອິດສະຫຼະ
Read More »ການເງິນແຂວງເຊກອງ ຈະສູ້ຊົນລາຍຮັບໃຫ້ບັນລຸຕາມແຜນ 90 ຕື້ກວ່າກີບ ໃນປີ 2020…
ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ. ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ ...
Read More »ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດຫວຽດນາມ ເພື່ອຫາລືເລື່ອງການຟື້ນຟູເສດຖະກິດ…
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນມີມາແຕ່ຍາວນານ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ...
Read More »ຂ່າວດີສຳລັບທຸລະກິດ SMEs ໃນລາວ…
ເມື່ອເກິດວິກິດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ສົ່ງຜົນກະທົບຕໍ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງຮຸນແຮງ ຈົນສົ່ງຜົນໃຫ້ຜູ້ປະກອບກິດຈະການ ພົບກັບຄວາມຍຸ້ງຍາກຫຼາຍພໍສົມຄວນ, ເນື່ອງຈາກພຶດຕິກຳຂອງຜູ້ບໍລິໂພກມີການປ່ຽນແປງ ຕາມມາດ້ວຍສະພາບເສດຖະກິດຢຸດສະງັກ. ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມຜູ້ປະກອບກິດຈະການ ໃນ ສປປ ລາວ ໃນການເຂົ້າຫາແຫຼ່ງທຶນຕ່າງໆ ມາຊ່ວຍຟື້ນຟູ ແລະ ປັບປຸງທຸລະກິດຂອງຕົນເອງພາຍຫຼັງວິກິດການ COVID-19, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຮ່ວມມືກັບບັນດາອົງກອນ ແລະ ສະຖາບັນຕ່າງໆເພື່ອຫາແນວທາງວິທີການຊ່ວຍເຫຼືອ ແລະ ສ້າງກິດຈະກຳທາງດ້ານ Digital Marketing ຂຶ້ນມາ. ໃນຕອນບ່າຍ ວັນທີ 3 ກໍລະກົດ 2020 ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ມີພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ) ກັບ ທະນາຄານພັດທະນາລາວ (ທພລ), ທະນາຄານ ໄຊງ່ອນເທຶອງຕິ່ນລາວ (ຊາຄອມແບັງລາວ) ໂດຍມີຈຸດປະສົງ ເພື່ອເປັນແນວທາງໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານເພື່ອອຳນວຍຄວາມສະດວກ ...
Read More »ປັດຈຸບັນ ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຮັບການພັດທະນາ…
ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ປັດຈຸບັນ ໂຄງການນີ້ ຜະລິດໃບແຈ້ງຂ່າວ ລາຍອາທິດ ແບບອັດຕະໂນມັດ ໃຫ້ທຸກໆເມືອງໃນທົ່ວປະເທດ ນັບແຕ່ໄດ້ມີການຜະລິດບົດຂ່າວ ກຽ່ວກັບການພະຍາກອນອາກາດ ແຕ່ເດືອນ ພຶດສະພາ 2019. ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວສາມາດນຳໃຊ້ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກໆເມືອງ. ການປັງປຸງການດຳເນີນງານຂອງລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີໂດຍ ພະແນກ ພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະ ປ່າໄມ້. ...
Read More »ບໍລິສັດ ເບຍລາວ ຈຳກັດ ເລືອກຕັ້ງຄະນະພັກຊຸດໃຫມ່
ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ ຜ່ອງຈັນທາ ຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະພັກ. ຄະນະພັກຮາກຖານໄດ້ຕີລາຄາການຊີ້ນໍາ-ນໍາພາ ແລະ ...
Read More »ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ…
ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລຽບແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ຂະແໜງໂຍທາທິການ ແລະ ຂົນສົ່ງ) ອະນຸຍາດໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ ຂັ້ນສູງກາງອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ. ທ່ານ ບຸນປອນ ຍັງໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ...
Read More »